Boomerang ປະກາດຢຸດການອອກອາກາດ ຫຼັງມອບຄວາມສຸກມາຍາວນານນັບ 10 ປີ


ເຊື່ອວ່າຫຼາຍຄົນຄົງເຄີຍເບິ່ງກາຕູນຈາກຊ່ອງ Boomerang ຢ່າງແນ່ນອນ ແຕ່ຫຼ້າສຸດທາງ Boomerang ໄດ້ມີການປະກາດວ່າຢຸດການອອກອາກາດໃນວັນທີ 1 ກັນຍາ 2023 ພ້ອມຂອບໃຈທຸກໆການສະໜັບສະໜູນ ແນ່ນອນວ່າມັນສ້າງຄວາມໂສກເສົ້າໃຫ້ກັບແຟນໆການຕູນຫຼາຍໆຄົນ.

Boomerang ນັບວ່າເປັນອີກໜຶ່ງຊ່ອງໂທລະພາບທີ່ນຳເອົາກາຕູນຊື່ດັງຈາກ Cartoon Network ລວມໄປຮອດກາຕູນຈາກທົ່ວໂລກມາອອກອາກາດໃນຮູບແບບພາກໄທໃຫ້ຄໍກາຕູນໄດ້ຮັບຊົມ ບໍ່ວ່າຈະເປັນກາຕູນໃນຕຳນານຢ່າງ Tom & Jerry, Ben 10, The Powerpuff Girls, Scooby-Doo! ແລະ ອີກຫຼາຍເລື່ອງ ພ້ອມຍັງມີລາຍການສົ່ງເສີມທັກສະຄວາມຮູ້ຕ່າງໆອີກດ້ວຍ.

ວັນທີ 2 ສິງຫາ 2023 ເຟສບຸກຂອງທາງ Boomerang ໄດ້ອອກມາໂພສຂໍ້ຄວາມປະກາດມື້ຢຸດອອກອາກາກ ໂດຍລະບຸວ່າ “ຮຽນທ່ານຜູ້ຊົມທຸກໆທ່ານ ຊ່ອງ Boomerang ຈະຢຸດການອອກອາກາດຕັ້ງແຕ່ວັນທີ 1 ກັນຍາ 2023 ທາງສະຖານີຂໍຂອບໃຈທາງຜູ້ຊົມທຸກທ່ານທີ່ຕິດຕາມຊົມລາຍການຕ່າງໆ ຂອງສະຖານີສະເໝີມາ ແລະ ຍັງສາມາດຮັບຊົມທາງອອນລາຍໄດ້ທີ່  Facebook : Boomerang Thailand , Youtube : Boomerang Thailand”

ໂດຍຊ່ອງ Boomerang ປະເທດໄທ ເປັນສະຖານີໂທລະພາບກາຕູນ ອອກອາກາດເປັນພາສາໄທ ຜະລິດໂດຍບໍລິສັດ M TURNER COMPANY LIMITED (ໃນເຄືອຂອງ major cineplex ແລະ ກັນຕະນາ) ໂດຍມີຮູບແບບຈາກ Boomerang ຂອງອາເມຣິກາ ເລີ່ມອອກອາກາດຕັ້ງແຕ່ວັນທີ 14 ສິງຫາ 2013 ແລະ ຈະຢຸດການອອກອາກາດໃນວັນທີ 1 ກັນຍາ 2023 ທີ່ຈະມາເຖິງນີ້

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/