ລາຄາຄໍາຂອງໂລກຍັງສືບຕໍ່ເພີ່ມຂຶ້ນໃນຮອບການຊື້-ຂາຍ ໃນວັນທີ 10ຕຸລາ ຜ່ານມາ, ຫຼັງຈາກນັກລົງທຶນຄາດວ່າທະນາຄານກາງ ສະຫະລັດ ອາເມຣິກາ (Fed) ຈະຫຼຸດອັດຕາດອກເບ້ຍໃນເດືອນໜ້າ ຫຼັງຈາກ ສະຫະລັດ ອາເມຣິກາ ໄດ້ປະກາດຂໍ້ມູນເສດຖະກິດຫຼ້າສຸດ.

ຂ່າວລະບຸວ່າ: ລາຄາຄຳ ເພີ່ມຂຶ້ນ 0,6% ເປັນ 2,623.58 ໂດລາ/ອອນ ໃນຮອບ 1 ໂມງເຊົ້າ, ເປັນການຢຸດຕິການຫຼຸດລົງ 6 ຮອບຕິດຕໍ່ກັນ. ລາຄາຄຳໃນອະນາຄົດຂອງ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 0,5% ເປັນ 2,639.30 ໂດລາ/ອອນ. ຕາມການລາຍງານຂອງ ສື່ຕ່າງປະເທດ

ໃນບົດລາຍງານດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງ ສະຫະລັດ ອາເມຣິກາ ໄດ້ສະແດງໃຫ້ເຫັນວ່າມີການເພີ່ມຂຶ້ນເລັກນ້ອຍກວ່າທີ່ຄາດຄະເນໄວ້ໃນເດືອນກັນຍາ 2024. 

ຈໍານວນໃບຄໍາຮ້ອງຂໍຮັບສະຫວັດດີການວ່າງງານຂອງ ສະຫະລັດ ອາເມຣິກາປະຈໍາອາທິດ ເພີ່ມຂຶ້ນເປັນ 258,000 ໃບ ໃນອາທິດທີ່ສິ້ນສຸດໃນວັນທີ 5 ເດືອນຕຸລາ ຜ່ານມາ, ສູງກວ່າລະດັບທີ່ຄາດຄະເນໄວ້ວ່າຈະມີ 230,000 ໃບ.

ທ່ານ ອາເລັກ ເອັບຄາຣຽນ ຜູ້ອຳນວຍການຂອງ Allegiance Gold ກ່າວວ່າ: ບົດລາຍງານ CPI ບໍ່ໄດ້ນໍາເອົາຄວາມແປກໃຈ ແລະ ຂໍ້ມູນວຽກທີ່ອ່ອນແອສະແດງໃຫ້ເຫັນວ່າ Fed ແມ່ນຢູ່ໃນເສັ້ນທາງທີ່ຈະປັບຫຼຸດອັດຕາດອກເບ້ຍຊຶ່ງຊ່ວຍໃຫ້ລາຄາຄໍາເພີ່ມຂຶ້ນ. ທ່ານກ່າວຕື່ມວ່າ: “ສອງສາມມື້ຜ່ານມານີ້, ລາຄາຄໍາໄດ້ຄົງທີ່. ດັ່ງນັ້ນ, ນີ້ແມ່ນສະພາບທີ່ດີທີ່ລາຄາຄຳຈະຟື້ນຕົວ. ການເພີ່ມຂຶ້ນຂອງຄວາມເຄັ່ງຕຶງທາງດ້ານພູມສາດດ້ານການເມືອງ ແລະຄວາມຕ້ອງການຊື້ຄໍາທີ່ເຂັ້ມແຂງຂອງທະນາຄານກາງ ແມ່ນອີກປັດໃຈໜຶ່ງທີ່ສະໜັບສະໜູນລາຄາຄໍາ.

ກ່ອນໜ້ານີ້, ວັນທີ 18 ກັນຍາ ທີ່ຜ່ານມາ ທະນາຄານກາງສະຫະລັດ (FED) ຫຼຸດດອກເບ້ຍລົງ 0.5% ເຫຼືອ 4.75% – 5.00% ຕໍ່ປີ ຄັ້ງທຳອິດໃນຮອບ 4 ປີ.
https://www.reuters.com/markets/commodities/gold-ticks-up-us-inflation-data-focus-2024-10-10/