ລາຍງານຈາກ UN ເຜີຍອາຊຽນເປັນແຫຼ່ງຖິ້ມຂີ້ເຫຍື້ອຜິດກົດໝາຍຂອງໂລກ


ດັ່ງທີ່ຫຼາຍຄົນຮູ້ວ່າມົນລະພິດຈາກຂີ້ເຫຍື້ອພລາສຕິກເປັນບັນຫາລະດັບໂລກທີ່ສົ່ງຜົນຮຸນແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ການດຳລົງຊີວິດຂອງສິ່ງທີ່ມີຊີວິດໃນໂລກລາມໄປເຖິງພາກສ່ວນເສດຖະກິດ ແລະ ສັງຄົມ ໂດຍສະເພາະບັນຫາ ‘ໄມໂຄຣພລາສຕິກ’ ທີ່ສາມາດຕົກຄ້າງໃນລະບົບທາງເດີນຫາຍໃຈ ແລະ ຫ່ວງໂຊ່ອາຫານຂອງສິ່ງທີ່ມີຊີວິດ.

ຜົນລາຍງານ UN ຫຼ້າສຸດທີ່ຈັດໂດຍສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ແລະ ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ຊີ້ໃຫ້ເຫັນວ່າຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ເປັນແຫຼ່ງຖິ້ມຂີ້ເຫຍື້ອຜິດກົດໝາຍຂອງໂລກ ເຊິ່ງສ່ວນໃຫຍ່ແມ່ນລັກລອບມາຈາກຕະຫຼາດມືດ ແລະ ອາໄສຊ່ອງໂຫວ່ທາງກົດໝາຍໃນການດຳເນີນການ.

ໃນລາຍງານໄດ້ລະບຸວ່າປະເທດຜູ້ລັກລອບນຳເຂົ້າຂີ້ເຫຍື້ອຫຼັກໆແມ່ນໄດ້ແກ່: ປະເທດໄທ, ຫວຽດນາມ, ອິນໂດເນເຊຍ ແລະ ມາເລເຊຍ ໂດຍໃນໄລຍະປີ 2017-2022 ຂີ້ເຫຍື້ອພລາສຕິກຖືເປັນຂີ້ເຫຍື້ອທີ່ຖືກຂົນສົ່ງຫຼາຍທີ່ສຸດໃນໂລກປະລິມານເກືອບ 43 ລ້ານໂຕນ ມູນຄ່າຫຼາຍກວ່າ 2.1 ໝື່ນລ້ານໂດລາສະຫະລັດ ເຊິ່ງປະລິມານນີ້ຍັງບໍ່ໄດ້ລວມຂີ້ເຫຍື້ອເອເລັກໂຕຣນິກ ແລະ ຂີ້ເຫຍື້ອປົນເປື້ອນອີກຈຳນວນຫຼາຍ.

ນອກນີ້, ໃນລາຍງານ UN ຍັງເຜີຍອີກວ່າພາກສ່ວນທີ່ກ່ຽວຂ້ອງກັບການບໍລິຫານຈັດການຂີ້ເຫຍື້ອມີຄວາມສ່ຽງສູງຕໍ່ການສໍ້ໂກງ ເນື່ອງຈາກກຸ່ມທີ່ໄດ້ຜົນປະໂຫຍດຈະສະແຫວງຫາໂອກາດຕິດສິນບົນເຈົ້າພະນັກງານ, ປອມແປງເອກະສານ, ຂັດຂວາງການກວດສອບ ແລະ ຝ່າຝືນຂໍ້ບັງຄັບຕ່າງໆ.

ໃນການຕິດຕາມເສັ້ນທາງຂີ້ເຫຍື້ອຜິດກົດໝາຍທີ່ມີລັກສະນະຂ້າມຊາດແບບນີ້ຖືເປັນຄວາມທ້າທາຍຫຼາຍໃນປັດຈຸບັນ ເພາະເຂົາມັກຈະອາໄສຊ່ອງໂຫວ່ຕ່າໆ ຫຼາກຫຼາຍວິທີໃນການລັກລອບນຳເຂົ້າຂີ້ເຫຍື້ອຜິດກົດໝາຍ ເຊິ່ງສ່ວນໃຫຍ່ມັກຈະຖືກຂົນຍ້າຍຈາກປະເທດຕົ້ນທາງໃນແຖບຢູໂຣບ ໂດຍສະຖິຕິປີ 2017-2022 ຊີ້ໃຫ້ເຫັນວ່າສະຫະພາບຢູໂຣບ (EU) ມີສ່ວນສະໜັບສະໜູນການຄ້າຂີ້ເຫຍື້ອພລາສຕິກເກືອບເຄິ່ງໜຶ່ງຂອງໂລກ.

ເຊິ່ງວ່າຂະນະນີ້ຫຼາຍປະເທດໃນອາຊຽນໄດ້ນຳເຂົ້າຂີ້ເຫຍື້ອທີ່ເປັນໂລຫະ, ເຈ້ຍ ແລະ ຂີ້ເຫຍື້ອພລາສຕິກຫຼາຍກວ່າ 100 ລ້ານໂຕນ ມູນຄ່າສູງເຖິງ 5 ໝື່ນລ້ານໂດລາສະຫະລັດ ແລະ ປະລິມານຂີ້ເຫຍື້ອນຳເຂົ້າກໍມີທ່າອ່ຽງວ່າຈະເພີ່ມສູງຂຶ້ນທຸກໆປີ.

ທຸລະກິດການຄ້າຂີ້ເຫຍື້ອຂ້າມຊາດມັກຖືກແນມວ່າເປັນການກໍ່ອາຊະຍາກຳທີ່ໃຫ້ຜົນກຳໄລສູງ ແລະ ມີຄວາມສ່ຽງຕ່ຳ ສ່ວນໃຫຍ່ຂີ້ເຫຍື້ອເຫຼົ່ານີ້ມັກຈະຖືກສົ່ງມາຈາກປະເທດທີ່ມີລາຍໄດ້ສູງໄປຍັງປະເທດທີ່ມີລາຍໄດ້ຕ່ຳໄປຈົນເຖິງລາຍໄດ້ປານກາງ ແລະ ເມື່ອຂີ້ເຫຍື້ອມາເຖິງປະເທດປາຍທາງກໍມັກຈະຖືກຝັງ, ເຜົາໃນພື້ນທີ່ໂລ່ງ ຫຼື ຈັດເກັບໃນສະຖານທີ່ຜິດກົດໝາຍເຊິ່ງກໍ່ອັນຕະລາຍໃຫ້ສິ່ງແວດລ້ອມ ແລະ ສຸຂະພາບຂອງສິ່ງມີຊີວິດຫຼວງຫຼາຍ.

ໂດຍຂໍ້ມູນຫຼ້າສຸດຈາກກຸ່ມທະນາຄານໂລກຄາດການວ່າປະລິມານຂີ້ເຫຍື້ອທົ່ວໂລກຈະເພີ່ມສູງຂຶ້ນປະມານ 70% ຈາກປີ 2018 ເປັນ 3.4 ພັນລ້ານໂຕນຕໍ່ປີພາຍໃນປີ 2050.

ຂອບໃຈຂໍ້ມູນຈາກ:

https://rb.gy/8ro68r

https://rb.gy/v9bpor

The Standard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/