ຫວຽດນາມຕ້ອງປະເຊີນໜ້າກັບຄວາມສ່ຽງທີ່ຈະສູນເສຍເມັດເງິນລົງທຶນຈາກຕ່າງປະເທດ. ຫຼັງຈາກລັດຖະບານໄດ້ຕັດສິນໃຈບໍ່ໃຫ້ເງິນອຸດໜູນແກ່ບໍລິສັດຕ່າງໆ ເພື່ອຊົດເຊີຍພາລະພາສີທີ່ເພີ່ມຂຶ້ນຈາກການເພີ່ມອັດຕາພາສີລາຍຮັບວິສາຫະກິດຂັ້ນຕ່ຳທົ່ວໂລກ (Global Minimum Tax) ຂຶ້ນເປັນ 15%, ເຊິ່ງມີຜົນນັບແຕ່ເດືອນມັງກອນ ປີ 2023.
ສົ່ງຜົນໃຫ້ນັກລົງທຶນຕ່າງປະເທດຈໍານວນຫຼາຍ ທີ່ດຳເນີນທຸລະກິດຢູ່ຫວຽດນາມ ຫຼື ວາງແຜນທີ່ຈະເຂົ້າມາລົງທຶນ ຕ່າງກໍສະແຫວງຫາເງິນອຸດໜຸນເພື່ອຊ່ວຍຊົດເຊີຍຄ່າໃຊ້ຈ່າຍໃນການເກັບພາສີທີ່ເພີ່ມຂຶ້ນ ແລະ ເມື່ອບໍ່ໄດ້ຮັບ, ຈຶ່ງຫັນປ່ຽນໄປລົງທຶນຢູ່ປະເທດອື່ນແທນ.
ສຳລັບຕົວຢ່າງທີ່ຊັດເຈນຄື AT&S, ບໍລິສັດ semiconductor ອອສເຕຣຍ. ໃນເບື້ອງຕົ້ນທີ່ມີແຜນການລົງທຶນຢູ່ຫວຽດນາມ, ແຕ່ທ້າຍທີ່ສຸດໄດ້ຍ້າຍໄປມາເລເຊຍ. ເນື່ອງຈາກຫວຽດນາມບໍ່ໄດ້ນຳສະເໜີສິ່ງຈູງໃຈຕ່າງໆ ຫຼື ມີຈໍານວນຄົນງານທີ່ມີຄວາມຊໍານິຊໍານານຕາມກຳນົດ.
ນອກຈາກນີ້, ຍັງມີບໍລິສັດຍັກໃຫຍ່ຫຼາຍແຫ່ງເຊັ່ນ Foxconn, Compal ແລະ Quanta ຈາກໄຕ້ຫວັນ ທີ່ຜະລິດອຸປະກອນສໍາລັບ Apple, IBM ແລະ Cisco, ຕ່າງກໍໄດ້ລະງັບແຜນການລົງທຶນໃໝ່ ຫຼື ແຜນການຂະຫຍາຍການລົງທຶນຕ່າງໆ ຖ້າຫາກລັດຖະບານບໍ່ໃຫ້ເງິນອຸດໜູນ ແລະ ເພີ່ມຂຶ້ນພາສີລາຍຮັບຂອງວິສາຫະກິດຂັ້ນຕ່ຳຂອງໂລກ. ໂດຍການໂຈະການລົງທຶນໃນຄັ້ງນີ້ ຍັງລວມມີໂຄງການຜະລິດອຸປະກອນການແພດມູນຄ່າລະຫວ່າງ 500 ລ້ານ – 1 ຕື້ໂດລາສະຫະລັດຂອງບໍລິສັດ SMC ຢູ່ແຂວງດົ່ງນາຍອີກດ້ວຍ.
ຕໍ່ກັບສະຖານະການດັ່ງກ່າວໄດ້ສ້າງຄວາມກັງວົນໃຫ້ກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ. ທີ່ຄາດການວ່າ ຖ້າບໍ່ມີເງິນອຸດໜູນ ຫຼື ນະໂຍບາຍອື່ນໆທີ່ຄ້າຍຄືກັນ ກໍຈະສົ່ງຜົນໃຫ້ຫວຽດນາມ ບໍ່ເປັນທີ່ດຶງດູດແກ່ນັກລົງທຶນຕ່າງປະເທດອີກຕໍ່ໄປ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ລັດຖະບານດຳເນີນມາດຕະການຕ່າງໆໃນທັນທີເພື່ອບໍ່ໃຫ້ນັກລົງທຶນລາຍໃຫຍ່ຍ້າຍຖານການຜະລິດອອກນອກປະເທດ ແລະ ໄດ້ສະເໜີໃຫ້ສ້າງຕັ້ງກອງທຶນໜູນຊ່ວຍການລົງທຶນ ເພື່ອສະໜອງການສະໜັບສະໜູນທາງດ້ານການເງິນໂດຍກົງແກ່ທຸລະກິດທີ່ຜ່ານເກນທີ່ກຳນົດໄວ້.
ທັງນີ້, ຂອບເຂດຂອງການເກັບພາສີຂັ້ນຕໍ່າທົ່ວໂລກ, ຈະພິຈາລະນາກຸ່ມບໍລິສັດຂ້າມຊາດທີ່ມີລາຍຮັບລວມຢ່າງໜ້ອຍ 750 ລ້ານຢູໂຣ (800 ລ້ານໂດລາສະຫະລັດ) ໃນ 2 ຈາກ 4 ປີຫຼ້າສຸດຕິດຕໍ່ກັນ ແລະ ອີງຂໍ້ມູນຈາກກົມລາຍຮັບຂອງຫວຽດນາມ, ມີບໍລິສັດຂ້າມຊາດ 122 ແຫ່ງທີ່ຕົກຢູ່ພາຍໃຕ້ກົດລະບຽບນີ້. ຖ້າຫາກລັດຖະບານຫວຽດນາມບໍ່ຮີບຮ້ອນແກ້ໄຂບັນຫານີ້ ກໍອາດຈະເສຍໂອກາດດຶງດູດການລົງທຶນຈາກຕ່າງປະເທດ ແລະ ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດໃນໄລຍະຍາວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/