ທ່ານ ພັນຄຳ ວິພາວັນ ກ່າວ ຕະຫຼອດໄລຍະທີ່ດຳລົງຕຳແໜ່ງ ໄດ້ອຸທິດ ສະຕິປັນຍາ ແລະ ເຫື່ອແຮງ ຂອງຕົນ ໃນວຽກງານພັກ-ລັດ

ທ່ານ ພັນຄຳ ວິພາວັນ

ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານການປະຕິບັດ ໜ້າທີ່ ທີ່ຜ່ານມາ ເຊິ່ງໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ວ່າ: ກ່ອນອື່ນຂ້າພະເຈົ້າ ສະແດງຄວາມຂອບໃຈຕໍ່ປະທານກອງປະຊຸມ ທີ່ໄດ້ອະນຸຍາດໃຫ້ຂ້າພະເຈົ້າມີຄວາມເຫັນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ກ່ຽວກັບການປະຕິບັດໜ້າທີ່ຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ຮັບຕຳແໜ່ງນາຍົກລັດຖະມົນຕີໃນວັນທີ 22 ເດືອນມີນາ ປີ 2021 ຕາມການສະເໜີຂອງປະທານປະເທດ ແລະ ຕາມການຮັບຮອງຂອງກອງປະຊຸມປະຖົມມະລືກຂອງສະພາແຫ່ງຊາດຊຸດທີ 9 ເຊິ່ງມາຮອດມື້ນີ້ກໍເກືອບ 2 ປີກວ່າໆ, ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວ ໃນຫຼາຍປີຜ່ານມາ ປະເທດຊາດຂອງພວກເຮົາພົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທັງໄດ້ຮັບຜົນກະທົບໜັກໜ່ວງ ແລະ ຫຼີກເວັ້ນບໍ່ໄດ້ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຜົນກະທົບຈາກສະພາບອັນຖົດຖອຍຂອງເສດຖະກິດໂລກ.

ຕະຫຼອດໄລຍະທີ່ດຳລົງຕຳແໜ່ງ ໃນໄລຍະທີ່ຜ່ານມາ ຂ້າພະເຈົ້າໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ພ້ອມກັບໝູ່ຄະນະລັດຖະບານ ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ ແລະ ກໍມີຫຼາຍດ້ານໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້, ພ້ອມກັນນັ້ນ ວຽກງານສຳຄັນຈຳນວນໜຶ່ງ ຍັງບໍ່ສາມາດບັນລຸໄດ້ຕາມຄວາມມຸ່ງຫວັງທີ່ວາງໄວ້ ເຊິ່ງສິ່ງດັ່ງກ່າວເປັນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ປະເທດຊາດຂອງພວກເຮົາ ຍັງຕ້ອງໄດ້ສືບຕໍ່ແກ້ໄຂຕໍ່ໄປ. ໂດຍອີງໃສ່ອາຍຸກະສຽນຂອງຂ້າພະເຈົ້າ ກໍກ້າວສູ່ 72 ປີ ໃນອີກບໍ່ພໍເທົ່າໃດເດືອນ ຫຼື ໃນຕໍ່ໜ້ານີ້ ແລະ ທີ່ສຳຄັນກໍແມ່ນສະພາບທາງດ້ານສຸຂະພາບຮ່າງກາຍຂອງຂ້າພະເຈົ້າ ເຫັນວ່າຖົດຖອຍຫຼາຍ ບໍ່ແຂງແຮງຄືແຕ່ກ່ອນ ແລະ ຮູ້ສຶກວ່າໃນສະພາບທີ່ບ້ານເມືອງກຳລັງພົບຄວາມຫຍຸ້ງຍາກຄືສູ່ມື້ນີ້  ຂ້າພະເຈົ້າບໍ່ສາມາດແບກຮັບພາລະອັນໜັກໜ່ວງຕໍ່ໄປໄດ້ແລ້ວ.

