ຍັງແຮງໄດ້ອີກ! Inside Out 2 ກວາດເງິນໄປຮອດ 400 ລ້ານໂດລາ ຫຼັງສາຍພຽງ 7 ມື້


ຫຼັງຈາກເຮັດລາຍໄດ້ເປີດຕົວສູງທີ່ສຸດອາທິດທຳອິດໃນສະຫະລັດອາເມຣິກາ ສູງຮອດ 152​ ລ້ານໂດລາ ເຊິ່ງເປັນສະຖິຕິທີ່ສູງທີ່ສຸດຕະຫຼອດການອັນດັບທີ 2 ຮອງຈາກ ‘Incredibles 2’ (2018) ພ້ອມຍັງສາມາດກວາດລາຍໄດ້ຜ່ານຫຼັກ 300 ລ້ານໂດລາ ຈາກການສາຍພຽງ 5 ມື້ເທົ່ານັ້ນ.

ແຕ່ຫຼ້າສຸດທາງ Deadline ໄດ້ລາຍງານວ່າຮູບເງົາອະນິເມຊັນເລື່ອງ ‘Inside Out 2’ ຂອງຄ້າຍ Pixar/Disney ສາມາດກວາດລາຍໄດ້ທົ່ວໂລກໄປຮອດ 438.8 ລ້ານໂດລາເປັນທີ່ຮຽບຮ້ອຍ ຫຼັງຈາກການສາຍພຽງ 7 ມື້ເທົ່ານັ້ນ ກາຍເປັນຮູບເງົາເລື່ອງທີ 4 ໃນປີ 2024 ນີ້ທີ່ສາມາດຜ່ານຫຼັກ 400 ລ້ານໂດລາໄດ້ສຳເລັັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/