ສານໃນສະຫະລັດປະຕິເສດຄຳຂໍຂອງ SEC ໃນການອາຍັດຊັບສິນຂອງ Binance.US ເປັນການຊົ່ວຄາວ


ຜູ້ພິພາກສາຂອງລັດຖະບານກາງທີ່ເບິ່ງແຍງຄະດີຂອງຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ (SEC) ໄດ້ປະຕິເສດທີ່ຈະອອກຄຳສັ່ງອາຍັດສິນຊັບຂອງ Binance.US ຊົ່ວຄາວ, ເຊິ່ງນີ້ໝາຍຄວາມວ່າ Binance.US ຍັງສາມາດດໍາເນີນທຸລະກິດໃນສະຫະລັດຕໍ່ໄປໄດ້ ເຖິງແມ່ນວ່າຈະປະເຊີນກັບການຟ້ອງຮ້ອງຈາກ SEC.

Amy Berman Jackson ຜູ້ພິພາກສາຂອງລັດຖະບານກາງກ່າວວ່າ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງອອກຄຳສັ່ງໃຫ້ອາຍັດສິນຊັບຂອງ Binance.US, ໃນລະຫວ່າງນີ້ສານໄດ້ສັ່ງໃຫ້ Binance.US ເຮັດບັນຊີລາຍຈ່າຍທາງທຸລະກິດໃຫ້ສານ ແລະ ບອກໃຫ້ທັງສອງຝ່າຍເຈລະຈາຫາລືກັນເພື່ອຫາຂໍ້ຍຸຕິກັນຕໍ່ໄປ ໂດຍອັບເດດຄວາມຄືບໜ້າຂອງຄະດີມີກຳນົດສົ່ງໃນວັນພະຫັດທີ່ກຳລັງຈະມາເຖິງນີ້.

ໂດຍໃນການພິຈາລະນາຄະດີຂອງ Binance.US ແລະ SEC ໃນຄັ້ງນີ້, ຜູ້ພິພາກສາໄດ້ປະຕິເສດການອາຍັດສິນຊັບຂອງ Binance.US ຈົນກວ່າ SEC ຈະພິສູດໄດ້ວ່າບໍ່ມີໃຜຈາກແພລັດຟອມ Binance Global ລວມເຖິງ Changpeng “CZ” Zhao ທີ່ສາມາດເຂົ້າເຖິງ private key ໄດ້.

ສຸດທ້າຍນີ້, ຜູ້ພິພາກສາໄດ້ຂໍໃຫ້ທະນາຍຄວາມ SEC ຈໍາແນກລະຫວ່າງ “ຊັບສິນດິຈິຕອລ” ແລະ “ຊັບສິນດິຈິຕອນທີ່ເປັນຫຼັກຊັບ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/