ກຳປູເຈຍ ມີການລົງທຶນເພີ່ມຂຶ້ນກວ່າ 327% ຈາກທ່າແຮງດ້ານ ອຸປະກອນເຕັກໂນໂລຊີ ແລະ ສູນຂໍ້ມູນຂ່າວສານ


4 ເດືອນຕົ້ນປີ 2024 ກໍາປູເຈຍ ມີມູນຄ່າການລົງທຶນໄປທັງໝົດ ກວ່າ 2.510 ລ້ານໂດລາ, ເພີ່ມຂຶ້ນກວ່າ 327% ເມື່ອທຽບກັນກັບ ໄລຍະດຽວກັນຂອງປີ 2023, ໂດຍການລົງທຶນສ່ວນໃຫຍ່ແມ່ນມາຈາກຂະແໜງການດ້ານ ອຸປະກອນເຕັກໂນໂລຊີ, ສູນຂໍ້ມູນຂ່າວສານ, ອຸດສາຫະກຳການປະກອບລົດ ແລະ ການຜະລິດເສື້ອຜ້າສຳເລັດຮູບ.

ຕົວເລກດັ່ງກ່າວ ຖືກລາຍໂດຍ ທ່ານ Vongsey Vissoth ຮອງນາຍົກລັດຖະມົນຕີຂອງ ກຳປູເຈຍ ໃນພິທີເປີດງານສະແດງສິນຄ້າ Cambodia International Trade Fair 2024 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້.

ນອກຈາກນີ້ ທ່ານ ນາງ Cham Nimul ລັດຖະມົນຕີກະຊວງການຄ້າ ຂອງກໍາປູເຈຍ ຍັງລະບຸວ່າ ເສດຖະກິດຂອງກຳປູເຈຍໄດ້ຮັບການຄາດໝາຍວ່າຈະເຕີບໂຕປະມານ 6% ໃນປິ 2024. ໂດຍໃນໄລຍະ 4 ເດືອນທໍາອິດຂອງປີນີ້ ປະລິມານການຄ້າໄດ້ເພີ່ມຂຶ້ນປະມານ 11.9% ເມື່ອທຽບກັບໄລຍະດຽວກັນປີ 2023, ຄິດເປັນມູນຄ່າປະມານ 16.000 ລ້ານໂດລາ.

ໂດຍ ກະຊວງການຄ້າຂອງ ກຳປູເຈຍ ກຳລັງພະຍາຍາມພັດທະນາແພລັດຟອມທາງດ້ານການຄ້າໃຫ້ດີຂຶ້ນ ລວມເຖິງການຫຼຸດຕົ້ນທຶນ ການເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ຜະລິດຕະພັນທີ່ຈະສົ່ງອອກໄປຕະຫຼາດຕ່າງປະເທດ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດ ແລະ ການລົງທຶນ.

ທ່ານ ຮອງນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເນັ້ນຢໍ້າວ່າ ລັດຖະບານກຳປູເຈຍ ໄດ້ຢຶດໝັ້ນໃນນະໂຍບາຍການຮ່ວມມື ແລະ ການເປີດກວ້າງໃນການສົ່ງເສີມການຄ້າ ແລະ ການລົງທຶນ. ພ້ອມທັງຍັງອອກກົດໝາຍດ້ານການລົງທຶນໃໝ່ໆ ເພື່ອສະໜັບສະໜູນໃຫ້ນັກທຸລະກິດທັງໃນກຳປູເຈຍ ແລະ ຈາກຕ່າງປະເທດຂະຫຍາຍໂຄງການລົງທຶນ.

ທີ່ມາ: https://en.vietstock.vn/2024/05/cambodia-sees-327-rise-in-investments-114-560286.htm?fbclid=IwZXh0bgNhZW0CMTAAAR22hlOERCuTzdYFsx1q0EPfUZjfG7lVuWHrhrH99wevg6fbxmJ2yY3gmKc_aem_AW0cqMN1mQT-7vw23npIuGaQZAHFVIE8QPqQwtcvZs-UvlI8QLbH2Hg4T2Fn0O6Dgd9m35Elp-ZE5NbQD8bjEXzg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/