ລາວ-ໄທ ບັນລຸຂໍ້ຕົກລົງຮ່ວມມືຫຼາຍສະບັບ ລວມທັງສັນຍາ ກ່ຽວກັບ ການດໍາເນີນການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ.

ການເຊັນສັນຍາການຮ່ວມມືກັນຕ່າງ ໄດ້ມີຂຶ້ນໃນໂອກາດ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາທີ່ຜ່ານມານີ້, ຕາມການເຊື້ອເຊີນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໂດຍສັນຍາກ່ຽວກັບ ການດໍາເນີນການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ແມ່ນ 1 ໃນ 6 ຂໍ້ຕົກລົງທີ່ໄດ້ເຊັນກັນໃນຄັ້ງນີ້ ເຊິ່ງປະກອບມີ:

1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານການບໍລິຫານຈັດການຊັບພະຍາກອນນໍ້າ ແບບບູລະນາການ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ສໍານັກງານຊັບພະຍາກອນແຫ່ງຊາດ ຣາຊະອານາຈັກໄທ;

2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງຕັ້ງແຂວງມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ;

3) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງ ຣາຊະອານາຈັກໄທ;

4) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ພາຍໃຕ້ໂຄງການຮ່ວມມືການຊ່ວຍເຫຼືອທາງດ້ານວິຊາການດ້ານເຕັກນິກ ລະຫວ່າງໜ່ວຍງານວັດແທກທາງດ້ານກົດໝາຍ ສປປ ລາວ ກັບ ຣາຊະອານາຈັກໄທ;

5) ໜັງສືສະແດງເຈດຈໍານົງ ວ່າດ້ວຍ ການເສີມແຮງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກົມທາງຫຼວງ, ກະຊວງຄົມມະນາຄົມ, ຣາຊະອານາຈັກໄທ.

ໂດຍ ເສັ້ນທາງລົດໄຟ ລາວ-ໄທ ທີ່ເຊື່ອງຕໍ່ລະຫວ່າງ ວຽງຈັນ ໄປຫາ ໜອງຄາຍ ປະເທດໄທ ເປັນໜື່ງໃນຂໍ້ລິເລີ່ມສຳຄັນທີ່ຈະເຊື່ອມຕໍ່ການຂົນສົ່ງ ໄທ-ລາວ-ຈີນ ເຂົ້າຫາກັນ ຊຸກຍູ້ການຄ້າການລົງທຶນໃນພາກພື້ນ.

ແຕ່ຢ່າງໃດກໍຕາມ,​ ກ່ຽວກັບລາຍລະອຽດ ໃນສັນຍາລະຫວ່າງ ການດໍາເນີນການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ນັ້ນແມ່ນຍັງບໍ່ມີການເປີດເຜີຍ.

ໃນໂອກາດດັ່ງກ່າວ ສອງນາຍົກລັດຖະມົນຕີ ລາວ-ໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ກໍໄດ້ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາສະພາບການພົວພັນຮ່ວມມື ລາວ-ໄທ ໃນດ້ານຕ່າງໆ ພ້ອມທັງກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການແກ້ໄຂບັນຫາຢາເສບຕິດ ແລະ ການໂຈນລະກໍາທາງໄຊເບີ, ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ການແກ້ໄຂບັນຫາໝອກຄວັນຂ້າມແດນ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ການຮ່ວມມືເພື່ອການພັດທະນາ, ການຮ່ວມມືດ້ານແຮງງານ ແລະ ອື່ນໆ. ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນປະເທດໃຫ້ກັນຊາບ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍກວມເອົາທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ຊຶ່ງມີລັກສະນະກ່ຽວພັນກັນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ ແລະ ມີຜົນສໍາເລັດເປັນກ້າວໆມາ, ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກລະດັບລະຫວ່າງສອງປະເທດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ສອງຝ່າຍເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.