ຜົນວິໄຈເຜີຍ ເດັກນ້ອຍທີ່ມີພໍ່ແມ່ເປັນ LGBTQ+ ມັກມີຄວາມສຸກຫຼາຍກວ່າເດັກນ້ອຍທົ່ວໄປ


ໃນປີ 2023 ນັກວິໄຈຈາກເບວຢຽມ, ອິຕາລີ ແລະ ແຄລິຟໍເນຍ ເຮັດການສຶກສາຄອບຄົວເກ ຊາວຢູໂຣບ 67 ຄອບຄົວ ເຊິ່ງມີລູກດ້ວຍການໃຫ້ຜູ້ຍິງອຸ້ມບຸນໃຫ້ ຈຶ່ງເຮັດໃຫ້ມີຜູ້ຊາຍຝັ່ງໃດຝັ່ງໜຶ່ງຍັງຄົງເປັນພໍ່ແທ້ໆ ພ້ອມປຽບທຽບກັບຄອບຄົວປົກກະຕິໃນຢູໂຣບອີກ 67 ຄູ່ ເພື່ອຖາມຄຳຖາມຕ່າງໆ ກ່ຽວກັບການລ້ຽງລູກ ແລະ ບັນຫາພາຍໃນຄອບຄົວ ນອກຈາກນີ້ຍັງມີການສັງເກດພືດຕິກຳລູກຂອງພວກເຂົາ ວ່າມີພາວະຊຶມເສົ້າ ຫຼື ມີຄວາມກັງວົນຫຼືບໍ່?

ໂດຍທີມວິໄຈໄດ້ຕີພິມລົງວາລະສານ “Family Process” ເຊິ່ງເຜີຍວ່າ ພໍ່ທີ່ເປັນເກມີລູກທີ່ມີຄວາມປະພຶດດີກວ່າ ແລະ ມີຄວາມສຸກກວ່າຫາກປຽບທຽບກັບຄູ່ຮັກຊາຍຍິງທົ່ວໄປ ພ້ອມຍັງພົບວ່າ ມີຄວາມສົມດຸນເລື່ອງໜ້າທີ່ກັນຢ່າງເໝາະສົມ. ນອກຈາກນີ້ໃນປີ 2014 “BMC Public Health” ວາລະສານງານວິໄຈຂອງມະຫາວິທະຍາໄລ ເມວເບີນ ໃນອອສເຕຣເລຍ ກໍມີຜົນອອກມາຄ້າຍຄືກັນວ່າເດັກນ້ອຍທີ່ມາຈາກຄອບຄົວເພດດຽວກັນຈະມີຄະແນນສຸຂະພາບ ແລະ ຄວາມສາມັກຄີສູງກວ່າຄອບຄົວທົ່ວໄປ.

ໂດຍທີມວິໄຈເຜີຍວ່າ ຄວາມສາມັກຄີທີ່ມາຈາກຄອບຄົວເພດດຽວກັນນັ້ນ ເປັນຜົນມາຈາກການກະຈາຍວຽກງານຢ່າງເທົ່າທຽມ ເພາະຄູ່ຮັກເພດດຽວກັນມີີທ່າອ່ຽງທີ່ຈະແບ່ງປັນຄວາມຮັບຜິດຊອບກັນຢ່າງສົມດຸນກວ່າຄູ່ຮັກຕ່າງເພດນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/