ວັນທີ 19 ພະຈິກ 2020 ເວັບໄຊສຳນັກງານນະໂຍບາຍ ແລະ ພະແນກຊັບພະຍາກອນທຳມະຊາດ ປະເທດໄທ ໄດ້ລາຍງານວ່າ ບອສຕັນ ຈອນສັນ ນາຍົກລັດຖະມົນຕີອັງກິດເຜີຍວ່າ ທາງລັດຖະບານກຽມຈະຫ້າມຂາຍລົດໃໝ່ທີ່ໃຊ້ນ້ຳມັນກາຊວນພາຍໃນປີ 2030 ຫຼື ອີກ 10 ປີຂ້າງໜ້າ.

ເຊິ່ງແຜນການຄັ້ງນີ້ແມ່ນໄວກວ່າທີ່ກຳນົດໄວ້ 10 ປີ ແຕ່ກໍຍັງມີກໍລະນີຍົກເວັ້ນລົດໄຮບຣິດທີ່ຍັງສາມາດຂາຍໄດ້ໄປຈົນເຖິງປີ 2035 ພ້ອມໃຫ້ຄຳໝັ້ນສັນຍາ ກ່ຽວກັບສ່ວນໜຶ່ງຂອງແຜນຂັ້ນຕອນ 10 ປະການ “ປະຕິວັດອຸດສາຫະກໍາສີຂຽວ” ຈາກງົບປະມານ 12,000 ລ້ານປອນ.
ເຊິ່ງຈະໃຊ້ພະລັງງານທົດແທນຈາກກັງຫັນລົມ, ຫັນໄປຜະລິດລົດໄຟຟ້າ ແລະ ພັດທະນາເຕັກໂນໂລຊີທີ່ລ້ຳໜ້ານີ້ດ້ວຍຄໍາທີ່ອ້າງວ່າ ຈະຊ່ວຍສ້າງງານໃນອຸດສາຫະກຳຄົມມະນາຄົມ ແລະ ອຸດສາຫະກຳເຕັກໂນໂລຊີ ຫຼາຍເຖິງ 250,000 ຕຳແໜ່ງ ພ້ອມທັງຈະຊ່ວຍໃຫ້ລັດຖະບານບັນລຸເປົ້າໝາຍລົດຄາບອນເປັນສູນອີກດ້ວຍ.

ໃນຂະນະທີ່ກຸ່ມທຸລະກິດລົດ ຕ່າງກໍສະແດງຄວາມກັງວົນກັບເປົ້າໝາຍທີ່ລັດຖະບານວາງໄວ້ ໂດຍເບິ່ງວ່າເປົ້າໝາຍເກົ່າພາຍໃນອີກ 20 ປີຂ້າງໜ້າກໍວ່າຍາກແລ້ວ.