ອີງຕາມການລາຍງານຂອງ CMG 93, ເມື່ອບໍ່ດົນມານີ້ ເຮືອບິນຂົນສົ່ງໝາກຖົ່ວລຽນ ສົດຂອງມະເລເຊຍລຳໜຶ່ງໄດ້ເດີນທາງໄປຮອດສະໜາມບິນສາກົນຊິ່ນເຈີ້ງຂອງນະຄອນເຈີ້ງໂຈ່ວແຂວງເຫີນານຈີນ.

ໂດຍຂ່າວລະບຸຕື່ມວ່າ ໝາກຖົ່ວລຽນເຫຼົ່ານີ້ຈະຖືກຂົນສົ່ງໄປແຫ່ງຕ່າງໆໃນທົ່ວປະເທດຈີນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ມີຕໍ່ໝາກໄມ້ນຳເຂົ້າຈາກຕ່າງປະເທດ. ນີ້ເປັນຄັ້ງທຳອິດທີ່ໝາກທຸລຽນມາເລເຊຍເຂົ້າສູ່ຕະຫຼາດຈີນພາຍຫຼັງຜ່ານການກວດກາແລະກັກກັນພະຍາດແລ້ວໄດ້ອຸນຸຍາດໃຫ້ອອກສູ່ຕະຫຼາດ.

ເດືອນມິຖຸນາປີນີ້, ຈີນແລະມາເລເຊຍໄດ້ເຊັນສັນຍາການຮ່ວມມືແລະບົດບັນທຶກ 14 ລາຍການ. ໃນນັ້ນ, ການລົງນາມໃນ “ອະນຸສັນຍາກ່ຽວກັບຄວາມຮຽກຮ້ອງ ຂອງການກັກກັນພະຍາດພືດຕໍ່ໝາກຖົ່ວລຽນສົດມາເລເຊຍທີ່ສົ່ງໄປປະເທດຈີນ ລະຫວ່າງອົງການດ່ານພາສີຈີນກັບກະຊວງກະສິກຳແລະຄວາມໝັ້ນຄົງດ້ານສະບຽງອາຫານມາເລເຊຍ” ໝາຍຄວາມວ່າ: ໝາກທຸລຽນມາເລເຊຍສາມາດສົ່ງອອກໄປສູ່ປະເທດຈີນ.

ທ່ານ Datuk Arthur Joseph Kurup, ຮອງລັດຖະມົນຕີກະຊວງກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ຮູ້ວ່າ: ໃນໄລຍະເລີ່ມຕົ້ນ, ໝາກຖົ່ວລຽນ 40 ໂຕນ, ລວມທັງແນວພັນເຊັ່ນຕ່າງໆ, ຈາກ 8 ບໍລິສັດສົ່ງອອກຈະສົ່ງໄປຈີນໃນ 3 ໄລຍະ. ໂດຍ​ໄລຍະ​ທີ 1 ມີ 15 ​ໂຕນ​ໃນ​ວັນ​ທີ 24 ສິງຫາ, ​ໄລຍະ​ທີ 2 ຈະ​ສົ່ງ​ອອກ​ໃນ​ວັນ​ທີ 25 ສິງຫາ 10 ​ໂຕນ, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ຈະ​ສົ່ງ​ອອກ​ໃນ​ໄລຍະ​ທີ 3.

ຈີນ ເປັນຕະຫຼາດໃຫຍ່ທີ່ສຸດໃນການບໍລິໂພກໝາກຖົ່ວລຽນຂອງທົ່ວໂລກ, ການປ່ຽນແປງຂອງສະພາບການໃນຕະຫຼາດ ຫຼື ການເປີດກວ້າງຕະຫຼາດໝາກໄມ້ໃນຈີນ ໄດ້ສ້າງຜົນສະທ້ອນຢ່າງເລິກເຊິ່ງຕໍ່ຕ່ອງໂສ້ອຸດສາຫະກຳໝາກໄມ້ຂອງທົ່ວໂລກ.

ໃນຊຸມປີຜ່ານມານີ້, ຄຽງຄູ່ກັບຊາວຈີນ ມີຄວາມຕ້ອງການບໍລິໂພກໝາກໄມ້ທີ່ມີຄຸນະພາບສູງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຈີນ ກໍໄດ້ເປີດກວ້າງການເປີດປະຕູສູ່ພາຍນອກ ໃນລະດັບສູງຢ່າງຕໍ່ເນື່ອງ, ໝາກໄມ້ຕ່າງປະເທດຊະນິດຕ່າງໆເຊັ່ນ: ໝາກຖົ່ວລຽນ, ໝາກເຊິຣີ, ໝາກກີວີ ແລະ ອື່ນໆກໍໄດ້ພາກັນປ້ອນເຂົ້າຕະຫຼາດ ຂອງຈີນ, ເຮັດໃຫ້ຜູ້ບໍລິໂພກຂອງຈີນ ມີທາງເລືອກຢ່າງອຸດົມສົມບູນຂຶ້ນ, ພ້ອມທັງໄດ້ສ້າງໂອກາດດ້ານຕະຫຼາດອັນໃຫຍ່ຫຼວງຕໍ່ປະເທດທີ່ກຳລັງຜະລິດໝາກໄມ້ຂອງໂລກ.

ໃນໄລຍະ 1-2 ປີທີ່ຜ່ານມາ ຈີນຍັງມີຕະຫຼາດໝາກໄມ້ເກີດໃໝ່ ແລະ ກຳລັງໄດ້ຮັບຄວາມນິຍົມໃນຕະຫຼາດຈີນຢ່າງຫຼວງຫຼາຍກໍຄື ໝາກ ຖົ່ວລຽນ, ປີ 2023, ຈີນ ໄດ້ນຳເຂົ້າໝາກຖົ່ວລຽນສົດ 1,426 ລ້ານໂຕນ, ໃນນັ້ນໄທ ແລະ ຫວຽດນາມ ໄດ້ກວມເອົາອັດຕາເປັນສ່ວນໃຫຍ່.

ທີ່ມາ: (2) Facebook ; Malaysia exports fresh durian to China for first time – VnExpress International