ລາຄາພືດຜັກຕ່າງໆ ມີການເໜັງຕີເລັກນ້ອຍ ຢູ່ຕາມຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນ ພາຍຫຼັງພື້ນທີ່ກະສິກຳຫຼາຍແຫ່ງຂອງນະຄອນຫຼວງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເມື່ອບໍ່ດົນມານີ້.

ຕາມການລາຍງານຂອງຄະນະຄຸ້ມຄອງຕະຫຼາດສົດ ບຶງທາດຫຼວງ ໃຫ້ຮູ້ວ່າ: ລາຄາຜັກກາດນາ 100.000 ກີບຕໍ່ກິໂລ ແລະ ຜັກຫົມ 50.000 ກີບຕໍ່ກິໂລ, ໃນຂະນະທີ່ລາຄາຜັກຊະນິດອື່ນມີລາຄາແຕກຕ່າງກັນໃນໄລຍະທີ່ຜ່ານມາ. ຕາມການລາຍງານຂອງ ໜັງສືພີມ ວຽງຈັນທາມ.

ເຈົ້າໜ້າທີ່ ຮັບຜິດຊອບ ຮັກສາ ບັນທຶກ ລາຄາ ຢູ່ໃນ ທ້ອງຫຼາດ ເວົ້າວ່າ ລາຄາ ພືດຜັກ ເກືອບທຸກ ຊະນິດ ມີການ ປັບຕົວ ຂື້ນລົງ ໃນແຕ່ລະວັນ ແລະ ນີ້ແມ່ນຕິດພັນກັບ ການເກັບຊື້ຈາກ ຜູ້ສະໜອງ ຫຼື ຜູ້ຜະລິດພາຍໃນ ນະຄອນຫຼວງ.

ລາຄາຜັກສົດຢູ່ຕະຫຼາດອົດຊີ  ມີການປ່ຽນແປງເລັກນ້ອຍ, ແຕ່ສິນຄ້າສ່ວນໃຫຍ່ຍັງຄົງລາຄາບໍ່ແພງ. “ໃນຂະນະທີ່ມີການປ່ຽນແປງລາຄາຂອງຜັກຫຼາຍຊະນິດ, ໂດຍສະເພາະແມ່ນຜັກທີ່ມີໃບເຊັ່ນ: ຜັກກາດ, ຫົວຜັກບົ່ວແລະຜັກກາດຈີນ, ການເພີ່ມຂຶ້ນຂອງລາຄາບໍ່ໄດ້ມີຄວາມຊັດເຈນ,” ໜັງສືພີມວຽງຈັນທາມ ລາຍງານ.

ປີ 2024 ຊຶ່ງນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸ 4 ຫົວຄື: ພາຍຸດີເປຣຊັນ, ພາຍຸໝູນເຂດຮ້ອນພຣະພິຣຸນ, ພາຍຸໄດ້ຝຸ່ນຢາກິ, ພາຍຸຊູລິກ ຊຶ່ງລວມມີ 15 ແຂວງ ທີ່ຖືກຜົນກະທົບ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງອຸດົມໄຊ, ໂດຍອີງຕາມຂໍ້ມູນ ທີ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງລາຍງານຜົນກະທົບວ່າ ຮອດວັນທີ 24 ກັນຍາ 2024, ລວມທັງໝົດມີ 125 ເມືອງ, 1.337 ບ້ານ, 50.889 ຄອບຄົວ, ປະຊາຊົນຖືກຜົນກະທົບ 200.169 ຄົນ ຍິງ 83.268 ຄົນ, ເສຍຊີວິດ 10 ຄົນ, ສູນຫາຍ 2 ຄົນ, ເຮືອນໄດ້ຮັບຄວາມເສຍຫາຍ 969 ຫຼັງ, ໃນນີ້: ເສຍຫາຍ 100% ຈໍານວນ 137 ຫຼັງ, ເສຍຫາຍບາງສ່ວນ 832 ຫຼັງ

.

ເນື້ອທີ່ທໍາການຜະລິດຖືກກະທົບ 29.659.39 ເຮັກຕາ, ຊົນລະປະທານ 125 ແຫ່ງ, ໜອງປາ 697 ໜອງ, ສັດໃຫຍ່ ແລະ ສັດປີກ ຈໍານວນ 11.866 ໂຕ; ເສັ້ນທາງ 272 ເສັ້ນ, ຂົວ 14 ແຫ່ງ, ໂຮງຮຽນ 79 ຫຼັງ, ໂຮງໝໍແຂວງ 1 ແຫ່ງ, ສຸກສາລາ 13 ແຫ່ງ, ນໍ້າລິນ 37 ແຫ່ງ, ເສົາໄຟຟ້າ 312 ເສົາ, ລະບົບນໍ້າປະປາ 6 ຈຸດ.

https://www.vientianetimes.org.la/sub-new/Business/Business_191_Vegetables_24.php?fbclid=IwY2xjawFplVhleHRuA2FlbQIxMAABHTvjp6utF4Lu8QByhwKniN5f3KNA-IpTB69uY6qZ69ODY7GU7W9V4Kwwpw_aem_3YTZVlhAPQVELQgStELjPA