Whales ໄດ້ໂອນຍ້າຍ Bitcoin, Ethereum ແລະ Altcoin ຢ່າງກະທັນຫັນ ຄິດເປັນມູນຄ່າລວມທັງໝົດເກືອບ 800 ລ້ານໂດລາ


ອີງຕາມຂໍ້ມູນຂອງແພລັດຟອມ Whale Alert ພົບວ່າ Whale ໄດ້ມີການໂອນຍ້າຍ Bitcoin (BTC), Ethereum (ETH) ແລະ Altcoin ອື່ນໆໄປຫາເວັບເທຣດຢ່າງກະທັນຫັນ ເຊິ່ງຄິດເປັນມູນຄ່າລວມທັງໝົດ 780 ລ້ານໂດລາ, ໂດຍໃນນັ້ນເກືອບ 500 ລ້ານໂດລາແມ່ນເປັນຂອງ Bitcoin.

ສຳລັບການເຮັດທຸລະກຳທີ່ກ່ຽວຂ້ອງກັບ Bitcoin ທີ່ເກີດຂຶ້ນນັ້ນຈະປະກອບດ້ວຍ:

  • Bitcoin ຈຳນວນ 3,167 BTC ຄິດເປັນມູນຄ່າ 139,724,560 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາເວັບເທຣດ Coinbase
  • Bitcoin ຈໍານວນ 2,000 BTC ຄິດເປັນມູນຄ່າ 88,297,346 ໂດລາໄດ້ຖືກໂອນຈາກ Coinbase ໄປຫາກະເປົາເງິນທີ່ບໍ່ຮູ້ຈັກ
  • Bitcoin ຈໍານວນ 2,250 BTC ຄິດເປັນມູນຄ່າ 100,136,748 ໂດລາໄດ້ຖືກໂອນຈາກກະເປົາທີ່ບໍ່ຮູ້ຈັກໄປຫາອີກກະເປົາໜຶ່ງ.
  • Bitcoin ຈໍານວນ 584 BTC ຄິດເປັນມູນຄ່າ 25,629,293 ໂດລາໄດ້ຖືກໂອນຈາກເວັບເທຣດ Binance ໄປຫາກະເປົາເງິນທີ່ບໍ່ຮູ້ຈັກ
  • Bitcoin ຈໍານວນ 1,815 BTC ຄິດເປັນມູນຄ່າ 79,636,169 ໂດລາໄດ້ຖືກໂອນຈາກເວັບເທຣດ Kraken ໄປຫາເວັບເທຣດ Bitfinex

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ມີການຊື້ຂາຍກັນຢູ່ທີ່ 43,602 ໂດລາ, ເຊິ່ງຫຼຸດລົງ 0,30 % ໃນ 24 ຊົ່ວໂມງທີ່ຜ່ານມາ.

ສຳລັບການເຮັດທຸລະກຳອື່ນໆທີ່ກ່ຽວຂ້ອງກັບ altcoins ປະກອບມີດັ່ງນີ້:

  • Ethereum ຈໍານວນ 14,629 ETH ຄິດເປັນມູນຄ່າ 33,300,497 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາເວັບເທຣດ Coinbase
  • Ethereum ຈໍານວນ 14,648 ETH ຄິດເປັນມູນຄ່າ 32,937,090 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາເວັບເທຣດ Binance
  • Ethereum ຈໍານວນ 20,997 ETH ຄິດເປັນມູນຄ່າ 47,192,106 ໂດລາໄດ້ຖືກໂອນຈາກ Liquity ໄປຫາກະເປົາເງິນທີ່ບໍ່ຮູ້ຈັກ
  • Ethereum ຈໍານວນ 11,266 ETH ຄິດເປັນມູນຄ່າ 25,278,451 ໂດລາໄດ້ຖືກໂອນຈາກເວັບເທຣດ Binance ໄປຫາກະເປົາເງິນທີ່ບໍ່ຮູ້ຈັກ
  • Ethereum ຈໍານວນ 10,000 ETH ຄິດເປັນມູນຄ່າ 22,436,362 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາເວັບເທຣດ Binance
  • Ripple ຈຳນວນ 26,000,000 XRP ຄິດເປັນມູນຄ່າ 15,229,979 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາເວັບເທຣດ Bitso
  • Ripple ຈຳນວນ 24,700,000 XRP ຄິດເປັນມູນຄ່າ 14,468,480 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາເວັບເທຣດ Bitstamp
  • Dogecoin ຈຳນວນ 883,016,276 DOGE ຄິດເປັນມູນຄ່າ 72,931,469 ໂດລາໄດ້ຖືກໂອນຈາກກະເປົາທີ່ບໍ່ຮູ້ຈັກໄປຫາອີກກະເປົາໜຶ່ງ.
  • Dogecoin ຈຳນວນ 307,491,734 DOGE ຄິດເປັນມູນຄ່າ 25,401,703 ໂດລາໄດ້ຖືກໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາອີກກະເປົາໜຶ່ງ.

ໃນຂະນະທີ່ຂຽນ, ລາຄາຂອງ Ethereum, XRP ແລະ Dogecoin ໄດ້ມີການຊື້ຂາຍກັນຢູ່ທີ່ 2,221 ໂດລາ, 0.5597 ໂດລາ ແລະ 0.0790 ໂດລາລຽງຕາມລຳດັບ

ທີ່ມາ:

dailyhodl

coinmarketcap

whale_alert

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/