ບໍ່ຕ້ອງຮູ້ທຸກເລື່ອງກໍໄດ້ ເພາະສະເໜ່ຂອງການພາດບາງຢ່າງ ເຮັດໃຫ້ເບິ່ງເຫັນຄວາມສຸກໄດ້ງ່າຍຂຶ້ນ

.
ເຮົາມັກໃຊ້ຊິວິດໄປກັບຄວາມຢ້ານສິ່ງຕ່າງໆຄື ຢ້ານບໍ່ໄດ້ການຍອມຮັບ ຢ້ານເຮັດບໍ່ໄດ້ ຢ້ານບໍ່ໄດ້ເປັນທີ່ຮັກຂອງຄົນອື່ນ ແລະ ອີກຢ່າງໜຶ່ງແມ່ນ ຢ້ານວ່າຈະພາດຫຍັງບາງຢ່າງໄປ (Fear of Missing Out: FOMO) ເອີ້ນໄດ້ວ່າເປັນຄວາມຢ້ານທາງສັງຄົມທີ່ເຮົາຕ້ອງຮັບມື ເມື່ອຮູ້ວ່າຕົນພາດບາງຢ່າງທີ່ມ່ວນໆຫຼືໜ້າສົນໃຈໄປ
.
ເພາະຊ່ວງເວລາໃນແຕ່ລະມື້ເກືອບ 100 ເປີເຊັນຂອງໃຜຫຼາຍຄົນຖືກໃຊ້ໄປກັບແພັດຟອມອອນລາຍຕ່າງ ເຊັ່ນ Facebook, Instagram ແລະ TikTok ເນື່ອງຈາກຂໍ້ມູນຂ່າວສານ ແລະ ເທຣນຕ່າງໆ ມັກມາໄວໄປໄວຍິ່ງກວ່າລົດແຂ່ງອີກ
.
ເຮັດໃຫ້ເຮົາເກີດຄວາມກົດດັນຕົວເອງວ່າຕ້ອງຕາມເທຣນໃຫ້ທັນທຸກເລື່ອງຈົນກາຍເປັນຄວາມຄຽດ ແລະ ຢ້ານວ່າຈະເວົ້າກັບເພື່ອນຝູງຮູ້ເລື່ອງບໍ່? ຢ້ານຄວາມສຳພັນບໍ່ໝັ່ນຄົງ ຈາກການພາດຫຍັງບາງຢ່າງໄປ ຫຼື ບໍ່ກໍອາດສົ່ງຜົນໃຫ້ບາງຄົນພູມໃຈໃນຕົວເອງໜ້ອຍລົງ ເຫງົາຫຼາຍຂຶ້ນ ແລະ ເບິ່ງເຫັນຄວາມສຸກໃນຊິວິດລົດລົງ ເພາະໂຟກັດແຕ່ສິ່ງກະຕຸ້ນພາຍນອກຫຼາຍເກີນໄປ
.
ແຕ່ຢາກແນະນຳໃຫ້ທຸກຄົນຮູ້ຈັກສິ່ງທີ່ກົງກັນຂ້າມຂອງຄວາມຢ້ານການພາດບາງຢ່າງ ຫຼື FOMO ນັ້ນແມ່ນ ‘ຄວາມສຸກຈາກການພາດຫຍັງບາງຢ່າງໄປ’ ແນວຄິດທີ່ເຮັດໃຫ້ເຮົາຫັນມາຢູ່ກັບຕົວເອງຫຼາຍຂຶ້ນ ແລະ ເບິ່ງເຫັນຄວາມສຸກໄດ້ງ່າຍຂຶ້ນ ໂດຍການຕັດສິ່ງກະຕຸ້ນທີ່ບໍ່ຈຳເປັນອອກໄປ
.
ຈາກຕົວຢ່າງກໍລະນີສຶກສາຂອງ ທາລີ ກາຊິດ (Tali Gazit) ຮອງສາດສະດາຈານດ້ານວິທະຍາການຈັດການກ່ຽວກັບຂໍ້ມູນ ຈາກມະຫາວິທະຍາໄລບຣາ-ໄອແລນ (Bar-Ilan University) ອິດສາລະເອວ ໄດ້ສຸ່ມກຸ່ມຕົວຢ່າງ 571 ຄົນ ເປັນຕົວແທນຕອບແບບສອບຖາມເພື່ອປະເມີນຄວາມຮູ້ສຶກຂອງພວກເຂົາ ຫຼັງຈາກລະບົບການໃຊ້ງານຂອງ Facebook, Instagram, Messenger ແລະ WhatsApp ໄດ້ລົ້ມຫຼາຍຊົ່ວໂມງ ໃນວັນທີ່ 4 ຕຸລາ 2021
.
