ຍີ່ປຸ່ນພັດທະນາຫຸ່ນຍົນຊ່ວຍເກັບໝາກເຜັດຫວານ ແກ້ບັນຫາການຂາດແຄນແຮງງານ

ຍີ່ປຸ່ນພັດທະນາຫຸ່ນຍົນ

ບັນຫາການຂາດແຄນແຮງງານບໍ່ໄດ້ເກີດໃນພາກອຸດສາຫະກຳເທົ່ານັ້ນ ແຕ່ໃນພາກກະສິກຳ ບັນຫານີ້ເປັນບັນຫາທີ່ພົບເຫັນໃນຫຼາຍພື້ນທີ່ທີ່ມີການເຮັດກະສິກຳທົ່ວໂລກ. ດ້ວຍເຫດນັ້ນຈຶ່ງເຮັດໃຫ້ມີການນຳເທັກໂນໂລຢີມາພັດທະນາເພື່ອຊ່ວຍຈັດການບັນຫານີ້ ດ້ວຍການໃຊ້ແຮງງານຫຸ່ນຍົນທີ່ປະຍຸກເຂົ້າກັບການເຮັດວຽກຂອງລະບົບປັນຍາປະດິດ (AI) ໂດຍວິທີນີ້ເປັນການຊ່ວຍແກ້ບັນຫາການຂາດແຄນແຮງງານ ເຊິ່ງເປັນສ່ວນໜຶ່ງຂອງການເຮັດໃຫ້ໄດ້ຜົນຜະລິດໜ້ອຍລົງ ແລະ ຫຸ່ນຍົນ ແອລ (L) ກໍເປັນໜຶ່ງໃນເຄື່ອງມືເທັກໂນໂລຢີທີ່ພາກກະສິກຳຂອງຍີ່ປຸ່ນນຳມາໃຊ້ງານ ເພື່ອລົດບັນຫາການຂາດແຄນແຮງງານ.

ຍີ່ປຸ່ນພັດທະນາຫຸ່ນຍົນ

L ເປັນຫຸ່ນຍົນທີ່ໄດ້ຮັບຮາງວັນຈາກງານສະແດງສິນຄ້າເທັກໂນໂລຢີ (Consumer Electronics Show: CES) ໂດຍມັນເປັນຜົນງານຂອງ Agrist ບໍລິສັດເທັກໂນໂລຢີດ້ານການກະເສດ ແລະ ຜູ້ຜະລິດກໍໄດ້ນຳ L ເຂົ້າມາໃຊ້ງານ ເຊິ່ງມັນຈະຊ່ວຍໃຫ້ຊາວກະສິກຳແກ້ບັນຫາການຂາດແຄນແຮງງານ ແລະ ເພີ່ມຜົນຜະລິດຫຼາຍຂຶ້ນເຖິງ 20% ຂອງການຜະລິດໃນປັດຈຸບັນ.

ຍີ່ປຸ່ນພັດທະນາຫຸ່ນຍົນ

ທັງນີ້ຫຸ່ນຍົນ L ຈະເຄື່ອນທີ່ໄປຕາມສາຍສະລິງທີ່ແຂວນໄວ້ເໜືອໜານປູກໝາກເຜັດຫວານ ເຊິ່ງແຕກຕ່າງຈາກຫຸ່ນຍົນຕົວອື່ນໆ ທີ່ເຄື່ອນທີ່ດ້ວຍຂາ ຫຼື ກົງລໍ້ເລື່ອນ ແລະ ໃນແຕ່ລະມື້ L ຈະມີໜ້າທີ່ກວດສອບຄວາມພ້ອມຂອງໝາກເຜັດຫວານຜ່ານກ້ອງທີ່ຖືກຕິດໄວ້ ແລ້ວວິເຄາະຜ່ານລະບົບ AI ເພື່ອຄົ້ນຫາໜ່ວຍທີ່ສຸກດີ ແລະ ພ້ອມທີ່ຈະເຮັດການເກັບກ່ຽວ.

ຍີ່ປຸ່ນພັດທະນາຫຸ່ນຍົນ

ເມື່ອຮູ້ແລ້ວວ່າໝາກເຜັດຫວານໜ່ວຍໃດທີ່ສຸກພ້ອມຈະເກັບກ່ຽວ ຫຸ່ນຍົນຈະຍື່ນແຂນອອກໄປແລ້ວໃຊ້ເຄື່ອງມືເກັບກ່ຽວທີ່ອອກແບບມາເປັນພິເສດ ເຊິ່ງມັນຈະຕັດໝາກເຜັດຫວານທີ່ເປັນເປົ້າໝາຍແລ້ວປ່ອນລົງໄປໃນຊ່ອງເກັບ ແລະ ເມື່ອເກັບຜົນຜະລິດໄດ້ໃນຈຳນວນທີ່ຫຼາຍພໍແລ້ວ ຫຸ່ນຍົນ L ຈະປິດຊ່ອງເກັບຂອງດ້ານລຸ່ມເພື່ອຖອກຜົນທີ່ໄດ້ໄປໄວ້ກະຕ່າ ເພື່ອລໍຖ້າໃຫ້ຄົນງານມາເກັບຜົນຜະລິດທີ່ໄດ້ຕໍ່ໄປ.

ຍີ່ປຸ່ນພັດທະນາຫຸ່ນຍົນ

ຫຸ່ນຍົນເກັບໝາກເຜັດຫວານສາມາດເຮັດວຽກໃນກາງເວັນໄດ້ຢ່າງຕໍ່ເນື່ອງ 12 ຊົ່ວໂມງ/ມື້ ແລະ ໃຊ້ແບັດເຕີຣີ່ 2 ກ້ອນ ໂດຍສາມາດປ່ຽນກ້ອນໃໝ່ໄດ້ໂດຍບໍ່ຕ້ອງຖ້າ ຫາກພະລັງງານເຫຼືອນ້ອຍ.

ພ້ອມນັ້ນ ບໍລິສັດຜູ້ຜະລິດໄດ້ກຽມນຳສະເໜີແນວຄິດໃຫ້ມີການຕິດຕັ້ງຫຸ່ນຍົນສຳລັບເອົາໄວ້ໃຊ້ງານໃນຟາມກະເສດ ເພື່ອແລກກັບຜົນຕອບແທນປະມານ 10% ຈາກຍອດຂາຍ ແລະ ກຽມທີ່ຈະເຮັດຟາມຂອງຕົນເອງເພື່ອໃຫ້ເໝາະສົມກັບຫຸ່ນຍົນ L ເຂົ້າມາໃຊ້ງານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/