ລັດຖະມົນຕີກະຊວງການເງິນ ຊຸກຍູ້ໃຫ້ລະບົບການເງິນຫັນເປັນລະບົບທີ່ທັນສະໄໝ ກ້າວເປັນດິຈິຕອລ

ລັດຖະມົນຕີ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດວຽກ ການຫັນເປັນທັນສະໄໝກ້າວເປັນດິຈິຕອລຂອງຂະແໜງການເງິນ ຢູ່ກົມເທັກໂນໂລຢີຂໍ້ມູນຂ່າວສານການເງິນ, ພ້ອມເນັ້ນໃຫ້ກົມດັ່ງກ່າວເອົາໃຈໃສ່ຄົ້ນຄວ້າ ເພື່ອໃຫ້ລະບົບຫັນເປັນທັນສະໄໝຂອງຂະແໜງການເງິນ ສາມາດຄຸ້ມຄອງລວມສູນ.

ການລົງຢ້ຽມຢາມຄັ້ງດັ່ງກ່າວ ມີຂຶ້ນໃນອາທິດທີ່ຜ່ານມາ ໂດຍການຕ້ອນຮັບຂອງທ່ານ ປອ ວິໄລທອງ ສຸດທະວີໄລ ຮັກສາການ ຫົວໜ້າກົມເທັກໂນໂລຢີ ຂໍ້ມູນຂ່າວສານການເງິນ ກະຊວງການເງິນ ຄະນະກົມ ຄະນະຫ້ອງການກະຊວງ ພະນັກງານວິຊາການ ໄດ້ເຂົ້າຮ່ວມ.

ລັດຖະມົນຕີ

ໂອກາດດັ່ງກ່າວ ທ່ານ ປອ ວິໄລທອງ ສຸດທະວິໄລ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝດິຈິຕອລ ຂອງຂະແໜງການເງິນພາກລັດໃນໄລຍະທີ່ຜ່ານມາ ແລະ ກົງຈັກການຈັດຕັ້ງ-ພາລະບົດບາດ ຂອງກົມ.​ ບັນດາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພ.​ ລະບົບຊໍາລະພາສີ-ອາກອນ ຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນ ຢູ່ລະບົບ FINLINK ລະບົບຖານຂໍ້ມູນໃຫຍ່ລວມສູນ ລະບົບຄຸ້ມຄອງພະນັກງານ ແລະ ຫ້ອງການ ການບໍາລຸງຮັກສາລະບົບ ແລະ ທິດທາງແຜນວຽກຈຸດສຸມ ທີ່ສຳຄັນຈະຕ້ອງໄດ້ຮີບຮ້ອນພັດທະນາໃນຕໍ່ໜ້າ,​ ພ້ອມທັງສະເໜີສ້າງຫ້ອງຄວບຄຸມລະບົບຄຸ້ມຄອງຕິດຕາມເຄືອຂ່າຍ NOC ແລະ ຄຸ້ມຄອງຕິດຕາມ ແຈ້ງເຕືອນຄວາມປອດໄພຂໍ້ມູນ SOC ຄຸ້ມຄອງລະບົບຖານຂໍ້ມູນໃຫຍ່ລວມສູນ Lao FIDA ແລະ ສາງເກັບມ້ຽນອຸປະກອນ ໄອທີສຳຮອງໄວ້ເພື່ອແກ້ໄຂບັນຫາອຸປະກອນຂັດຂ້ອງໃຫ້ທັນເວລາ.

ລັດຖະມົນຕີ

   ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການງເງິນ ໄດ້ມີຄຳເຫັນໂອ້ລົມຊີ້ນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກ ການຫັນເປັນທັນສະໄໝກ້າວເປັນດິຈິຕອລ ຂອງຂະແໜງການເງິນ ເຊິ່ງປັດຈຸບັນກະຊວງການເງິນແມ່ນມີຫຼາຍລະບົບໃນການນນຳໃຊ້ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ເອົາໃຈໃສ່ຄົ້ນຄວ້າ ເພື່ອໃຫ້ລະບົບຫັນເປັນທັນສະໄໝຂອງຂະແໜງການເງິນ ສາມາດຄຸ້ມຄອງລວມສູນ ເພື່ອອຳນວຍຄວາມສະດວກ ໃນການຄຸ້ມຄອງ ບໍາລຸງຮັກສາ ແລະ ຈັດຕັ້ງປະຕິບັດວຽກງານ ກ່ຽວກັບການລົດຜ່ອນຂັ້ນຕອນຂອດຂັ້ນ ໃນການແຈ້ງຊຳລະ ແລະ ສາມາດເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ.

ພ້ອມນັ້ນ ໃຫ້ຄົ້ນຄວ້າພັດທະນາລະບົບ ຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດ ເຂົ້າລະບົບງົບປະມານ ເອົາໃຈໃສ່ປັບປຸງລະບົບພື້ນຖານໂຄງລ່າງເຄືອຂ່າຍໃຫ້ເປັນທັນສະໄໝ ກ້າວໄປສູ່ລະບົບ Cloud ແລະ ກຳນົດແຜນວຽກຈຸດສຸມລະອຽດ ການພັດທະນາລະບົບຫັນວຽກງານເປັນທັນສະໄໝ ຕ້ອງຄຳນຶງໃຫ້ສາມາດລົດຜ່ອນຂັ້ນຕອນ ສ້າງຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການເງິນ ແລະ ກຳນົດໄລຍະເວລາ ການຈັດຕັ້ງປະຕິບັດ ສຳຫຼວດກວດຄືນ ແລະ ກຳນົດມາດຕະຖານ ເງື່ອນໄຂລະອຽດໃຫ້ສອດຄ່ອງກັບການນຳໃຊ້ໜ້າວຽກຕົວຈິງ.

ຂອບໃຈຂໍ້ມູນຈາກ:

https://bit.ly/3SckMvY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/