ກະຊວງ ກຕສ ວາງເແຜນພັດທະນາເສດຖະກິດດິຈິຕອນ ຄາດໃຫ້ເປັນຮູບປະທຳປີ 2025


ສະເພາະແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 5 ປີ 2021-2025 ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ວາງ 12 ຄາດໝາຍສູ້ຊົນໃຫ້ເປັນຮູບປະທຳດັ່ງນີ້:

  1. ພັດທະນາໃຫ້ການຄ້າເອເລັກໂຕຣນິກ ໃຫ້ເກີດເປັນຮູບປະທໍາ ເຊິ່ງປະກອບດ້ວຍຖານລະບົບການຄ້າເອເລັກໂຕຣນິກ, ການຊຳລະແບບເອເລັກໂຕຣນິກ, ໂລຊິດຈິສຕິກ, ຜະລິດຕະພັນ,​ສິນຄ້າ ແລະ ການບໍລິການ.
  2. ພັດທະນາໃຫ້ຜູ້ປະກອບການທຸລະກິດພາຍໃນປະເທດມີຄວາມເຂັ້ມແຂງ ໂດຍສະເພາະຜູ້ປະກອບການຂະໜາດກາງ, ຂະໜາດນ້ອຍ, ຈຸນລະວິສາຫະກິດ ແລະ ສະຕາດອັບ ໃຫ້ມີການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ການຄ້າເອເລັກໂຕຣນິກ.
  3. ສໍາເລັດການຕິດຕັ້ງລະບົບຫ້ອງການທັນສະໄໝຂອງພັກລັດ ເປັນຕົ້ນແມ່ນລະບົບຄຸ້ມຄອງເອເລັກໂຕຣນິກ ການສື່ສານໃນອົງກອນພາກລັດ ເຄືອຂາຍພາກລັດ ສູນຂໍ້ມູນພາກລັດ ສູນເຊື່ອມແລກປ່ຽນຂໍ້ມູນພາກລັດໃຫ້ກະຊວງ ແລະ ອົງການທຽບເທົ່າ.
  4. ຫັນບໍລິການພື້ນຖານຂອງພາກລັດ ໃຫ້ເປັນການບໍລິການຜ່ານອອນລາຍໃຫ້ໄດ້ 50% ເພື່ອຍົກລະດັບດັດຊະນີຕົວຊີ້ວັດດ້ານການບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ດ້ານການພັດທະນາໄອຊີທີໃຫ້ດີຂຶ້ນ.
  5. ສໍາເລັດການຫັນບໍລິການຂອງພາກລັດ ເປັນຮູບແບບຜ່ານປະຕູດຽວຢູ່ສູນກາງ ແລະ ແຂວງ.
  6. ປັບປຸງລະບົບເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍດ້ວຍລະບົບທັນສະໄໝຜ່ານການເງິນ-ການທະນາຄານ ແລະ ການຊຳລະເອເລັກໂຕຣນິກໃຫ້ສຳເລັດ ເປັນຕົ້ນແມ່ນຜ່ານລະບົບທະນາຄານເອເລັກໂຕຣນິກ ລະບົບການເງິນເອເລັກໂຕຮນິກໃນໂທລະສັບມືຖື.
  7. ສ້າງເຂດນິຄົມດິຈິຕອນໃຫ້ໄດ້ 1 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.
  8. ສົ່ງເສີມການພັດທະນາໂຄງລ່າງພື້ນຖານດິຈິຕອນ ເປັນຕົ້ນແມ່ນຂໍ້ມູນມະຫາສານໃຫ້ໄດ້ 3 ແຫ່ງ ສ້າງທາງຜ່ານການເຊື່ອມຕໍ່ອິນເຕີເນັດພາຍໃນ ແລະ ຕ່າງປະເທດ.
  9. ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດິຈິຕອນ ຄວາມໄວສູງໄປສູ່ເຂດບ້ານໃຫຍ່ ແລະ ຕົວເມືອງຢູ່ຊົນນະບົດ ຕິດພັນກັບວຽກງງານການສາມສ້າງໃຫ້ໄດ້ 80%, ຂະຫຍາຍຮັບ-ສົ່ງ ສັນຍານມືຖື 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ.
  10. ສ້າງແຮງງານດ້ານເຕັກໂນໂລຊີດິຈິຕອນ ທີ່ມີຄວາມຮູ້ ຄວາມສາມາດ ແລະ ຄວາມເປັນຊ່ຽວຊານຈາກ 0,3% ໃຫ້ໄດ້ 1% ຂອງຈຳນວນແຮງງານເຮັດວຽກຕົວຈິງ.
  11. ສົ່ງເສີມເສດຖະກິດດິຈິຕອນສ້າງລາຍຮັບປະກອບເຂົ້າ GDP ໃຫ້ໄດ້ 5%.
  12. ຮັບປະກັນການນຳໃຊ້ເຕັກໂນໂລຊີດິຈິຕອນ ໃຫ້ມີຄວາມປອດໄພໃນວຽກງານ ປກຊ-ປກສ ແລະ ໃນການບໍລິຫານວຽກງານລັດ ການດຳເນີນທຸລະກິດ ແລະ ການນຳໃຊ້ທົ່ວສັງຄົມ.

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/