ອາຊີບປູກຝັງ-ລ້ຽງສັດ ສົ່ງອອກຕະຫຼາດ ສາມາດສ້າງລາຍຮັບໄດ້ເຖິງ 140 ລ້ານກີບຕໍ່ປີ

ອາຊີບປູກຝັງ-ລ້ຽງສັດ

ຄອບຄົວຂອງທ່ານ ວິລະຈິດ ບຸບຜາສາລີ ປະຊາຊົນບ້ານ ຄັນມະກ່ອງ ເມືອງໄຊເສດຖາ ແຂວງ ອັດຕະປື ແມ່ນໜຶ່ງໃນ 129 ຄອບຄົວຕົວແບບດີເດັ່ນ ຂອງແຂວງອັດຕະປື ໃນການສ້າງລາຍຮັບດ້ວຍການປະກອບອາຊີບລ້ຽງປາຂາຍ ເຊິ່ງສາມາດສ້າງລາຍຮັບໄດ້ ເຖິງ 140 ລ້ານກີບຕໍ່ປີ.

ທ່ານ ວິລະຈິດ ບຸບຜາສາລີ ຕາງໜ້າຄອບຄົວຕົວແບບດ້ານການຜະລິດ ສ້າງເສດຖະກິດຄອບຄົວ ກ່າວລາຍງານຢູ່ໃນກອງປະຊຸມສະຫຼຸບວຽກງານ 3 ສ້າງ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທົ່ວແຂວງອັດຕະປື ທີ່ຈັດຂຶ້ນເມື່ອວັນທີ 27 ທັນວາ 2022 ນີ້ວ່າ: ພາຍໃນຄອບຄົວຂອງຕົນມີ 3 ຄົນ, ຍິງ 1 ຄົນ; ມີແຮງງານຕົ້ນຕໍ 3 ຄົນ, ຍິງ 1 ຄົນ; ມີເນື້ອທີ່ເຮັດການຜະລິດ 1 ເຮັກຕາເຄິ່ງ, ຜ່ານມາໄດ້ເຮັດທຸລະກິດຄ້າຂາຍ ແລະ ເຮັດບໍລິສັດກໍ່ສ້າງຂົວທາງ ແຕ່ທຸລະກິດດັ່ງກ່າວໄດ້ພົບບັນຫາທາງດ້ານການເງິນ, ມາຮອດປີ 2012 ໂດຍອີງໃສ່ນະໂຍບາຍຂອງພັກ-ລັດຖະບານ ໃນການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດໃຫ້ມີຢູ່ມີກິນ ຕົນເອງຈຶ່ງໄດ້ປຶກສາກັບຄອບຄົວ ພ້ອມທັງໄດ້ສຶກສາກ່ຽວກັບເທັກນິກການລ້ຽງປາ ແລະ ໄດ້ຕັດສິນໃຈນໍາໃຊ້ທຶນຂອງຕົນເອງຈຳນວນໜຶ່ງ ຈົກໜອງປາ ຈຳນວນ 2 ໜອງ ໃນມູນຄ່າ 55 ລ້ານກີບ ເພື່ອທໍາການຜະລິດ. ເບື້ອງຕົ້ນສາມາດລ້ຽງ ແລະ ຈໍາໜ່າຍປາອອກຂາຍໄດ້ຈໍານວນໜຶ່ງ ແຕ່ບໍ່ທັນເປັນສິນຄ້າຫຼາຍປານໃດ ເນື່ອງຈາກວ່າ ຈໍານວນໜອງປາຍັງບໍ່ຫຼາຍ ຈຶ່ງເຮັດຜົນຜະລິດບໍ່ຫຼາຍ ແລະ ບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມ.

ອາຊີບປູກຝັງ-ລ້ຽງສັດ

ຈາກນັ້ນ ທາງຄອບຄົວ ວິລະຈິດ ບຸບຜາສາລີ ໄດ້ຂະຫຍາຍໜອງເພີ່ມຕື່ມອີກ 2 ໜອງ ແລະ ໄດ້ສຶກສາການລ້ຽງປາແບບໃຊ້ເທັກນິກ ດ້ວຍການລົດຕົ້ນທຶນລົງ ໂດຍການນໍາໃຊ້ແໜແດງ ແລະ ຜັກຕົບເກືອປາ ເຊິ່ງສາມາດລົດຜ່ອນລາຍຈ່າຍ ຈາກການຊື້ຫົວອາຫານສຳເລັດຮູບລົງໄດ້ຈຳນວນໜຶ່ງ, ເຮັດໃຫ້ລາຍຮັບຈາກການຂາຍປາ ສະເລ່ຍ 140 ລ້ານກີບຕໍ່ປີ ສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ. ນອກຈາກການລ້ຽງປາແລ້ວ ທາງຄອບຄົວຍັງໄດ້ລ້ຽງ ງົວ 20 ໂຕ ແລະ ລ້ຽງແບ້ 14 ໂຕ ເຊິ່ງຜົນສໍາເລັດທັງໝົດນັ້ນແມ່ນຍ້ອນການຕັດສີນໃຈຂອງຄອບຄົວໂດຍການສະໜັບສະໜູນດ້ານວິຊາການ, ລ້ຽງສັດ ແລະ ການປະມົງ ຂອງເມືອງ ແລະ ແຂວງ ບວກກັບການຊອກຮູ້ຮໍ່າຮຽນຈາກສື່ໂຄສະນາຕ່າງໆ.

ອາຊີບປູກຝັງ-ລ້ຽງສັດ

ທ່ານ ວິລະຈິດ ບຸບຜາສາລີ ໄດ້ກ່າວຕື່ມວ່າ: ເພື່ອເປັນການສູ້ຊົນຂະຫຍາຍກິດຈະການ ແລະ ເພີ່ມລາຍຮັບໃຫ້ສູງຂື້ນເລື້ອຍໆ ທາງຄອບຄົວຈະສືບຕໍ່ປັບປຸງຂະຫຍາຍກິດຈະການດັ່ງກ່າວເພື່ອໃຫ້ເປັນສິນຄ້າຫຼາຍຂຶ້ນ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນເມືອງ ແລະ ທົ່ວແຂວງ.

ອາຊີບປູກຝັງ-ລ້ຽງສັດ

ຂອບໃຈຂໍ້ມູນຈາກ: https://bit.ly/3i4sNW9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/