ຜົນປະກົດວ່າ ສ່ວນໃຫຍ່ຮູ້ສຶກຄຽດເພາະຢ້ານວ່າຈະພາດຂໍ້ມູນຂ່າວສານ ເຊິ່ງສອດຄ້ອງກັບງານວິໄຈທີ່ສຶກສາກ່ຽວກັບ FOMO ວ່າມີຜົນຕໍ່ຄວາມຮູ້ສຶກເຮັດໃຫ້ມີຄວາມຄຽດ ແລະ ລະດັບການໃຊ້ໂຊຊຽວມີເດຍທີ່ຄົນປົກກະຕິມີ
.
ໃນປີ 2023 ໄດ້ມີການສຶກສາກ່ຽວກັບ JOMO ເຜີຍວ່າ ຫຼາຍຄົນຮູ້ສຶກໂລ່ງໃຈແລະມີຄວາມສຸກຫຼາຍຂຶ້ນເມື່ອບໍ່ໃຊ້ໂຊຊຽວມີເດຍ ລວມເຖິງບໍ່ຮູ້ສຶກຖືກກະຕຸ້ນຈາກພຶດຕິກຳຂອງຜູ້ອື່ນຫຼາຍຈົນເກີນໄປ
.
ກາຊິດ ກ່າວວ່າ ’ຜູ້ຄົນຈຳນວນຫຼາຍຮູ້ສຶກມີຄວາມສຸກກັບຕົວເອງຫຼາຍຂຶ້ນແລະພວກເຂົາພົບວ່າຄວາມສຸກເກີດຈາກການໂອ້ລົມກັບຄົນຮັກ ໝູ່ເພື່ອນ ແລະ ໄດ້ເຮັດສິ່ງຕ່າງໆຮ່ວມກັນຫຼາຍຂຶ້ນແທນການໃຊ້ໂຊຊຽວມີເດຍ’
.
ແຕ່ຢ່າຟ້າວເຂົ້າໃຈຜິດວ່າ JOMO ກຳລັງໂທດໂຊຊຽວມີເດຍວ່າ ມັນບໍ່ດີຕໍ່ຊິວິດ ຫຼື ຍົວະໃຫ້ທຸກຄົນຖິ້ມໂທລະສັບ ຫຼື ປິດຄອມຂອງຕົວເອງ ພຽງແຕ່ເປັນແນວຄິດທີ່ເຮັດໃຫ້ເຮົາຫັນມາຈັດລຳດັບຄວາມສຳຄັນໃນການດູແລຕົວເອງ ເພື່ອຄົ້ນຫາຄວາມສຸກ ແລະ ຄວາມພໍໃຈໄດ້ງ່າຍຂຶ້ນ
.
ເວົ້າອີກຢ່າງໜຶ່ງກໍແມ່ນຝຶກໃຫ້ເຮົາເລືອກປະຕິເສດບາງຢ່າງທີ່ບໍ່ຈຳເປັນຕໍ່ຊິວິດເຮົາ ຊ່ວຍໃຫ້ຈິງໃຈຕໍ່ຕົວເອງສິ່ງເຫຼົ່າອາດບໍ່ໄດ້ກ່ຽວກັບໂຊຊຽວມີເດຍ ອາດຈະເປັນຄຳຊວນ ຫຼືເຮັດກິດຈະກຳບາງຢ່າງທີ່ເຮົາບໍ່ຢາກເຮັດເຊັ່ນ ການຊັກຊວນໃຫ້ເຂົ້າຮ່ວມໂປຣໂມຊັ່ນ ການສະໝັກບັດສະມະຊິກຫຼື ຕ້ອງມີກະເປົ່ານີ້ແລ້ວເຈົ້າຈະເທ່ຂຶ້ນເປັນຕົ້ນ.
.
ດັ່ງນັ້ນ ການໄດ້ລອງພາດບາງສິ່ງບາງຢ່າງໄປ ກໍບໍ່ແມ່ນເລື່ອງຮ້າຍແຮງ ຫຼື ເຮັດໃຫ້ຄວາມສຳພັນບໍ່ໝັ່ນຄົງ ພຽງແຕ່ເປັນອີກວິທີໜຶ່ງທິ່ເຮັດໃຫ້ເຮົາຫັນມາຮັກຕົວເອງຫຼາຍຂຶ້ນ ພ້ອມກັບສຳຫຼວດຄວາມສຸກທີ່ແທ້ຈິງຂອງຕົວເອງໄປນຳ.