ໝົດໄຟຍັງດີກວ່າໝົດໃຈ! “Brownout Syndrome” ພາວະໝົດໃຈໃນການເຮັດວຽກທີ່ໜ້າເປັນຫ່ວງຫຼາຍກວ່າ Burnout


ເປັນຄືກັນຢູ່ບໍ່? ໃນຕອນເຊົ້າບໍ່ຢາກລຸກໄປເຮັດວຽກ ບໍ່ຢາກພົບໜ້າເພື່ອນຮ່ວມງານ ບໍ່ຢາກໄປຫາລູກຄ້າ ຫຼື ບໍ່ຢາກລາຍງານວຽກກັບຫົວໜ້າ. ຖ້າຫາກຄວາມຮູ້ສຶກເຫຼົ່ານີ້ ຍັງຄົງວົນວຽນຢູ່ໃນຫົວຂອງເຮົາຢູ່ເລື້ອຍໆມາເປັນໄລຍະໜຶ່ງ ມັນກໍອາດຈະບໍ່ແມ່ນອາການໝົດໄຟໃນການເຮັດວຽກທີ່ເກີດຈາກການທີ່ຕົວເຮົາເຮັດວຽກຢ່າງໜັກ ແລະ ບໍ່ໄດ້ພັກເລີຍ. ແຕ່ນີ້ອາດຈະເປັນຈຸດເລີ່ມຕົ້ນຂອງອາການໝົດໃຈໃນການເຮັດວຽກ ຫຼື Brownout Syndrome ທີ່ໄດ້ຮັບການຮອງຮັບຈາກອົງກອນອະນາໄມໂລກ WHO ວ່າເປັນອາການຢ່າງໜຶ່ງທີ່ຕ້ອງໄດ້ຮັບການປິ່ນປົວຈາກແພດ ແລະ ອາການດັ່ງກ່າວຈະສົ່ງຜົນເຮັດໃຫ້ຄົນຢາກທີ່ຈະລາອອກຈາກວຽກເຖິງ 40%, ອີງຂໍ້ມູນຈາກ Corporate Balance Concepts.

Brownout Syndrome ແມ່ນ ເຮົາຮູ້ສຶກໝົດຮັກໃນອົງກອນ. ເຖິງແມ່ນວ່າຈະຍັງມັກໃນໜ້າວຽກຂອງຕົນຢູ່ ແຕ່ກັບຮູ້ສຶກອຶດອັດກັບສະພາບແວດລ້ອມ, ຜູ້ຄົນ ຫຼືເງື່ອນໄຂໃນອົງກອນນັ້ນໆ ຈົນເມື່ອຍໃຈ, ສູນເສຍຄວາມສັດຊື່ ແລະ ໝົດຄວາມຜູກພັນ, ບໍ່ຢາກທີ່ຈະທຸ່ມເທ ແລະ ບໍ່ຕ້ອງການທີ່ຈະເປັນສ່ວນໜຶ່ງຂອງທີມອີກຕໍ່ໄປ ເຖິງແມ່ນວ່າຈະໄດ້ເງິນເດືອນດີກໍຕາມ ແຕ່ໃນສຸດທ້າຍແລ້ວກໍມັກຈະຈົບດ້ວຍການຍື່ນໃບລາອອກ ເຊິ່ງອາການດັ່ງກ່າວຈະສົ່ງຜົນກະທົບຕໍ່ໄລຍະຍາວທັງໃນວຽກງານ ແລະ ຊີວິດສ່ວນຕົວ.

ພາວະໝົດໃຈຈະສະແດງອອກຜ່ານພຶດຕິກຳ ແລະ ຄວາມຮູ້ສຶກບາງຢ່າງຄື:

  • ຮູ້ສຶກເບື່ອໜ່າຍກັບວຽກ ບໍ່ຢາກເຮັດວຽກ
  • ຮູ້ສຶກເມື່ອຍ, ທໍ້ແທ້ ແລະ ໝົດກຳລັງໃຈ
  • ຮູ້ສຶກເສີຍຊາ ບໍ່ມີຄວາມຮູ້ສຶກກະຕືລືລົ້ນກັບວຽກງານ
  • ມີສ່ວນຮ່ວມໃນການປະຊຸມ ຫຼື ສະແດງຄວາມຄິດເຫັນໜ້ອຍລົງ
  • ມັກທີ່ຈະເຮັດວຽກພາດຫຼາຍຂຶ້ນ
  • ບໍ່ຢາກທີ່ຈະພັດທະນາຕົນເອງໃຫ້ດີຂຶ້ນ
  • ຮູ້ສຶກທຸກໃຈ ແລະ ມີບັນຫາໃນຊີວິດຫຼາຍຂຶ້ນ
  • ຄິດຢາກທີ່ຈະລາອອກຈາກວຽກ

ສາເຫດຂອງພາວະໝົດໃຈແມ່ນເກີດມາຈາກ

  • ເຮັດວຽກໜັກ ແຕ່ພັກຜ່ອນໜ້ອຍ
  • ການເຮັດວຽກຊ້ຳຊາກ, ຈຳເຈ, ບໍ່ມີຫຍັງໃຫ້ທ້າທາຍ.
  • ຮູ້ສຶກວ່າບໍ່ມີຄ່າ, ບໍ່ໄດ້ຮັບການຍອມຮັບ
  • ບັນຫາສ່ວນຕົວ
  • ບັນຫາໃນອົງກອນເຊັ່ນ: ບັນຫາກັບນາຍຈ້າງ, ເພື່ອນຮ່ວມງານ, ລະບົບການເຮັດວຽກ…

