ລາຄານ້ໍາມັນດິບຂອງສະຫະລັດ West Texas Intermediate (WTI) ເພີ່ມຂຶ້ນ 9.09% ໃນອາທິດທີ່ຜ່ານມາ. ເຊິ່ງເປັນອາທິດທີ່ ລາຄານ້ໍາມັນເພີ່ມຂຶ້ນແຮງທີ່ສຸດນັບຕັ້ງແຕ່ເດືອນມີນາ 2023, ຫຼັງຄວາມບໍ່ສະຫງົບ ແລະ ຄວາມກັງວົນກ່ຽວ ກັບອິດສະຣາແອວ ອາດຈະໂຈມຕີແຫຼ່ງການສະໜອງນ້ໍາມັນດິບຂອງອີຣ່ານ. ໃນການຕອບໂຕ້ການໂຈມຕີດ້ວຍລູກສອນໄຟຂອງອີຣ່ານ ເມື່ອຕົ້ນອາທິດທີ່ຜ່ານມາ.
ອີງຕາມການລາຍງານຂອງ ສຳນັກຂ່າວຕ່າງປະເທດ, ໃນຂະນະດຽວກັນ ນ້ຳມັນດິບ Brent ໄດ້ເພີ່ມຂຶ້ນ 8,43%, ເປັນການເພີ່ມຂຶ້ນສູງສຸດຕໍ່ອາທິດນັບແຕ່ເດືອນມັງກອນ 2023.
ທ່ານ Daan Struyven, ນັກວິເຄາະລາຄານ້ຳມັນ ຂອງບໍລິສັດ Goldman Sachs, ກ່າວວ່າ ລາຄານ້ຳມັນສາມາດເພີ່ມຂຶ້ນ 10-20 ໂດລາຕໍ່ບາເຣວ. ຖ້າອິດສະຣາແອວ ບຸກໂຈມຕີ ແລະ ເຮັດໃຫ້ການການຜະລິດນ້ຳມັນ ຂອງ ອີຣ່ານ ຫຼຸດລົງ 1 ລ້ານບາເຣວ ຕໍ່ມື້ ເປັນເວລາຫຼາຍມື້ຕິດຕໍ່ກັນ.
ລາຄານ້ຳມັນດິບໄດ້ເພີ່ມຂຶ້ນຈາກຈຸດຕໍ່າສຸດໃນຮອບເກືອບ 2 ປີ ຈາກຄວາມບໍ່ສະຫງົບດັ່ງກ່າວ ຫຼັງລາຄານໍ້າມັນຕົກຕໍ່າລົງ ຈາກຄວາມຕ້ອງການຂອງຈີນທີ່ຫຼຸດລົງ ແລະ ແຜນການໂດຍກຸ່ມຜູ້ຜະລິດ OPEC+ ເພື່ອເພີ່ມກໍາລັງການຜະລິດ