ກະຊວງ ອຄ ກຽມສ້າງຕັ້ງລັດວິສາຫະກິດ ຄໍ້າປະກັນສິນເຊື່ອ ຊ່ວຍເຫຼືອ MSMEs ທີ່ບໍ່ມີຫຼັກຊັບຄໍ້າປະກັນ ພຽງພໍ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້


ກະຊວງ ອຸດສາຫະກຳ ແລະ ການຄ້າ ກຽມສ້າງຕັ້ງລັດວິສາຫະກິດ ຄໍ້າປະກັນສິນເຊື່ອ ເພື່ອຊ່ວຍບັນດາຈຸນລະວິສາຫະກິດ​, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ຈນກ) ທີ່ຕ້ອງການກູ້ຢືມເງິນ ແຕ່ບໍ່ມີຫຼັກຊັບຄໍ້າປະກັນພຽງພໍ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້.

ຄຳເຫັນດັ່ງກ່າວ ຖືກລາຍງານໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນໂອກາດການລາຍງານບົດຊີ້ເເຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ ພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ.

ທ່ານ ມະໄລທອງ ກົມມະສິດ ໄດ້ຂຶ້ນລາຍງານຕໍ່ກັບບັນຫາ ແລະ ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ ຂອງບັນດາ ຈນກ. ໂດຍ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ກ່ອນອື່ນ ຕ້ອງຍອມຮັບວ່າ ການເຂົ້າເຖິງແຫລ່ງທຶນມີຄວາມຫຍຸ້ງຍາກ ແມ່ນ ຄວາມຈິງ. ພວກເຮົາຕ້ອງຮັບຮູ້ວ່າ ທຶນມີຈຳກັດ, ມີຕົ້ນທຶນ ແລະ ບໍ່ແມ່ນການຊ່ວຍເຫຼືອລ້າ. ດັ່ງນັ້ນ, ມັນຈຶ່ງມີລະບຽບການຄຸ້ມຄອງ ທີ່ຜູ້ກູ້ຢືມ ຕ້ອງເຄົາລົບ ແລະ ປະຕິບັດ, ລະບຽບ ແລະ ເງື່ອນໄຂ ພາໃຫ້ການເຂົ້າເຖິງ ມີຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍຕາມ, ລະບຽບການ ແລະ ເງື່ອນໄຂທີ່ກໍານົດໃນດໍາລັດວ່າດ້ວຍກອງທຶນດັ່ງກ່າວ ແມ່ນສອດຄ່ອງກັບການປະຕິບັດຂອງສາກົນ, ທັງໄດ້ຜ່ານ ຂະບວນການ ແລະ ຂັ້ນຕອນ ໃນການຄົ້ນຄວ້າຮ່າງນິຕິກຳ, ຈັດສຳມະນາ ແລະ ທາບທາມຄວາມຄິດເຫັນຢ່າງກວ້າງຂວາງ ກ່ອນລັດຖະບານ ຈະຮັບຮອງ ແລະ ເຊັນປະກາດໃຊ້”.

ໃນໄລຍະຜ່ານມາ, ຄະນະຄຸ້ມຄອງ-ບໍລິຫານກອງທຶນ ເຊິ່ງມີຜູ້ຕາງໜ້າຈາກຫຼາຍຂະແໜງການ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍໄດ້ສະຫຼຸບຕີລາຄາ ບັນຫາດັ່ງກ່າວ ເຊິ່ງເຫັນວ່າ 1 ສາເຫດສໍາຄັນ ທີ່ພາໃຫ້ການເຂົ້າເຖິງແຫຼ່ງທຶນ ມີຄວາມຫຍຸ້ງຍາກ ແມ່ນຍ້ອນ ຈນກ, ສະຫະກອນ ແລະ ກຸ່ມຜະລິດຈຳນວນໜຶ່ງ ບໍ່ມີຫຼັກຊັບຄໍ້າປະກັນ ເຮັດໃຫ້ບໍ່ມີ ເງື່ອນໄຂ ໃນການເຂົ້າເຖິງແຫລ່ງທຶນ ຈາກທະນາຄານຄູ່ຮ່ວມມື ຂອງກອງທຶນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ກຽມສ້າງຕັ້ງລັດວິສາຫະກິດ ຄໍ້າປະກັນສິນເຊື່ອ ເພື່ອຊ່ວຍບັນດາ ຈນກ ທີ່ຕ້ອງການກູ້ຢືມເງິນ ແຕ່ບໍ່ມີຫຼັກຊັບຄໍ້າປະກັນ ພຽງພໍ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້. ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ: ບັນຫາດັ່ງກ່າວ ໄດ້ມີການສຶກສາຄົ້ນຄວ້າ ຮ່ວມກັບສະຖາບັນການເງິນສາກົນ ແລະ ໄດ້ສະເໜີຕໍ່ຂະແໜງການກ່ຽວຂ້ອງແລ້ວ, ເນື່ອງຈາກຂະແໜງການກ່ຽວຂ້ອງ ຍັງມີຄວາມເປັນຫ່ວງໃນຫຼາຍບັນຫາ ເປັນຕົ້ນ ບັນຫາຄວາມສ່ຽງ, ການບໍລິຫານຄຸ້ມຄອງ, ແຫຼ່ງທຶນເພື່ອສ້າງຕັ້ງ, ຄວາມຍືນຍົງ ແລະ ອື່ນໆ ຈຶ່ງພາໃຫ້ມີຄວາມຫຼ້າຊ້າ, ກະຊວງກໍໄດ້ໄປຊື້ແຈງ-ອະທິບາຍ ແລະ ໄດ້ຮັບຄວາມເຫັນດີເປັນເອກະພາບແລ້ວ, ປັດຈຸບັນ ກໍາລັງປັບປຸງບົດລາຍງານ ໃຫ້ມີຄວາມຈະແຈ້ງຕື່ມ ເພື່ອສະເໜີຕໍ່ລັດຖະບານ.

