YouTube ກຳລັງພັດທະນາແອັບ Shorts ເພື່ອແຂ່ງກັບ TikTok


Tik Tok ເປັນ App ທີ່ສ້າງກະແສວີດີໂອຢູ່ເທິງ Social ໄດ້ຢ່າງໜ້າອັດສະຈັນ ເຊິ່ງເຮັດໃຫ້ YouTube ເລັ່ງຈະສ້າງ App ເພື່ອແຂ່ງກັບ Tik Tok ໂດຍກົງ ໂດຍເປັນ App ສຳຫຼັບໃຫ້ຜູ້ໃຊ້ສ້າງ Content ວີດີໂອຂະໜາດສັ້ນທີ່ເອີ້ນວ່າ: Shorts

ຫາກເບິ່ງໃນດ້ານສະຖິຕິນັ້ນ App Annie ໄດ້ລາຍງານເມື່ອເດືອນມັງກອນ 2020 ວ່າ App Tik Tok ມີການເຕີບໂຕຂຶ້ນ 125% ໃນຊ່ວງ 2 ປີຫຼັງນີ້ ໂດຍມີຜູ້ໃຊ້ຈຳນວນຫຼາຍຮ້ອຍລ້ານ User ແລະ ທາງ The Information ກໍໄດ້ລາຍງານວ່າມີການດາວໂຫລດໃນເທື່ອທຳອິດເກືອບ 845 ລ້ານຄັ້ງ ຈາກ Store ຂອງທັງ Apple ແລະ Google  ໃນຊ່ວງ 12 ເດືອນທີ່ຜ່ານມານີ້ ເຊິ່ງຄິດເປັນຈຳນວນເພີ່ມຂຶ້ນ 15% ເມື່ອທຽບກັບເມື່ອເດືອນ ມັງກອນ 2019.

ນັ້ນເປັນໜຶ່ງໃນປັດໄຈສຳຄັນທີ່ YouTube ຕ້ອງການທີ່ຈະສ້າງ App ເພື່ອແບ່ງສ່ວນໃນຕະຫຼາດຈາກ Tik Tok.

The Information ໄດ້ລາຍງານວ່າ Shorts ຈະໃຫ້ຜູ້ໃຊ້ອັບໂຫລດວີດີໂອຂະໜາດສັ້ນລົງເທິງຟີດຂອງ App ເຊິ່ງຟັງເບິ່ງເຜີນໆອາດຈະຄ້າຍຄືແນວທາງຂອງ Tik Tok ຢູ່. ແຕ່ YouTube ສາມາດນຳເພງຈຳນວນຫຼາຍທີ່ໄດ້ຮັບສິດໃຫ້ຫຼິ້ນເທິງ YouTube Music ມາໃຊ້ປະໂຫຍດໄດ້ເຕັມທີ່.

ນັ້ນໝາຍຄວາມວ່າຜູ້ໃຊ້ Shorts ສາມາດນຳເອົາເພງເຫຼົ່ານັ້ນມາໃສ່ໃນວີດີໂອໄດ້. ໃນຂະນະທີ່ຜູ້ໃຊ້ Tik Tok ຈະມີພຽງສຽງ ແລະ ເພງທີ່ຖືກເລືອກມາລົງໃນ App ໃຫ້ໃຊ້ເທົ່ານັ້ນ.

ນີ້ບໍ່ແມ່ນເທື່ອທຳອິດທີ່ YouTube ພະຍາຍາມພັດທະນາ Platform ໃນຮູບແບບຂອງຕົນເອງເພື່ອແຂ່ງກັບ Platform  Social ອື່ນໆ ແລະ ຫາກພິຈາລະນາຈາກຖານຜູ້ໃຊ້ປະຈຳທຸກເດືອນທີ່ມີຢູ່ຫຼາຍກວ່າ 2,000 ລ້ານ User ລວມເຖິງສິດໃນການໃຊ້ເພງຕ່າງໆແລ້ວນັ້ນ ການທີ່ YouTube ຈະຫັນມາພັດທະນາ Platform ໃນລັກສະນະດຽວກັບ Tik Tok ຈຶ່ງບໍ່ແມ່ນສິ່ງທີ່ເກີນຄາດເດົາເທົ່າໃດ.

ນອກຈາກນີ້ Facebook ກໍຍັງໄດ້ພັດທະນາ App ໃນລັກສະນະດຽວກັບ Tik Tok ອີກດ້ວຍໃນຊື່ Lasso ໂດຍໄດ້ເປີດໃຫ້ທົດສອບແບບມິດໆໃນປະເທດບາຊິວ.

ທີ່ມາ: https://www.beartai.com/news/mobilenews/420175?ldtag_cl=GE0v0B7gSHCFv2sbb8IowQAA