ໃນວັນອັງຄານທີ່ຜ່ານມາ, ທຳນຽບຂາວໄດ້ເປີດເຜີຍອັດຕາພາສີໃໝ່ຕໍ່ການນຳເຂົ້າລົດໄຟຟ້າ, ແຜງໂຊລາເຊວ ແລະ ຜະລິດຕະພັນພະລັງງານສະອາດອື່ນໆຈາກຈີນ. ໂດຍການເຄື່ອນໄຫວໃນຄັ້ງນີ້ແມ່ນເຫັນວ່າເປັນການຕໍ່ຕ້ານທາງການຄ້າ ແລະ ອາດຈະສົ່ງຜົນເສຍຕໍ່ສະຫະລັດ ໃນການຫຼຸດຜ່ອນການປ່ອຍອາຍພິດຄາບອນ ແລະ ການເພີ່ມຂີດຄວາມສາມາດໃນການແຂ່ງຂັນ
ອີງຕາມແຜນການແລ້ວ, ອັດຕາພາສີນຳເຂົ້າລົດ EV ຂອງຈີນຈະເພີ່ມຂຶ້ນຈາກ 25% ຂຶ້ນເປັນ 100% ແລະ ດ້ວຍອັດຕາພາສີເພີ່ມອີກ 2,5% ຕໍ່ພາຫະນະທັງໝົດທີ່ນຳເຂົ້າຕະຫຼາດສະຫະລັດ, ການຈັດເກັບພາສີທັງໝົດສຳລັບລົດ EV ຂອງຈີນແມ່ນຈະຢູ່ທີ່ 102,5%. ເຊິ່ງເປັນການເພີ່ມຂຶ້ນຢ່າງກ້າວກະໂດດທີ່ສຸດ ໂດຍເພີ່ມຂຶ້ນເປັນ 4 ເທົ່າຂອງອັດຕາເດີມທີ່ 27.5% , ໃນຂະນະທີ່ສິນຄ້າອື່ນໆຈະຖືກເກັບພາສີເພີ່ມຂຶ້ນເປັນ 2 ເທົ່າ.
ການເຄື່ອນໄຫວໃນຄັ້ງນີ້ໄດ້ເປັນໄປຕາມຂ່າວທີ່ຫຼຸດອອກມາສອງສາມມື້ກ່ອນໜ້ານີ້ວ່າ ສະຫະລັດຈະຂຶ້ນພາສີນຳເຂົ້າລົດໄຟຟ້າຈາກຈີນເພື່ອປົກປ້ອງອຸດສາຫະກຳລົດພາຍໃນປະເທດ. ໂດຍຈະເພີ່ມຂຶ້ນຈາກອັດຕາປັດຈຸບັນຂອງ 25% ເປັນ 100%.
ຜູ້ຊ່ຽວຊານໄດ້ເຕືອນວ່າການຂຶ້ນອັດຕາພາສີຈະເປັນອຸປະສັກຕໍ່ເປົ້າໝາຍທີ່ທະເຍີທະຍານຂອງຝ່າຍບໍລິຫານສະຫະລັດ ໃນການຫຼຸດຜ່ອນການປ່ອຍອາຍພິດຄາບອນຂອງເສດຖະກິດສະຫະລັດໃນປີ 2050, ເນື່ອງຈາກວ່າແບດເຕີຣີ ແລະ ລົດ EV ທີ່ມີລາຄາແພງສໍາລັບຊາວອາເມຣິກາທີ່ກໍາລັງປະເຊີນກັບອັດຕາເງິນເຟີ້, ເຊິ່ງນີ້ໝາຍຄວາມວ່າການຫຼຸດຜ່ອນການປ່ອຍອາຍພິດຄາບອນຈະຊ້າລົງຢ່າງແນ່ນອນ.
ໃນປີ 2022, ລັດຖະບານສະຫະລັດອາເມຣິກາໄດ້ນຳສະເໜີກົດໝາຍວ່າດ້ວຍການປ່ຽນແປງຂອງສະພາບດິນຟ້າອາກາດທີ່ສຳຄັນທີ່ສຸດໃນປະຫວັດສາດຂອງສະຫະລັດ, ເຊີ່ງກໍຄືກົດໝາຍວ່າດ້ວຍການຫຼຸດຜ່ອນອັດຕາເງິນເຟີ້ທີ່ມີເປົ້າໝາຍທີ່ຈະມອບເງິນຊ່ວຍເຫຼືອປະມານ 369 ຕື້ໂດລາສະຫະລັດ ເພື່ອຊຸກຍູ້ດ້ານພາສີ ແລະ ເງິນອຸດໜູນໃຫ້ແກ່ອຸດສາຫະກຳພະລັງງານສະອາດ, ລວມທັງລົດໄຟຟ້າ.