ພາວະໝົດໃຈ (Brownout) ແລະ ພາວະໝົດໄຟ (Burnout) ແມ່ນມີອາການທີ່ໃກ້ຄຽງກັນຫຼາຍຈົນສັງເກດໄດ້ຍາກ. ໂດຍພາວະໝົດໄຟນັ້ນສາມາດສັງເກດເຫັນໄດ້ງ່າຍກວ່າ ແຕ່ພາວະໝົດໃຈແມ່ນສັງເກດໄດ້ຍາກ ເນື່ອງຈາກພວກເຂົາເຫຼົ່ານັ້ນມີອາການທີ່ເປັນຄືກັບຄົນເຮັດວຽກທົ່ວໄປ ສາມາດເຮັດວຽກໄດ້ສະບາຍ ແຕ່ພາຍໃນກັບຮູ້ສຶກຢາກທີ່ຈະລາອອກຈາກວຽກທຸກຢ່າງ.

ລັກສະນະBrown-out SyndromeBurnout Syndrome
ຄວາມຮູ້ສຶກຕໍ່ວຽກເບື່ອໜ່າຍ ບໍ່ຢາກເຮັດໝົດໄຟ ບໍ່ມັກວຽກທີ່ເຮັດ
ແຮງຈູງໃຈຕໍ່າບໍ່ມີ
ປະສິດທິພາບໃນການເຮັດວຽກຫຼຸດລົງຫຼຸດລົງ
ສຸຂະພາບຈິດຄວາມກົດດັນ ທໍ້ແທ້ຊຶມເສົ້າ
ສາເຫດວຽກເກົ່າໆ ຊ້ຳຊາກ, ຈຳເຈ, ບໍ່ມີຫຍັງໃຫ້ທ້າທາຍເຮັດວຽກຫຼາຍ ແລະ ພັກຜ່ອນໜ້ອຍ

ຖ້າອົງກອນໃດບໍ່ມີທິດທາງໃນການເຮັດວຽກ ມີກົດລະບຽບທີ່ເຄັ່ງຄັດ, ຈຸກຈິກຈູ້ຈີ້, ຕີກອບໃຫ້ພະນັກງານຫຼາຍເກີນໄປ ຫຼື ພາຍໃນອົງກອນມີຄວາມບໍ່ສະເໝີພາບເທົ່າທຽບ, ບໍ່ຍຸຕິທຳ, ຂາດຄວາມສຳພັນທີ່ດີ, ພະນັກງານບໍ່ຮູ້ທິດທາງຂອງອົງກອນ, ມີຄວາມຄາດຫວັງສູງ, ຄວາມກົດດັນສູງ ແລະອື່ນໆ, ເຫຼົ່ານີ້ສາມາດເຮັດໃຫ້ເກີດພາວະໝົດໃຈໄດ້.

ດັ່ງນັ້ນ, ເຮົາຄວນຈະຊອກຫາວິທີການແກ້ໄຂ ແລະ ປ້ອງກັນເພື່ອບໍ່ໃຫ້ຕົນເອງຕົກຢູ່ໃນພາວະເຫຼົ່ານີ້ຄື:

  • ດູແລຕົນເອງທັງຮ່າງກາຍ ແລະ ຈິດໃຈດ້ວຍການພັກຜ່ອນໃຫ້ພຽງພໍ, ຮັບປະທານອາຫານທີ່ມີປະໂຫຍດ, ອອກກຳລັງກາຍຢ່າງສະໝໍ່າສະເໝີ ແລະ ເຝິກນັ່ງສະມາທິເພື່ອໃຫ້ຈິດໃຈສະຫງົບ
  • ຊອກຫາກິດຈະກຳທີ່ມັກເພື່ອໃຫ້ຕົນເອງຜ່ອນຄາຍຈາກວຽກ ຫຼື ພັກຜ່ອນກັບຄົນທີ່ຮັກ
  • ລະບາຍ ແລະ ຂໍຄວາມປຶກສາຈາກໝູ່ສະໜິດ ຫຼື ຄົນທີ່ເວົ້ານຳແລ້ວສະບາຍໃຈ
  • ຊອກຫາຄວາມທ້າທ້າຍໃນການເຮັດວຽກ ບໍ່ວ່າຈະເປັນການຮຽນຮູ້ທັກສະໃໝ່ໆ ຫຼື ຊອກຫາວຽກທີ່ເໝາະສົມກັບຕົນເອງ
  • ປັບປ່ຽນວິທີການໃນການເຮັດວຽກເພື່ອໃຫ້ມີປະສິດທິພາບຫຼາຍຂຶ້ນ
  • ລົມກັບຫົວໜ້າ ເພື່ອແຈ້ງບັນຫາ ແລະ ຂໍຄຳແນະນຳ.

ທີ່ມາ:

BusinessTomorrowTH

powersmethai

 constantpowerservices

medium

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/