Walt Disney ປະກາດເລື່ອນກຳນົດສາຍ Avatar ພາກ 3-5 ອອກໄປຈົນຮອດປີ 2031


ກ່ອນໜ້ານີ້ຮູບເງົາເລື່ອງ Avatar: The Way of Water ຂອງຜູ້ກຳກັບພັນລ້ານ James Cameron ທີ່ເຂົ້າໂຮງສາຍເມື່ອປາຍປີ 2022 ເຊິ່ງຫ່າງຈາກພາກທຳອິດຮອດ 13 ປີ ພ້ອມກັບກວາດລາຍໄດ້ໄປຢ່າງມະຫາສານຮອດ 2.320 ລ້ານໂດລາ ແລະ ສ້າງປະກາຍໄຟໃຫ້ແຟນໆຕິດຕາມພາກຕໍ່ໄປໆ.

ແຕ່ຫຼ້າສຸດທາງ Walt Disney ບໍລິສັດແມ່ຂອງ 20th Century Studios ໄດ້ຕັດສິນໃຈເລື່ອນກຳນົດການສາຍຮູບເງົາຂອງ Studios ລວມໄປຮອດພາກຕໍ່ຂອງຮູບເງົາທີ່ວາງແຜນໄວ້ສາມພາກຂອງ Avatar ຢ່າງພາກ 3,​ 4 ແລະ 5 ອອກໄປຈາກກຳນົດເກົ່າ ສາເຫດມາຈາກການປະທ້ວງຂອງສະມາຄົມນັກຂຽນບົດແຫ່ງສະຫະລັດອາເມຣິກາທີ່ກຳລັງຮ້ອນແຮງໃນຕອນນີ້.

ໂດຍຮູບເງົາ Avatar 3 ຖືກປ່ຽນມື້ກຳນົດສາຍໄປ 1 ປີ ຈາກວັນທີ 20​ ເດືອນ ທັນວາ 2024 ມາເປັນ ວັນທີ 19 ທັນວາ 2025 ສ່ວນຮູບເງົາ Avatar 4 ຖືກປ່ຽນມື້ກຳນົດສາຍໄປປະມານ 3 ປີ ຈາກວັນທີ 18 ທັນວາ 2026 ມາເປັນວັນທີ 21 ທັນວາ 2029 ແລະ Avatar 5 ຖືກປ່ຽນມື້ກຳນົດສາຍໄປປະມານ 2 ປີ ຈາກວັນທີ 22 ທັນວາ 2028 ມາເປັນວັນທີ 19 ທັນວາ 2031 ແມ່ນວ່າຈະຂ່າວອາດຈະບໍ່ໄດ້ສ້າງຄວາມຕົກໃຈປານໃດ ເນື່ອງຈາກເຄີຍຖືກເລື່ອນກຳນົດສາຍມາແລ້ວຫຼາຍຄັງຕັ້ງແຕ່ເລີ່ມເກີດພະຍາດ Covid-19 ເມື່ອຕົ້ນປີ 2020 ລວມໄປຮອດການຊະລໍການສ້າງເພື່ອພັດທະນາເທັກໂນໂລຢີໃຫ້ມີຄວາມລ້ຳໜ້າພຽງພໍກ່ອນ ນັ້ນຈຶ່ງເຮັດໃຫ້ມີຄວາມເປັນໄປໄດ້ວ່າ Avatar 3 ອາດຈະເລື່ອນສາຍນັ້ນເອງ.

ແຕ່ຮູບເງົາເລືອງ Avatar 4 ທີມງານໄດ້ເລີ່ມການຖ່າຍທຳອົງປະກອບທຳອິດຂອງ Avatar 4 ແລ່ວ ກ່ອນທີ່ຈະຢຸດພັກຍາວເພື່ອລໍຖ້າການຖ່າຍທຳສ່ວນທີ່ເຫຼືອພ້ອມກັບ Avatar 5 ທີ່ຈະເປັນພາກຈົບຂອງມະຫາພາກສົງຄາມດວງດາວ Pandora ນີ້ ໂດຍການເລື່ອນການສາຍຮູບເງົາຂອງ Walt Disney ນັ້ນບໍ່ໄດ້ມີພຽງຮູບເງົາມະຫາພາກ Avatar ຍັງມີສົງຄາມອະວະກາດຢ່າງຮູບເງົາ Star Wars, Captain America: Brave New World, Thunderbolts, Blade, Fantastic Four, Avengers: The Kang Dynasty ແລະ Avengers: Secret Wars.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/