ໃນໄຕມາດທີ 1 ຂອງປີ 2024 ສປປ ລາວ ສົ່ງສິນຄ້າກະສິກໍາ-ປ່າໄມ້ ແລະ ໂລຫະຫຼາຍທີ່ສຸດກວມເອົາ 55.57 % ຂອງມູນຄ່າການສົ່ງອອກທັງໝົດ ເຊິ່ງໄດ້ແເກ່:
- ມັນຕົ້ນ 17.13%, ຄິດເປັນມູນຄ່າການສົ່ງອອກ 287,505,932 ໂດລາ
- ຄຳປະສົມ, ຄຳແທ່ງ 12.01%, ຄິດເປັນມູນຄ່າການສົ່ງອອກ 201,518,816 ໂດລາ
- ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 7.22%, ຄິດເປັນມູນຄ່າການສົ່ງອອກ 121,222,558 ໂດລາ
- ແປ້ງມັນຕົ້ນ 5.85%, ຄິດເປັນມູນຄ່າການສົ່ງອອກ 98,151,317 ໂດລາ
- ໝາກກ້ວຍ 5.49%, ຄິດເປັນມູນຄ່າການສົ່ງອອກ 92,204,046 ໂດລາ
- ນ້ຳຕານ 5.11%, ຄິດເປັນມູນຄ່າການສົ່ງອອກ 85,849,134 ໂດລາ
- ເຍື່ອໄມ້ ແລະ ເສດເຈ້ຍ 5.04%, ຄິດເປັນມູນຄ່າການສົ່ງອອກ 84,564,470 ໂດລາ
- ຢາງພາລາ 4.94%, ຄິດເປັນມູນຄ່າການສົ່ງອອກ 82,993,813 ໂດລາ
ນອກຈາກນີ້, ຍັງໄດ້ສົ່ງອອກສິນຄ້າປະເພດອື່ນໆອີກເຊັ່ນ:
- ເກືອກາລີ 10.31%, ຄິດເປັນມູນຄ່າການສົ່ງອອກ 173,088,380 ໂດລາ
- ແຮ່ທອງ 9.77%, ຄິດເປັນມູນຄ່າການສົ່ງອອກ 164,063,556 ໂດລາ
- ແຮ່ເຫຼັກ 4,67%, ຄິດເປັນມູນຄ່າການສົ່ງອອກ 78,337,590 ໂດລາ
- ເຄື່ອງນຸ່ງຫົ່ມ 3.90%, ຄິດເປັນມູນຄ່າການສົ່ງອອກ 65,527,398 ໂດລາ
- ເຄື່ອງດື່ມຕ່າງໆ 3.25%, ຄິດເປັນມູນຄ່າການສົ່ງອອກ 54,584,857 ໂດລາ
- ເຄື່ອງໃຊ້ ແລະ ອຸປະກອນໄຟຟ້າ 2.71%, ຄິດເປັນມູນຄ່າການສົ່ງອອກ 45,570,515 ໂດລາ
- ເຄມີອະນິນຊີ 2.58%, ຄິດເປັນມູນຄ່າການສົ່ງອອກ 43,292,805 ໂດລາ
ມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ໃນໄຕມາດທີ 1 ປີ 2024 ຢູ່ທີ່ 1,678,475,187 ໂດລາ, ເພີ່ມຂຶ້ນ 5.1% ເມື່ອທຽບກັບຊ່ວງໄລຍະດຽວກັນຂອງປີກ່ອນ.
ໂດຍ 3 ປະເທດທີ່ ສປປ. ລາວສົ່ງສິນຄ້າອອກໄປສູງສຸດໄດ້ແກ່ ຈີນ 39.40% (815,544,154 ໂດລາ), ໄທຍ 23.79% (492,560,641 ໂດລາ) ແລະ ຫວຽດນາມ 20.50% (424,420,160 ໂດລາ) ເປັນຕົ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/