ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ນຳຈາກບັນດາ ປະເທດ ອາຊຽນ ແລະ ຕີມໍແລສເຕ້ ຫາລືຮ່ວມກັບ ສະພາທີ່ປຶກສາທຸລະກິດອາຊຽນ ເພື່ອເພີ່ມທະວີການຮ່ວມມືການຄ້າ ແລະ ການເຊື່ອມຈອດ.

ໃນວັນທີ 9 ຕຸລາທີ່ຜ່ານມາ , ພະນະທ່ານ ສອນໄຊ   ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ປີ 2024  ພາຍໃຕ້ຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ເປັນປະທານກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ (ASEAN-Business Advisory Council).

ກອງປະຊຸມພົບປະ ລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງນີ້ ໄດ້ຮັບຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນບູລິມະສິດຂອງພາກທຸລະກິດ ໃນປີ 2024 ຄື: ການຫັນເປັນດິຈິຕອນ, ການພັດທະນາທີ່ຍືນຍົງ, ຄວາມເຂັ້ມແຂງດ້ານສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ການເຊື່ອມຈອດ ແລະ ຕ່ອງໂສ້ການສະໜອງ ໂດຍສະເພາະ ການອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດໃນການຊຸກຍູ້ ແລະ ສົ່ງເສີມໃຫ້ການພັດທະນາເສດຖະກິດຂອງພາກພື້ນ ໃຫ້ມີຄວາມເຂັ້້ມແຂງ, ມີຄວາມສາມາດແຂ່ງຂັນສູງ ແລະ ມີການເຊື່ອມໂຍງ-ເຊື່ອມຈອດດ້ານເສດຖະກິດທີ່ເຂັ້ມແຂງ    ກັບພາກພື້ນອື່ນໃນໂລກ.

 ກອງປະຊຸມ ເຫັນວ່າ ອາຊຽນຄວນເພີ່ມທະວີການຮ່ວມມືກັນລະຫວ່າງພາກລັດກັບພາກທຸລະກິດ ໂດຍສະເພາະການຮ່ວມມືກັນເພື່ອຊອກຫາຊ່ອງທາງໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອຫຼຸດຜ່ອນສິ່ງກີດຂວາງທາງດ້ານການຄ້າ ໂດຍໝູນໃຊ້ກາລະໂອກາດໃນການຫັນເປັນດິຈິຕອນ ເພື່ອໃຫ້ພາກທຸລະກິດສາມາດດໍາເນີນທຸລະກິດຕ່າງໆ ຢ່າງມີປະສິດທິພາບ, ມີຄຸນນະພາບ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ພາກພື້ນໂດຍລວມ.