ຊາວກະສິກອນ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ ລັດຖະບານ ຫຼຸດຕົ້ນທຶນ ໃນການຜະລິດກະສິກຳ ແລະ ສະກັດກັ້ນການນໍາເຂົ້າ ສິນຄ້າກະສິກຳ ທີ່ບໍ່ໄດ້ຮັບອະນຸຍາດເພື່ອເຮັດໃຫ້ ຊາວກະສິກອນ ລາວ ສາມາດຍາດແຍ່ງສ່ວນແບ່ງຕະຫຼາດ ໃຫ້ໄດ້ຫຼາຍຂຶ້ນ.
ຄ່າໃຊ້ຈ່າຍຂອງວັດສະດຸໃນການເຮັດກະສິກໍາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້, ເຮັດໃຫ້ຊາວກະສິກອນລາຍຍ່ອຍບໍ່ສາມາດມີກຳໄລຈາກການເຮັດກະສິກຳໄດ້ຫຼາຍຄືແຕ່ກ່ອນ.
ອີງຕາມການລາຍງານຂອງ ໜັງສືພີມ ວຽງຈັນທາມ, ທ່ານ ສິລິລາດທອງສິນ ທອງແພງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ ໄດ້ຍົກໃຫ້ເຫັນບັນຫາຕົ້ນຕໍທີ່ສົ່ງຜົນກະທົບຕໍ່ອຸດສາຫະກຳກະສິກຳ ແລະ ຮຽກຮ້ອງໃຫ້ມີການນໍາເຂົ້າສິນຄ້າເຂົ້າມາໃນປະເທດໜ້ອຍລົງ.
ທ່ານຍັງຊີ້ໃຫ້ເຫັນວ່າ, ຍັງມີກຳລັງແຮງງານບໍ່ພຽງພໍເພື່ອເຮັດໃຫ້ການຜະລິດກະສິກຳ ທີ່ມີປະສິດທິຜົນ ແລະ ຊາວກະສິກອນຍັງຖືກຈຳກັດຢ່າງໜັກໜ່ວງໃນດ້ານເຕັກນິກວິຊາການ ແລະ ຄວາມຮູ້ດ້ານເຕັກນິກການຕະຫຼາດ.
ບັນຫາອີກຢ່າງໜຶ່ງ ກໍຄືການກະສິກຳບ້ານເຮົາຍັງເປັນການກະສິຕາມລະດູການ ເຊິ່ງມີທັງໄລຍະທີ່ຜົນຜະລິດໜ້ອຍ ລາຄາສູງ ໄລຍະຜົນຜະລິດຫຼາຍ ລາຄາຕົກ, ຂະນະດຽວກັນກໍຍັງບໍ່ມີກົນໄກຄວບຄຸມລາຄາທີ່ມີປະສິດທິຜົນ ເຮັດໃຫ້ຊາວກະສິກອນບໍ່ສາມາດຮັບປະກັນລາຄາຜົນຜະລິດໄດ້.
ນອກຈາກນັ້ນ, ຜະລິດຕະພັນທີ່ປຸງແຕ່ງພາຍໃນປະເທດຍັງບໍ່ມີການຫຸ້ມຫໍ່ທີ່ດີ ແລະ ຕະຫຼາດການຜະລິດໃນບ້ານກໍຍັງຈຳກັດ ເນື່ອງຈາກການນໍາເຂົ້າສິນຄ້າມີຢູ່ຢ່າງແຜ່ຫຼາຍ, ສ່ວນຫຼາຍເຂົ້າມາໃນລາວຢ່າງຜິດກົດໝາຍ.
ທ່ານ ສິລິລາດ ກ່າວວ່າ: ຊາວກະສິກອນໃນນະຄອນຫຼວງວຽງຈັນ ພວມໄດ້ຮັບການຊຸກຍູ້ໃຫ້ບັນລຸເປົ້າໝາຍການເຕີບໂຕດ້ານກະສິກຳ 4%. ປັດຈຸບັນ, ຂະແໜງກະສິກຳ ແລະ ປ່າໄມ້ກວມ 14,3% ຂອງລວມຍອດຜະລິດຕະພັນພາຍໃນ.
ທ່ານ ສິລິລາດ ກ່າວວ່າ ໃນອະນາຄົດ ລັດຖະບານຈະຊຸກຍູ້ການຜະລິດກະສິກຳໃຫ້ຫຼາຍຂຶ້ນ ແລະ ປະລິມານການນຳເຂົ້າສິນຄ້າກະສິກຳຈະຖືກຄວບຄຸມຢູ່ດ່ານຊາຍແດນຫຼັກ ນະຄອນຫຼວງວຽງຈັນ. ນອກຈາກນີ້, ເພື່ອເສີມຂະຫຍາຍການກະສິກຳໃນປະເທດ 38 ພືດຈະໄດ້ຖືກກໍານົດເປັນສິນຄ້າທີ່ສາມາດຜະລິດເອງໄດ້ ເພື່ອທົດແທນການນໍາເຂົ້າ ແລະ ຈະປູກພືດ 23 ແຫ່ງໃນປະລິມານທີ່ຫຼາຍຂຶ້ນ ທັງເພື່ອສົ່ງອອກ ແລະ ຮັບປະກັນການສະໜອງສະບຽງອາຫານທ້ອງຖິ່ນໃຫ້ພຽງພໍ.
ຮູບພາບຈາກ ວຽງຈັນທາມ
https://www.facebook.com/photo.php?fbid=994243806039186&set=pb.100063607269013.-2207520000&type=3
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/