ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງໃນອອສເຕຣເລຍ ແບນເພງ ‘All I Want For Christmas Is You’ ເພາະຢາກໃຫ້ລູກຄ້າຟັງເພງອື່ນນອກຈາກເພງນີ້

ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງ

ໃນໄລຍະເທສະການຄຣິສມາສເຮົາກໍມັກຈະເຫັນຮ້ານຄ້າ, ອາຄານ ຫຼື ສູນການຄ້າຕ່າງໆ ພາກັນເປີດເພງທີ່ມັນເຂົ້າກັບຄຣິສມາສມາແລ້ວຢ່າງແນ່ນອນ ເຊິ່ງເພງ ‘All I Want For Christmas Is You’ ຂອງ Mariah Carey ກໍໜ້າຈະເປັນເພງອັນດັບຕົ້ນທີ່ຄົນທົ່ວໂລກນິຍົມເປີດ ເພາະເພງນີ້ແມ່ນໄດ້ໃຫ້ກິ່ນອາຍ ແລະຄວາມຮູ້ສຶກວ່າເທສະການຄຣິສມາສກຳລັງຈະມາຮອດແລ້ວ. ແຕ່ເຖິງຢ່າງນັ້ນກໍບໍ່ແມ່ນວ່າທຸກຄົນຈະມັກເພງນີ້ ເພາະຫຼ້າສຸດ ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງໃນອອສເຕຣເລຍ ບອກວ່າຈະບໍ່ເປີດເພງ ‘All I Want For Christmas Is You’ ໃນເທສະການຄຣິສມາສ ເພາະຢາກໃຫ້ລູກຄ້າຟັງເພງອື່ນນອກຈາກເພງນີ້.

ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງ

ໂດຍຂໍ້ມູນດັ່ງກ່າວນີ້ຖືກເຜີຍແຜ່ໂດຍ Simon Rose-Hopkins ເຈົ້າຂອງບາແຫ່ງໜຶ່ງ ໃນນະຄອນຊິດນີ, ປະເທດອອສເຕຣເລຍ ໄດ້ບອກກັບສຳນັກຂ່າວ The Daily Telegraph ວ່າ Simon ຈະບໍ່ໃຫ້ທາງຮ້ານຂອງຕົນເອງເປີດເພງສຸດຮິດໃນເດືອນທັນວາ ຢ່າງ ‘All I Want For Christmas Is You’ ເປັນອັນເດັດຂາດ ເນື່ອງຈາກ Simon ຕ້ອງການໃຫ້ລູກຄ້າທີ່ມາໃຊ້ບໍລິການໄດ້ຟັງເພງຄຣິສມາສອື່ນໆ ນອກຈາກເພງຂອງ Mariah Carey.

ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງ

“ພວກເຮົາມີ Playlist ເພງຄັນທຣີ່ຄຣິສມາສ ແຕ່ເຮົາຈະບໍ່ເປີດເພງຂອງ Mariah Carey” Simon ກ່າວ “ເຮົາມີທັງແສງໄຟ, ກວາງເຣນເດຍ, ຕົ້ນຄຣິສມາສ ແລະ ຄັອກເທລຄຣິສມາສຢ່າງ Gingerbread Manhattan ແລະ Pavlova Christmas slushie”

Simon ກ່າວເສີມ “ມີພະນັກງານຫຼາຍຄົນຈາກຮ້ານຕ່າງໆ ທີ່ມາສະຫຼອງຄຣິສມາສທີ່ຮ້ານຂອງເຮົາ ແລະ ພວກເຂົາກໍຄືຈະບໍ່ຢາກໄດ້ຍິນເພງຈາກ Playlist ເດີມໆ ທີ່ເປີດວົນໄປມາໃນບ່ອນເຮັດວຽກຂອງພວກເຂົາອີກດອກ”.

ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງ

ທັງນີ້ມີຄົນສົງໄສວ່າການປະກາດແບນເພງສຸດຮິດດັ່ງກ່າວຈະມີຜົນກະທົບຕໍ່ທາງຮ້ານບໍ່? Simon ຕອບວ່າ ການປະກາດແບນເພງດັ່ງກ່າວແມ່ນບໍ່ມີການຖືກຮ້ອງຮຽນ ຫຼື ຜົນກະທົບໃດໆແນ່ນອນ ເພາະມີແຕ່ຄົນທີ່ຫົວຂວັນ ແລະ ຊົມເຊີຍຫຼາຍກວ່າ.

ເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງ

ແນ່ນອນວ່າ ໜ້າຈະມີພຽງເພງຄຣິສມາສຢ່າງ ‘All I Want For Christmas Is You’ ທີ່ຖືກແບນ ເພາະທາງຮ້ານຈະເລືອກໃຊ້ບັນດາເພງ cover ຂອງສິລະປິນຄລາສສິກມາໃຊ້ແທນ ບໍ່ວ່າຈະເປັນເພງ ‘Jingle Bell Rock’ ຂອງ Lee Kernaghan , ‘Two Step ‘Round the Christmas Tree’ ຂອງ Blake Shelton ຫຼື ເພງ ‘A Smokey Mountain Christmas’ ຂອງ Dolly Parton ເປັນຕົ້ນ.

ສຳລັບໃຜທີ່ເປັນແຟນຄລັບ Mariah Carey ແລ້ວໄປສະຫຼອງຄຣິສມາສທີ່ບາແຫ່ງນີ້ກໍຄືອົດຟັງເພງໃນຕໍານານຢ່າງ ‘All I Want For Christmas Is You’ ແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/