UNEP ລາຍງານວ່າໃນແຕ່ລະປີ ມີຜູ້ເສຍຊີວິດສະເລ່ຍ 7 ລ້ານຄົນ ຈາກມົນລະພິດທາງອາກາດ


ເມື່ອເວົ້າເຖິງບັນຫາມົນລະພິດທາງອາກາດ ໃນປັດຈຸບັນຖືເປັນບັນຫາວິກິດການດ້ານສິ່ງແວດລ້ອມທີ່ອັນຕະລາຍ ແລະ ນໍາມາເຊິ່ງຜົນກະທົບຕໍ່ສຸຂະພາບໃນໄລຍະຍາວ ຢ່າງເຊັ່ນມະເຮັງປອດ ເຊິ່ງນໍາມາສູ່ການເສຍຊີວິດໃນຂັ້ນຕໍ່ມາ. ໂດຍທາງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ໄດ້ມີການຢືນຢັນວ່າປະມານ 9 ໃນ 10 ຂອງຄົນໃນທົ່ວໂລກນີ້ແມ່ນກຳລັງຫາຍໃຈເອົາອາກາດທີ່ປົນເປື້ອນມົນລະພິດ, ເຊິ່ງສະແດງໃຫ້ເຫັນເຖິງອັດຕາການເສຍຊີວິດກ່ອນໄວອັນຄວນສະເລ່ຍສູງເຖິງ 7 ລ້ານຄົນໃນແຕ່ລະປີ.

ໂດຍລະດັບຄວາມສ່ຽງໃນການສຳຜັດກັບມົນລະພິດທາງອາກາດຂອງຄົນເຮົານັ້ນ ຍ່ອມມີຄວາມແຕກຕ່າງກັນຕາມສະພາບແວດລ້ອມທີ່ເຮົາດໍາລົງຊີວິດໃນແຕ່ລະມື້, ເຊິ່ງມົນລະພິດທີ່ເຮົາສຳຜັດສ່ວນໃຫຍ່ແມ່ນປົນເປື້ອນມາຈາກ ພາຍໃນອາຄານ ແລະ ພາຍນອກອາຄານ ໃນຮູບແບບຂອງທາງເຄມີ, ຟີຊິກ ແລະ ຊີວະພາບ ທີ່ສາມາດປັບປ່ຽນໄປຕາມລັກສະນະທຳມະຊາດຂອງບັນຍາກາດ. ແຫຼ່ງທີ່ມາທົ່ວໄປຂອງມົນລະພິດສ່ວນໃຫຍ່ກໍແມ່ນ ການເຜົາໄໝ້ໃນຄົວເຮືອນ, ການເຜົາໄໝ້ຈາກຍານພາຫະນະ, ໂຮງງານອຸດສາຫະກຳ ແລະ ໄຟໄໝ້ປ່າ ເປັນຕົ້ນແມ່ນບັນດາ ຝຸ່ນລະອອງຂະໜາດນ້ອຍ (PM), ສານຄາບອນມໍນັອກໄຊດ໌, ໂອໂຊນ, ໄນໂຕຣເຈນໄດອັອກໄຊດ໌ ແລະ ຊັລເຟີໄດອັອກໄຊດ໌.

ຈາກສານມົນລະພິດທີ່ກ່າວມາຂ້າງເທິງ, ຝຸ່ນລະອອງຂະໜາດນ້ອຍ (PM) ທີ່ປົນເປື້ອນພາຍນອກອາຄານ ຖືເປັນມົນລະພິດທາງອາກາດທີ່ໜ້າກັງວົນຫຼາຍ ແລະ ຍັງເປັນສາເຫດທີ່ນຳໄປສູ່ພະຍາດຫຼອດເລືອດທາງສະໝອງ, ພະຍາດຫົວໃຈ, ມະເຮັງປອດ, ລະບົບທາງເດີນຫາຍໃຈຜິດປົກກະຕິຢ່າງກະທັນຫັນ ແລະ ຊຳເຮື້ອ. ເພື່ອຂະຫຍາຍລາຍລະອຽດເພີ່ມເຕີມກ່ຽວກັບຝຸ່ນ PM ສາມາດຈໍາແນກຂະໜາດ ແລະ ຄວາມອັນຕະລາຍຂອງມັນໄດ້ຄືດັ່ງນີ້:

