ປີທີ່ຜ່ານມາ ເປັນອີກໜຶ່ງປີທີ່ດີໃນການສົ່ງອອກເຂົ້າຂອງ ຫວຽດນາມ ໂດຍຕົວເລກສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສະແດງໃຫ້ເຫັນວ່າ ໃນປີ 2023, ຫວຽດນາມ ສົ່ງອອກເຂົ້າສານໄດ້ 8,29 ລ້ານໂຕນ, ບັນລຸມູນຄ່າ 4,78 ຕື້ໂດລາ, ເພີ່ມຂຶ້ນ 16,7% ໃນປີ 2022.
ທ່ານ Lê Thanh Tùng, ຮອງຫົວໜ້າກົມຜະລິດພືດຂອງກະຊວງ, ໃຫ້ຮູ້ວ່າ: ໃນປີ 2023 ສະພາບຂາດແຄນສະບຽງອາຫານເຮັດໃຫ້ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກຕົກຢູ່ໃນຄວາມສ່ຽງ.
ທ່ານກ່າວຕື່ມວ່າ: ຕະຫຼາດເຂົ້າແມ່ນເຄັ່ງຕຶງ, ໂດຍສະເພາະແມ່ນພາຍຫຼັງອິນເດຍຫ້າມສົ່ງອອກເຂົ້າຄືກັບດັ່ງທີ່ຜ່ານມາ.
ເຖິງຢ່າງໃດກໍຕາມ, ຫວຽດນາມໄດ້ສວຍໃຊ້ໂອກາດດັ່ງກ່າວ ອອກມາດຕະການແກ້ໄຂທີ່ເໝາະສົມ ເພື່ອຍາດແຍ່ງໂອກາດໃນຕະຫຼາດ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະເທດ ແລະ ເພີ່ມລາຍຮັບໃຫ້ຊາວກະສິກອນ.
ທ່ານ Phạm Thái Bình, ປະທານບໍລິສັດຮຸ້ນສ່ວນກະສິກຳເຕັກໂນໂລຊີສູງ Trung An ໃຫ້ຮູ້ວ່າ: ການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີກາຍນີ້ ມີເງື່ອນໄຂຕະຫຼາດທີ່ສະດວກສະບາຍ ຍ້ອນຄວາມຕ້ອງການສະບຽງອາຫານຂອງໂລກເພີ່ມຂຶ້ນ ແລະ ການສະໜອງທີ່ຈຳກັດ. ຂໍ້ຫ້າມຂອງອິນເດຍໄດ້ຊຸກຍູ້ລາຄາເຂົ້າໃນຕະຫຼາດໂລກຂຶ້ນສູ່ລະດັບສູງເປັນປະຫວັດການ.
ທ່ານກ່າວຕື່ມວ່າ: ໃນສະພາບການດັ່ງກ່າວ, ຫວຽດນາມ ມີທ່າໄດ້ປຽບໃນການຊຸກຍູ້ການສົ່ງອອກເຂົ້າສານ ເນື່ອງຈາກການຜະລິດເຂົ້າພາຍໃນປະເທດທີ່ໄດ້ສຸມໃສ່ການຍົກສູງຄຸນະພາບ ແລະ ຜົນຜະລິດ ເຖິງວ່າເນື້ອທີ່ປູກຝັງຈະຫຼຸດລົງກໍຕາມ.
ໂດຍສະເລ່ຍແລ້ວ, ຫວຽດນາມສາມາດຜະລິດເຂົ້າໄດ້ 43-35 ລ້ານໂຕນ, ເທົ່າກັບ 26-28 ລ້ານໂຕນຕໍ່ປີ, ໃນນັ້ນມີປະມານ 20 ລ້ານໂຕນເພື່ອຊົມໃຊ້ພາຍໃນ.
ນອກຈາກນີ້ ທ່ານ Phạm Thái Bình ຍັງໄດ້ເປີດເຜີຍເຖິງເຫດຜົນ ຫຼື ທ່າແຮງທີ່ເຮັດໃຫ້ການສົ່ງອອກເຂົ້າຂອງຫວຽດນາມ ເຕີບໂຕແບບນີ້ ວ່າແມ່ນຍ້ອນການເຊື່ອມຈອດລະຫວ່າງ ຊາວກະສິກອນ ແລະ ຜູ້ສົ່ງອອກ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/