ເປີດປະຕູສູ່ຍຸກໃໝ່! Monochrome Bitcoin ETF ສາມາດຊື້ຂາຍໃນ Cboe Australia ໄດ້ແລ້ວໃນມື້ນີ້


Monochrome Asset Management ບໍລິສັດຄຸ້ມຄອງສິນຊັບຂອງອອສເຕຣເລຍ ເປີດຕົວ Monochrome Bitcoin ETF (IBTC), ກອງທຶນ Bitcoin ETF ຕົວທຳອິດຂອງອອສເຕຣເລຍໃນຕະຫຼາດ Cboe Australia.

ກອງທຶນ IBTC ນີ້, ຈະເປັນກອງທຶນ ETF ທໍາອິດ ແລະ ຕົວດຽວໃນອອສເຕຣເລຍທີ່ນັກລົງທຶນສາມາດຖືຄອງ Bitcoin ໄດ້ໂດຍກົງ ເຊິ່ງມີວິທີການເຂົ້າເຖິງ Bitcoin ໃນທີ່ປອດໄພ ແລະ ຖືກຕ້ອງຕາມຂໍ້ບັງຄັບ, ຄຽງຄູ່ກັບການການປົກປ້ອງນັກລົງທຶນຕາມກົດໝາຍ

ກ່ອນໜ້ານີ້, ນັກລົງທຶນອອສເຕຣເລຍມີທາງເລືອກທີ່ຈໍາກັດໃນການລົງທຶນໃນ Bitcoin ໂດຍຜ່ານ ETFs ທີ່ມີຢູ່ແລ້ວ, ໂດຍສະເໜີໃຫ້ມີການລົງທຶນ Bitcoin ທາງອ້ອມ ຫຼື ເປັນຜະລິດຕະພັນ off-shore ທີ່ບໍ່ໄດ້ຢູ່ພາຍໃຕ້ການຄຸ້ມຄອງຂອງກົດໝາຍປົກປ້ອງນັກລົງທຶນອອສເຕຣເລຍ.

“ກ່ອນທີ່ຈະເປີດຕົວ IBTC, ນັກລົງທຶນອອສເຕຣເລຍພຽງແຕ່ສາມາດລົງທຶນໃນກອງທຶນ ETFs ທີ່ຖື Bitcoin ໂດຍທາງອ້ອມ ຫຼື ຜ່ານຜະລິດຕະພັນ Bitcoin ຕ່າງປະເທດເທົ່ານັ້ນ. ເຊິ່ງທັງສອງຢ່າງນີ້ບໍ່ໄດ້ຮັບຜົນປະໂຫຍດຈາກລະບຽບການຄຸ້ມຄອງນັກລົງທຶນພາຍໃຕ້ກົດໝາຍການໃຫ້ໃບອະນຸຍາດສິນຊັບດິຈິຕອນທີ່ຖືຄອງໂດຍກົງຈາກ Australian Financial Services Licensing (AFSL)”.

ການເປີດຕົວຂອງ IBTC ເກີດຂຶ້ນຫຼັງຈາກສະຫະລັດໄດ້ອະນຸມັດ  Bitcoin ETF ແບບ Spot ໃນເດືອນມັງກອນ 2024 ແລະ ສອດຄ່ອງກັບແນວໂນ້ມຂອງພາກພື້ນຕ່າງໆເຊັ່ນ: ຮ່ອງກົງທີ່ເລີ່ມເປີດກວ້າງຕໍ່ ETFs ທີ່ກ່ຽວຂ້ອງກັບ crypto ຫຼາຍຂຶ້ນ.

Monochrome ໄດ້ຮັບການອະນຸມັດໂດຍຄະນະກໍາມະການຫຼັກຊັບ ແລະ ການລົງທຶນອອສເຕຣເລຍ (ASIC), ໜ່ວຍງານຄວບຄຸມການແລກປ່ຽນຫຼັກຊັບອອສເຕຣເລຍ ແລະ Cboe Australia ເຊິ່ງເປັນຕະຫຼາດທີ່ຈົດທະບຽນຂອງກອງທຶນ.

“ການເປີດຕົວ IBTC ສອດຄ່ອງກັບພາລະກິດຂອງ Monochrome ທີ່ສຸມໃສ່ການປົກປ້ອງນັກລົງທຶນ. ໂດຍນຳສະເໜີຊ່ອງທາງທີ່ປອດໄພ ຖືກ​ຕ້ອງ​ຕາມ​ຂໍ້ບັງຄັບ ແລະ ກົງໄປກົງມາ ສໍາລັບການມີສ່ວນຮ່ວມໃນພື້ນທີ່ການຫັນປ່ຽນນີ້” Jeff Yew, CEO ຂອງ Monochrome Asset Management ກ່າວ.

ການເປີດຕົວຂອງ IBTC ນັບເປັນບາດກ້າວອັນສໍາຄັນສໍາລັບການຮັບຮອງເອົາ Bitcoin ໃນອອສເຕຣເລຍ, ໂດຍສະເໜີທາງເລືອກການລົງທຶນທີ່ມີລະບຽບ ແລະ ປອດໄພສໍາລັບຊາວອອສເຕຣເລຍທີ່ສົນໃຈໃນ Bitcoin.

ທີ່ມາ:

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/