ກັບຄືນສູ່ Hogwarts! Harry Potter ກຽມສ້າງເປັນຊີຣີ້


ໃຜທີ່ເປັນແຟນໆ Harry Potter ກຽມໃຫ້ພ້ອມ Warner Bros ກຳລັງກຽມປິດຂໍ້ຕົກລົງໃນການສ້າງ Harry Potter ສະບັບຊີຣີ້ ວາງແຜນໄປຮອດ 7 ພາກ ພາກລະ 1 ເຫຼັ້ມຂອງປຶ້ມ ບອກເລີຍວ່າເກັບທຸກເມັດ ເຕັມອີ່ມກັນໄປເລີຍ.

ຫຼັງຈາກມີຂ່າວລືການສ້າງຊີຣີ້ Harry Potter ທີ່ຈະເຂົ້າສາຍທາງບໍລິການ Streaming HBO Max ມາເປັນເວລາດົນນານ. ຫຼ້າສຸດທາງສຳນັກງານຂ່າວຕ່າງປະເທດໄດ້ລາຍງານວ່າທາງ Studio Warner Bros ກຳລັງຈະປິດຂໍ້ຕົກລົງໃນການສ້າງຊີຣີ້ Harry Potter ໂດຍທາງ Warner Bros ວາງແຜນຈະເຮັດທັງໝົດ 7 ຊີຊັນເພື່ອໃຫ້ສອດຄ່ອງກັບນິຍາຍທັງໝົດ7 ເຫຼັ້ມ ແລະ ໃນລາຍງານຍັງບອກອີກວ່າໃນແຕ່ລະຊີຊັນຂອງຊີຣີ້ຈະອີງຕາມນິຍາຍແຕ່ລະພາກ ເພື່ອໃຫ້ມີການຂະຫຍາຍສາກສຳຄັນຕ່າງໆໃຫ້ຫຼາຍຂຶ້ນ ບໍ່ວ່າຈະເປັນຕຳນານ ຫຼື ອົງປະກອບຕ່າງໆ.

ສຳລັບຊີຣີ Harry Potter ມີແຜນທີ່ຈະສາຍຜ່ານບໍລິການ Streaming HBO Max ເຊິ່ງກ່ອນໜ້ານີ້ມີແຜນທີ່ຈະຂະຫຍາຍຈັກກະວານໃຫ້ກວ້າງຂຶ້ນເພາະທາງ Warner Bros ໝັ້ນໃຈວ່າຈະປະສົບຄວາມສຳເລັດຢ່າງແນ່ນອນ.

ສ່ວນເລື່ອງທີ່ແຟນໆກັງວົນກັນຄົງໜີບໍ່ພົ້ນດຣາມາຂອງນັກຂຽນ J.K Rowling ທາງ Studio Warner Bros ເອງໄດ້ກ່າວວ່າ J.K Rowling ຈະບໍ່ມີສ່ວນຮ່ວມໃດໆໃນການກຳນົດທິດທາງຂອງຊີຣີ້ Harry Potter ບໍ່ວ່າຈະໃນຖານະຄົນຂຽນບົດຫຼືໂປຣດິວເຊີ.

ສຳລັບຮູບເງົາເລື່ອງ Harry Potter ມີທັງໝົດ 7 ພາກ ແລະ ປະສົບຄວາມສຳເລັດຢ່າງຫຼວງຫຼາຍ ເມື່ອນຳກັບມາສ້າງໃໝ່ເປັນເວີຊັນຊີຣີ້ແຟນໆຫຼາຍໆຄົນຕ່າງກໍຄາດຫວັງໃນການກັບມາຄັ້ງນີ້ຂອງ Harry Potter.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/