ນອກຈາກນີ້ ຈນກ ແລະ ບາງພາກສ່ວນ ຍັງບໍ່ທັນໄດ້ຮັບຂໍ້ມູນ ຫຼື ເຂົ້າໃຈບໍ່ທັນເປັນເອກະພາບນໍາ ກ່ຽວກັບລະບຽບການ ແລະ ເງື່ອນໄຂຂອງກອງທຶນ. ຄວາມຕ້ອງການທຶນ ໂດຍສະເພາະທຶນບ້ວງດອກເບ້ຍຕໍ່າ 3% ມີຫຼາຍແທ້, ແຕ່ທຶນເພື່ອສະໜອງຕົວຈິງ ມີຈຳກັດ, ທັງຈຳນວນທຶນລວມ ແລະ ເພດານປ່ອຍກູ້, ບາງຂັ້ນຕອນ ແລະ ຂະບວນການ ໃນການສະເໜີ, ປະກອບເອກະສານ ແລະ ພິຈາລະນາ ອະນຸມັດທຶນ ຍັງສັບສົນ, ຫຼາຍຂອດຂັ້ນ, ແລະ ໃນບາງກໍລະນີ ກໍອາດບໍ່ໂປ່ງໃສ, ບໍ່ຖືກເປົ້າ ໝາຍ ແລະ ບໍ່ມີປະສິດທິຜົນດີເທົ່າທີ່ຄວນ.

ເຊິ່ງຕໍ່ກັບບັນຫາດັ່ງກ່າວ ກະຊວງ ອຸດສາຫະກຳ ແລະ ການຄ້າ ຈະໄດ້ເອົາໃຈໃສ່ ເພີ່ມທະວີ ການໂຄສະນາເຜີຍແຜ່ ແລະ ໃຫ້ຂໍ້ມູນ ກ່ຽວກັບເປົ້າໝາຍຂອງກອງທຶນ, ຂະແໜງ ແລະ ຂົງເຂດບູລິມະສິດ ທີ່ໄດ້ຮັບການສົ່ງເສີມ, ເງື່ອນໄຂການສະໜອງສິນເຊື່ອ ແລະ ບັນຫາ ຕ່າງໆ ໃຫ້ແກ່ ຈນກ ແລະ ສັງຄົມ;  ຮ່ວມກັບ ບັນດາທະນາຄານຄູ່ຮ່ວມມື ເພື່ອພ້ອມກັນສຶກສາ ແລະ ຄົ້ນຄວ້າ ກົນໄກການສະໜ ລອງທຶນ ໃຫ້ບັນດາກຸ່ມ, ສະມາຄົມ ແລະ ສະຫະກອນການຜະລິດກະສິກຳ, ໂດຍສະເພາະ ອາດເຮັດເປັນໂຄງການທົດລອງ ເພື່ອແກ້ໄຂບັນຫາອຸດຕັນ, ແລ້ວຈຶ່ງຖອດບົດຮຽນ ເພື່ອຂະຫຍາຍໃຫ້ກວ້າງອອກໃນຕໍ່ໜ້າ; ສືບຕໍ່ສະເໜີລັດຖະບານ ເພື່ອຄົ້ນຄວ້າ ແລະ ເພີ່ມທຶນບ້ວງດອກເບ້ຍຕໍ່າ 3% ຂອງ ທສວ ໃຫ້ ຫຼາຍຂຶ້ນ. ເລີ່ມແຕ່ປີ 2020 ໄດ້ຮັບທຶນ 200 ຕື້ຕໍ່ປີ, ມາຮອດປັດຈຸບັນ ໄດ້ທັງໝົດ 700 ຕື້ (2021 ໄດ້ແຕ່ 100 ຕື້). ໃນເງື່ອນໄຂທີ່ເງິນກີບ ມີການອ່ອນຄ່າຫຼາຍກວ່າ 100% ເຮັດໃຫ້ຄຸນຄ່າຂອງເງິນກູ້ ຕົວຈິງ ເມື່ອທຽບໃສ່ເງິນຕາຕ່າງປະເທດ ກໍຫຼຸດລົງ (ໃນປີ 2022, ເພດານກູ້ສໍາລັບ ຈຸນລະວິສາຫະກິດ ແມ່ນ 1,5; ວິສາຫະກິດຂະໜາດນ້ອຍ ແມ່ນ 3 ຕື້; ແລະ ວິສາຫະກິດຂະໜາດກາງແມ່ນ 4 ຕື້; ປັດຈຸບັນ ໄດ້ປັບເພດານກູ້ຂຶ້ນ ມາເປັນ ຈຸນລະວິສາຫະກິດ ແມ່ນ 2 ຕື້; ວິສາຫະກິດຂະໜາດນ້ອຍ ແມ່ນ 4 ຕື້; ແລະ ວິສາຫະກິດຂະໜາດກາງແມ່ນ 5 ຕື້ ແຕ່ແຫຼ່ງທຶນຍັງສ່ຳເກົ່າ), ແຕ່ປັດໄຈການຜະລິດຕ່າງໆ ພັດເພີ່ມຂຶ້ນ ເຮັດໃຫ້ທຶນທີ່ ຈນກ ໄດ້ຮັບ ມີຄຸນຄ່າຕົວຈິງຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ປະເມີນຄືນ ຂັ້ນຕອນ ແລະ ຂະບວນການ ໃນການສະເໜີ, ປະກອບເອກະສານ ແລະ ພິຈາລະນາ ອະນຸມັດທຶນ ເພື່ອໃຫ້ມີ ຄວາມກະທັດຮັດ, ໂປ່ງໃສ, ບໍ່ຖືກເປົ້າໝາຍ, ມີປະສິດທິຜົນ ແລະ ສາມາດກວດສອບໄດ້ດີກວ່າເກົ່າ.

