ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ຮຽກຮ້ອງໃຫ້ມີການປົກປ້ອງແຮງງານຂ້າມຊາດໃຫ້ດີຂຶ້ນ


ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວຈະຮ່ວມມືກັບບັນດາປະເທດ CLMTV ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອຮັກສາສິດທິຂອງພົນລະເມືອງລາວທີ່ໄປເຮັດວຽກຢູ່ໃນປະເທດເຫຼົ່ານີ້.

ອີງຕາມການລາຍງານຂອງໜັງສືພິມ ວຽງຈັນທາມ ຄຳເຫັນດັ່ງກ່າວ ມາຈາກ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນກອງປະຊຸມລັດຖະມົນຕີແຮງງານອາວຸໂສ ຄັ້ງທີ 7 ວ່າດ້ວຍການເຄື່ອນທີ່ຂອງປະກັນສັງຄົມ ສໍາລັບແຮງງານເຄື່ອນຍ້າຍໃນປະເທດ CLMTV ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຜ່ານທາງການປະຊຸມທາງ ວິດີໂອ.

ທ່ານລັດຖະມົນຕີກ່າວວ່າ “ຄົນງານອົບພະຍົບມີບົດບາດສໍາຄັນໃນທັງປະເທດສົ່ງ ແລະ ຮັບ, ຄວາມໝັ້ນຄົງທາງດ້ານເສດຖະກິດຂອງພວກເຮົາໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກຄວາມພະຍາຍາມຂອງພວກເຂົາ, ໃນຂະນະທີ່ຄວາມປອດໄພຂອງພວກເຂົາແມ່ນຢູ່ໃນມືຂອງພວກເຮົາ”.

ທ່ານ​ນາງ​ ໃບຄໍາ ໄດ້​ຊີ້​ແຈງ​ວິ​ທີ​ປົກ​ປັກ​ຮັກສາ​ສິດ​ຂອງ​ຄົນ​ງານ​ອົບ​ພະຍົບ​ໃຫ້​ດີ​ຂຶ້ນ, ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ໄດ້​ແລກປ່ຽນ​ປະສົບ​ການ ​ແລະ ​ໃຫ້​ຄຳ​ເຫັນ​ພ້ອມ​ກັບ​ການ​ປຶກສາ​ຫາລື​ບັນຫາ​ພາກ​ປະຕິບັດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ໃນ​ບັນດາ​ປະ​ເທດ CLMTV.

ທ່ານ ລັດຖະມົນຕີກ່າວວ່າ: ແຮງງານທີ່ໄປຢູ່ຕ່າງປະເທດນັ້ນ ແຕກຕ່າງຈາກແຮງງານພາຍໃນປະເທດນັ້ນໆ ພວກເຂົາມັກປະສົບບັນຫາທີ່ເກີດຂຶ້ນສະເພາະກັບພວກເຂົາ.

ນາງກ່າວຕື່ມວ່າ: ການຊອກຫາວຽກເຮັດງານທຳຢູ່ຕ່າງປະເທດມັກຈະມີສິ່ງທ້າທາຍທີ່ຕິດພັນກັບການປະກັນສັງຄົມ, ເຊິ່ງເປັນລະບົບທີ່ອອກແບບມາເພື່ອປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງແຮງງານທັງໝົດ ລວມທັງຄົນອົບພະຍົບ.

ທ່ານນາງ ໃບຄຳ ກ່າວວ່າ “ແຮງງານທີ່ໄປຢູ່ຕ່າງປະເທດນັ້ນ ແຕກຕ່າງຈາກແຮງງານພາຍໃນປະເທດນັ້ນໆ ພວກເຂົາມັກປະສົບບັນຫາທີ່ເກີດຂຶ້ນສະເພາະກັບພວກເຂົາ. ສະນັ້ນ ການເຂົ້າເຖິງການບໍລິການທີ່ສໍາຄັນເຫຼົ່ານີ້ອາດຈະຊ່ວຍພວກເຂົາໄດ້ຫຼາຍຢ່າງ ເນື່ອງຈາກວ່າພື້ນຖານຂອງເສດຖະກິດ ແລະ ວິຖີຊີວິດ ທີ່ແຕກຕ່າງກັນຂອງປະເທດຂອງພວກເຮົາ, ເຊິ່ງກໍ່ໃຫ້ເກີດຄວາມແຕກຕ່າງໃນການອອກແບບ ແລະ ການປະຕິບັດລະບົບປະກັນສັງຄົມ”

ທ່ານ ກ່າວປິດທ້າຍວ່າ: “ພວກ​ເຮົາ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຕ້ອງ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕໍ່​ບັນ​ຫາ​ນີ້, ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍ​ການ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ອາ​ຊຽນ ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ດ້ານ​ປະ​ກັນ​ໄພ​ສັງ​ຄົມ​ຂອງ​ຄົນ​ງານ​ອົບ​ພະ​ຍົບ.”

https://www.facebook.com/photo.php?fbid=958468586283375&set=pb.100063607269013.-2207520000&type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/