  • PM 10 ມີຂະໜາດເສັ້ນຜ່າສູນກາງບໍ່ເກີນ 10 ໄມຄຣອນ, ເປັນອະນຸພາກທີ່ເຮົາສາມາດຫາຍໃຈເຂົ້າຜ່ານຫຼອດລົມ ແລ້ວຕິດຢູ່ບໍລິເວນດັງ ຫຼື ຄໍ ແຕ່ບໍ່ສາມາດສະສົມໃນປອດ
  • PM 2.5 ມີຂະໜາດເສັ້ນຜ່າສູນກາງທີ່ບໍ່ເກີນ 2.5 ໄມຄຣອນ, ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ, ເມື່ອສູດດົມເຂົ້າໄປກໍສາມາດຕົກຄ້າງຢູ່ໃນສ່ວນທີ່ເລິກທີ່ສຸດຂອງປອດ (Alveoli) ທີ່ເປັນຈຸດທີ່ແລກປ່ຽນອັອກຊີເຈນສູ່ກະແສເລືອດ. ເນື່ອງຈາກຂະໜາດທີ່ນ້ອຍຈຶ່ງເຮັດໃຫ້ມັນສາມາດຕົກຄ້າງໃນອາກາດໄດ້ຫຼາຍມື້ ຫຼື ເປັນອາທິດ ແລະ ເຄື່ອນທີ່ຜ່ານຊັ້ນບັນຍາກາດໄດ້ຫຼາຍຮ້ອຍ ຫຼື ພັນກິໂລແມັດ ຈາກແຫຼ່ງກໍາເນີດທີ່ຖືກປ່ອຍອອກມາ.

ລະດັບຄວາມອັນຕະລາຍ ແລະ ຂີດຄວາມສາມາດໃນການປ້ອງກັນມົນລະພິດທາງອາກາດ ກໍມີຜົນມາຈາກຄວາມເລື່ອມລໍ້າທາງສັງຄົມເຊັ່ນດຽວກັນ ຍິ່ງມີຄວາມຮັ່ງມີຫຼາຍເທົ່າໃດກໍຍ່ອມປອດໄພຈາກມົນລະພິດທາງອາກາດຫຼາຍເທົ່ານັ້ນ, ໂດຍສະແດງອອກໃຫ້ເຫັນວ່າ ຫຼາຍກວ່າ 90% ຂອງອັດຕາການເສຍຊີວິດໃນທົ່ວໂລກແມ່ນມາຈາກກຸ່ມປະເທດທີ່ມີລາຍຮັບຕໍ່າ ຫາ ປານກາງ ໃນຂົງເຂດທະວີບ ອາຟຣິກາ ແລະ ອາຊີ.

ຈາກຄວາມອັນຕະລາຍຂອງມົນລະພິດທາງອາກາດທີ່ພັດພາກເອົາຊີວິດຂອງຄົນໃນທົ່ວທຸກມຸມໂລກນີ້ ມັນໄດ້ສະແດງໃຫ້ເຫັນເຖິງຄວາມບໍ່ປອດໄພຂອງສະພາບແວດລ້ອມ ທີ່ເກີດຈາກການທໍາລາຍຂອງມະນຸດໂດຍສ່ວນໃຫຍ່, ໃນແບບທີ່ຮູ້ຕົວ ຫຼື ບໍ່ຮູ້ຕົວ. ທັງນີ້, ການເປັນເຈົ້າການໃນການແກ້ໄຂບັນຫາ ກໍເປັນໜ້າທີ່ຂອງສ່ວນລວມທີ່ຕ້ອງຄຳນຶງຮູ້ ແລະ ລະງັບບັນຫາຊ່ວຍກັນ ເພື່ອສະກັດກັ້ນຜົນກະທົບໃຫ້ລົດລົງຕາມລຳດັບ.

ແຫຼ່ງທີ່ມາຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/