ການກີດກັ້ນລົດ EV ທີ່ມີຄຸນະພາບສູງ ແຕ່ລາຄາຕໍ່າຂອງຈີນບໍ່ໃຫ້ເຂົ້າສູ່ຕະຫຼາດສະຫະລັດນັ້ນ ແມ່ນຂັດຕໍ່ກັບເປົ້າໝາຍຂອງນັກການເມືອງສະຫະລັດໃນການປົກປ້ອງອຸດສາຫະກໍາລົດໃຫຍ່ຂອງສະຫະລັດ ແລະ ຍັງສົ່ງຜົນເສຍຕໍ່ການເຕີບໂຕຂອງອຸດສາຫະກໍາ ແລະ ການຮັກສາສິ່ງແວດລ້ອມ. ເນື່ອງຈາກອຸດສາຫະກຳລົດຂອງສະຫະລັດ ແມ່ນຕາມຫຼັງຈີນມາຫຼາຍປີໃນການຜະລິດລົດໄຟຟ້າໃນລາຄາຕໍ່າ ແລະ ການກໍາຈັດຄູ່ແຂ່ງຄືຈີນ ກໍບໍ່ໄດ້ສົ່ງຜົນດີຕໍ່ການຂັບເຄື່ອນນະວັດຕະກໍາພະລັງງານໃໝ່ຂອງຜູ້ຜະລິດລົດໃນສະຫະລັດ
ນອກຈາກລົດ EV ແລ້ວ, ສະຫະລັດໄດ້ເພີ່ມອັດຕາພາສີຕໍ່ຜະລິດຕະພັນໃນອຸດສາຫະກຳຕ່າງໆເຊັ່ນ: ເຊມິຄອນດັອດເຕີ ຫຼື ຊິບ, ເຊິ່ງຈະເພີ່ມຂຶ້ນເປັນ 2 ເທົ່າຈາກ 25% ເປັນ 50% ພາຍໃນປີ 2025.
ສຳລັບແຮ່ທາດທີ່ສຳຄັນບາງຊະນິດຈະຖືກເກັບພາສີ 25% ໃໝ່ໃນປີນີ້ ແລະ graphite ທໍາມະຊາດ ແລະ ແມ່ເຫຼັກຖາວອນຈະຖືກເກັບພາສີ 25% ໃນປີ 2026. ເຮືອເຄນທີ່ຍົກຕູ້ສິນຄ້າໜ້າທ່າເຮືອຈະຖືກເກັບພາສີ 25% ໃນປີນີ້.
ໃນຂະນະທີ່ເຫຼັກກ້າ ແລະ ອາລູມິນຽມບາງປະເພດທີ່ເຄີຍຖືກເກັບພາສີ 0% ຫຼື 7.5%, ນີ້ຈະເພີ່ມຂຶ້ນເປັນ 25% ໃນປີນີ້.
ແບັດເຕີຣີ lithium-ion ສຳລັບລົດ EV ແລະ ຊິ້ນສ່ວນຂອງແບັດເຕີຣີ ຈະເພີ່ມຂຶ້ນຈາກ 7.5% ເປັນ 25% ໃນປີນີ້. ໃນຂະນະທີ່ແບັດເຕີຣີ lithium-ion ທີ່ບໍ່ແມ່ນສຳລັບລົດ EV ກໍຈະຖືກເກັບພາສີເພິ່ມຂຶ້ນໃນປີ 2026 ເຊັ່ນກັນ.
ສ່ວນອັດຕາພາສີຂອງແຜງໂຊລາເຊວຈະເພີ່ມຂຶ້ນຈາກ 25% ເປັນ 50% ໃນປີນີ້. ປະເພດອຸປະກອນການແພດຄື: ເຂັມສັກຢາຈະຖືກເກັບພາສີ 50%, ເຄື່ອງຊ່ວຍຫາຍໃຈ ແລະ ໜ້າກາກອະນາໄມຈະເພີ່ມຂຶ້ນຈາກ 0% ຫຼື 7.5% (ຂຶ້ນກັບລາຍການ) ເປັນ 25% ໃນປີນີ້ເຊັ່ນດຽວກັນ. ສໍາລັບຖົງມືຢາງທາງການແພດ ແລະ ສັນຍະກຳຈະເພີ່ມຂຶ້ນຈາກ 7.5% ເປັນ 25%.
ຢ່າງໃດກໍຕາມ, ເຖິງແມ່ນວ່າການຈັດເກັບອັດຕາພາສີໃໝ່ສໍາລັບບາງປະເພດ – ລາຍການຜະລິດຕະພັນ ກໍພຽງແຕ່ສົ່ງຜົນກະທົບເປັນສ່ວນນ້ອຍຕໍ່ຈີນໃນຕະຫຼາດສະຫະລັດ, ແຕ່ມີຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອຂັດຂວາງການນໍາເຂົ້າທີ່ອາດຈະເພີ່ມຂຶ້ນໃນອະນາຄົດ.
ໃນເບື້ອງຕົ້ນ, ທຳນຽບຂາວກ່າວວ່າ ການປ່ຽນແປງພາສີຄາດວ່າຈະສົ່ງຜົນກະທົບຕໍ່ການນຳເຂົ້າປະຈຳປີປະມານ 18 ຕື້ໂດລາສະຫະລັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/