UNESCO ແນະນຳໃຫ້ “ເວນິສ” ຂຶ້ນເປັນ ມໍລະດົກໂລກທີ່ຢູ່ໃນພາວະອັນຕະລາຍ


ອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ໄດ້ອອກມາເປີດເຜີຍຂໍ້ມູນວ່າ ທາງ UNESCO ຈະສະເໜີໃຫ້ມີການເພີ່ມເມືອງ ເວນິສ ຂອງປະເທດ ອິຕາລີ ເຂົ້າໄປໃນລາຍຊື່ “ແຫຼ່ງມໍລະດົກໂລກທີ່ຢູ່ໃນພາວະອັນຕະລາຍ” ຫຼື “World Heritage in Danger”.

ໂດຍທາງ UNESCO ຈະສະເໜີເລື່ອງນີ້ຕໍ່ກອງປະຊຸມຄະນະກຳມະການມໍລະດົກໂລກ ໃນນະຄອນຣີຍາດ ປະເທດ ຊາອຸດີອາຣະເບຍ ທີ່ຈະຂຶ້ນໃນວັນທີ 10-25 ກັນຍາ 2023 ທີ່ຈະມາເຖິງນີ້ ພ້ອມສະເໜີແນະນຳໃຫ້ທາງການອິຕາລີເພີ່ມຄວາມພະຍາຍາມໃນການອະນຸລັກຮັກສາເມືອງເວນິສ ໃຫ້ຍັງຄົງສະພາບເກົ່າໄວ້ໃຫ້ຫຼາຍທີ່ສຸດ.

ໃນເອກະສານຮ່າງຂໍ້ມະຕິຂອງ UNESCO ຍັງໄດ້ລະບຸວ່າ “ເວນິສ ໃນປັດຈຸບັນ ຍັງບໍ່ມີຄວາມຄືບໜ້າ ໃນການຈັດການບັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຊັບຊ້ອນ ໂດຍສະເພາະນັກທ່ອງທຽວທີ່ມີຈຳນວນຫຼາຍ, ໂຄງການພັດທະນາ ແລະ ການປ່ຽນແປງສະພາບອາກາດ” ພ້ອມຍັງກ່າວອີກວ່າ “ ບັນຫາເຫຼົ່ານີ້ກໍໃຫ້ເກີດການເສື່ອມສະພາບ ແລະ ຄວາມເສຍຫາຍຕໍ່ໂຄງສ້າງອາຄານ ເຮັດໃຫ້ເສື່ອມເສຍເອກະລັທາງວັດທະນະທຳສັງຄົມ ພ້ອມຍັງຄຸກຄາມຄວາມສົມບູນຂອງສົມບັດ ແລະ ຄຸນຄ່າທາງດ້ານວັດທະນະທຳ”

UNESCO ໄດ້ລະບຸວ່າ ວັດຖຸປະສົງຂອງການຂຶ້ນທະບຽນ “ມໍລະດົກໂລກທີ່ຢູ່ໃນພາວະອັນຕະລາຍ” ຂອງເວນິສ ກໍເພື່ອໃຫ້ເວນິສໄດ້ຮັບການຄຸ້ມຄອງທີ່ດີກວ່າໃນອະນາຄົດ ທາງດ້ານໂຄສົກຂອງເມືອງເວນິສເອງກໍໄດ້ລະບຸວ່າ “ພວກເຮົາຈະພິຈາລະນາຂໍ້ສະເໜີຂອງທາງ UNESCO ຢ່າງລະອຽດ ກ່ອນຈະນຳໄປປຶກສາກັບທາງລັດຖະບານກາງຂອງອິຕາລີ”.

ໃນອະດີດ ເມືອງ ເວນິສ ເຄີຍຖືກຂະໜານນາມວ່າ La Serenissima ຫຼື ສາທາລະນະລັດທີ່ສະຫງົບທີ່ສຸດ ແຕ່ໃນປັດຈຸບັນກັບກົງກັນຂ້າມ ບໍ່ມີຄວາມສອດຄ່ອງກັບຄວາມສະຫງົບສຸກອີກຕໍ່ໄປ ທັງການສ່ຽງທີ່ຈະເກີດພາວະນ້ຳຖ້ວມ ແລະ ຕ້ອງຮອງຮັບນັກທ່ອງທ່ຽວປີລະ 28 ລ້ານຄົນ ສຸດທ້າຍກໍເປັນຜົນເສຍໃຫ້ເມືອງເວນິດເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/