ພາຍຫຼັງສ້າງຕັ້ງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຂໍ ເອີ້ນວ່າ “ທສວ”) ແຕ່ປີ 2010 ຮອດປັດຈຸບັນ ສາມາດລະດົມທຶນໄດ້ເຖິງ ຈໍານວນ 1.125,88 ຕື້ກີບ ທັງສາມາດຍາດແຍ່ງການສະໜັບສະໜູນ ຈາກສາກົນ ເປັນຕົ້ນແມ່ນທະນາຄານໂລກ.

ໃນໄລຍະແຕ່ປີ 2012 ຮອດເດືອນ ມີນາ 2024, ບັນດາທະນາຄານທຸລະກິດ, ສະຖາບັນການ ເງິນຈຸລະພາກ ແລະ ກອງທຶນອື່ນໆ ທີ່ເປັນຄູ່ຮ່ວມມືຂອງກອງທຶນ ໄດ້ສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 2,660 ຫົວໜ່ວຍ, 3,269 ສັນຍາ ມູນຄ່າ 1,346.05 ຕື້ກີບ.

ຂະແໜງ ແລະ ຂົງເຂດບຸລິມະສິດ ທີ່ໄດ້ຮັບການສົ່ງເສີມ ຕາມດຳລັດ ວ່າດ້ວຍກອງທຶນສົ່ງເສີມ ຈນກ ປະກອບດ້ວຍ: ຂະແໜງການຜະລິດສິນຄ້າ ເປັນຕົ້ນອຸດສາຫະກຳປຸງແຕ່ງຜະລິດຕະພັນ ກະສິກຳ, ຫັດຖະກຳ, ປູກຝັງ ແລະ ລ້ຽງສັດ;  ຂະແຫນງການຄ້າ ທີ່ດໍາເນີນການກ່ຽວກັບການເກັບຊື້ ຜົນຜະລິດກະສິກຳ ເພື່ອສະໜອງໂຮງງານ ແລະ ສົ່ງອອກຕ່າງປະເທດ; ແລະ  ຂະແໜງບໍລິການ ທີ່ ດໍາເນີນການກ່ຽວກັບການບໍລິການດ້ານການທ່ອງທ່ຽວ.

ໃນພາກປະຕິບັດ, ແມ່ນໄດ້ສະໜອງໃຫ້ຂະແໜງ ກະສິກຳ ກວມ 36.71%, ຂະແໜງການຄ້າ ກວມ 24.68%, ຂະແໜງຫັດຖະກຳ ກວມ 4.31%, ຂະແໜງອຸດສາຫະກຳ ກວມ 10.27%, ຂະແໜງບໍລິການ (ລວມທັງການທ່ອງທ່ຽວ) ກວມ 24.03%.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/