ທ່ານ ພັນຄຳ ວິພາວັນ

ຍ້ອນແນວນັ້ນໃນວັນທີ 15 ທັນວາ 2022 ຂ້າພະເຈົ້າ ຈຶ່ງໄດ້ຂຽນໃບຄຳຮ້ອງເຖິງທ່ານປະທານປະເທດ ເພື່ອຂໍໃຫ້ເພິ່ນພິຈາລະນາອະນຸມັດໃຫ້ຂ້າພະເຈົ້າ ໄດ້ຮັບນະໂຍບາຍຂໍພັກຜ່ອນຂໍຮັບເບ້ຍບຳນານ ທ່ານປະທານປະເທດກໍເຫັນດີອະນຸຍາດ ໃຫ້ຂ້າພະເຈົ້າອອກພັກຜ່ອນຮັບເບ້ຍບຳນານໃນການສະເໜີ. ບັນດາທ່ານທີ່ມີກຽດທັງຫຼາຍທີ່ເຄົາລົບ ແລະ ນັບຖື. ຂ້າພະເຈົ້າເປັນລູກໄຮ່ຊາວນາ ເຂດຊົນນະບົດ ບໍ່ມີໂອກາດຮຽນໜັງສື ພໍແຕ່ອ່ານອອກຂຽນໄດ້ເລັກໆໜ້ອຍໆ ແມ່ແມ່ນບໍ່ຮູ້ໜັງສືເລີຍ, ຍ້ອນການປະຕິວັດ ຂ້າພະເຈົ້າຈຶ່ງໄດ້ມີໂອກາດຮ່ຳຮຽນສຶກສາ ທັງພາຍໃນ ແລະ ຕ່າງປະເທດ ຈົນຈົບປະລິນຍາເອກ ຍ້ອນການເອົາໃຈໃສ່ຂອງການນຳພັກ-ລັດ ຂ້າພະເຈົ້າຈຶ່ງໄດ້ຮັບການມອບໝາຍປະຕິບັດໜ້າທີ່ສຳຄັນຕ່າງໆ ໃນກົງຈັກຂອງພັກເປັນຂັ້ນໆມາ ຈົນຮອດຕຳແໜ່ງເປັນນາຍົກລັດຖະມົນຕີ ເຊັ່ນວ່າ: ນັບແຕ່ການເຂົ້າປະຕິວັດ ເມື່ອປີ 1968 ເປັນຕົ້ນມາ. ນອກຈາການໃຊ້ເວລາໃນການສຶກສາຮ່ຳຮຽນແລ້ວ ຂ້າພະເຈົ້າໄດ້ເປັນຄູສອນວິຊາເລກ, ເປັນຄູສອນປັດຊະຍາ, ເປັນຫົວໜ້າວິທະຍາໄລສ້າງຄູ, ເປັນຮອງຫົວໜ້າຈັດຕັ້ງສູນກາງພັກ, ຮອງລັດຖະມົນຕີ, ເປັນຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເປັນເຈົ້າແຂວງ, ເປັນລັດຖະມົນຕີກະຊວງສຶກສາທິການ-ກິລາ, ເປັນປະທານສະມາຄົມລາວ-ຫວຽດນາມ, ເປັນປະທານກຳມາທິການແຫ່ງຊາດລາວ ແລະ ເປັນປະທານໂອລິມປິກແຫ່ງຊາດລາວ. ຫຼັງຈາກນັ້ນ ກໍເປັນຮອງນາຍົກລັດຖະມົນຕີ ແລະ ເລຂາທິການສູນກາງພັກ ສຸດທ້າຍແມ່ນນາຍົກລັດຖະມົນຕີ.

ທ່ານ ພັນຄຳ ວິພາວັນ

ນອກຈາກນັ້ນ ໃນແຕ່ລະໄລຍະກໍໄດ້ຮັບການມອບໝາຍໃນວຽກງານສະເພາະກິດທີ່ສຳຄັນຕ່າງໆຫຼາຍຢ່າງ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ, ຂ້າພະເຈົ້າເລົ່າຄືນທີ່ໄປທີ່ມາ ເພື່ອຢັ້ງຢືນວ່າຍ້ອນບຸນຄຸນຂອງການປະຕິວັດ ຍ້ອນບຸນຄຸນຂອງການນຳພັກ-ລັດ ເຊິ່ງມີປະທານໄກສອນ ພົມວິຫານ ທີ່ເຄົາລົບຮັກເປັນຜູ້ນຳໜ້າ ແລະ ຍ້ອນບຸນຄຸນຂອງໝູ່ຄະນະ ເພື່ອນຮ່ວມງານ ແຕ່ລະບ່ອນແຕ່ລະໄລຍະ ໄດ້ເອົາໃຈໃສ່ສຶກສາອົບຮົບມກໍ່ສ້າງຊ່ວຍເຫຼືອ ເພື່ອເຮັດໃຫ້ຂ້າພະເຈົ້າ ເດີນທາງມາຮອດຕຳແໜ່ງນາຍົກລັດຖະມົນຕີ ເຊິ່ງເປັນໜ້າທີ່ຕຳແໜ່ງທີ່ສູງສົ່ງ ແລະ ມີກຽດທີ່ສຸດ ສຳລັບຂ້າພະເຈົ້າ ແລະ ຄອບຄົວ.

ຕະຫຼອດໄລຍະເວລາ 54 ປີກວ່າ ໃນຊີວິດປະຕິວັດ ຂ້າພະເຈົ້າແມ່ນໄດ້ປະຕິບັດໜ້າທີ່ ດ້ວຍຄວາມຊື່ສັດບໍລິສຸດ ແລະ ບຸກບືນເຝິກຝົນຫຼໍ່ຫຼອມຕົນເອງ, ບໍ່ເຄີຍເລືອກວຽກເລືອກງານ ບໍ່ເຄີຍແລ່ນນຳໜ້າທີ່ຕຳແໜ່ງພັກ-ລັດ ມອບໝາຍ ໃຫ້ເຮັດຫຍັງໄປໃສກໍປະຕິບັດໝົດ, ສ່ວນໜ້າທີ່ຕຳແໜ່ງແມ່ນມາຕາມພາຍຫຼັງ. ຂ້າພະເຈົ້າ ແລະ ຄອບຄົວ ຈະຈົດຈຳບຸນຄຸນຂອງພັກການປະຕິວັດ, ບັນດາທ່ານຜູ້ນຳພັກ-ລັດ ແລະ ເພື່ອນຮ່ວມງານທຸກຄົນໄວ້. ສ່ວນລູກຫຼານຂ້າພະເຈົ້າ ກໍຍັງສືບຕໍ່ເຮັດວຽກຮັບໃຊ້ຊາດ ຮັບໃຊ້ປະຊາຊົນ. ສຸດທ້າຍ ກໍຫວັງຢ່າງຍິ່ງວ່າ ນາຍົກລັດຖະມົນຕີຄົນໃໝ່ຈະນຳພາປະເທດຊາດ ກ້າວໜ້າຈະເລີນຮຸ່ງເຮືອງ.

ທ່ານ ພັນຄຳ ວິພາວັນ

ຂອບໃຈຂໍ້ມູນຈາກ:

https://bit.ly/3i2s9IU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/