TIME Magazine ວາລະສານເກົ່າແກ່ຊື່ດັງຈາກ ມະຫານະຄອນ ນິວຢອກ ປະເທດ ອາເມຣິກາ ໄດ້ເອີ້ນ ນະຄອນຫຼວງພະບາງ ຂອງ ສປປ ລາວ ວ່າເປັນສະຫວັນທີ່ຖືກເຊື່ອງໄວ້ ແລະ ຍົກໃຫ້ ນະຄອນຫຼວງພະບາງ ເປັນໜຶ່ງໃນສະຖານທີ່ ທີ່ດີທີ່ສຸດໃນໂລກ ປະຈຳປີ 2023.
ໂດຍ TIME ອະທິບາຍກ່ຽວກັບ ຫຼວງພະບາງເອົາໄວ້ວ່າ: “ນໍ້າຕົກຕາດກວາງຊີ, ວັດວາອາຮາມ ແລະ ການຂີ່ເຮືອຊົມຕາເວັນຕົກດິນຢູ່ແມ່ນ້ຳຂອງ ແມ່ນເປັນພຽງສ່ວນໜຶ່ງຂອງຈຸດເດັ່ນໃນນະຄອນຫຼວງພະບາງເທົ່ານັ້ນ. ເຖິງວ່າຈະມີສະຖານທີ່ຫ່າງໄກສອກຫຼີກຢູ່ໃນພູຜາປ່າດົງຂອງປະເທດລາວ, ແຕ່ເມືອງຫຼວງເກົ່າແຫ່ງນີ້ ບໍ່ໄດ້ແມ່ນສະຖານທີ່ ສຳລັບນັກເດີນທາງແບບ Backpacker ເທົ່ານັ້ນ”
TIME ເສີມຕື່ມວ່າ ຫຼວງພະບາງເປັນເມືອງທີ່ມີໂຮງແຮມ ອາຄານ ທີ່ເກົ່າແກ່ ສ້າງຕັ້ງ ແຕ່ຍຸກອານານິຄົມຝຣັ່ງ. ທາງວາລະສານຍັງໄດ້ແນະນຳໃຫ້ໄປຢ້ຽມຊົມສູນສິລະປະພື້ນເມືອງ ແລະ ຊົນເຜົ່າວິທະຍາ, ຫໍພິພິທະພັນທີ່ອຸທິດໃຫ້ແກ່ 50 ຊົນເຜົ່າຂອງປະເທດ ແລະ 160 ຊົນເຜົ່າຍ່ອຍ ອີກດ້ວຍ.

ທາງວາລະສານ ລະບຸອີກວ່າ ທາງລົດໄຟຄວາມໄວສູງ ມູນຄ່າກວ່າ 6.000 ລ້ານໂດລາ ທີ່ເຊື່ອມຕໍ່ ຄຸນໝິງ ປະເທດຈີນ ຜ່ານຫຼາຍແຂງພາກເໜືອຂອງ ລາວ ສູ່ນະຄອນຫຼວງວຽງຈັນ ເປັນຫົວໃຈສຳຄັນໃນການທ່ອງທ່ຽວຫຼວງພະບາງ ເພາະທາງລົດໄຟລາວ-ຈີນ ສາມາດລົດເວລາຈາກການເດີນທາງ 12 ຊົ່ວໂມງ ດ້ວຍລົດເມ ໃຫ້ເຫຼືອພຽງ 2 ຊົ່ວໂມງ.
ໂດຍນະຄອນຫຼວງພະບາງ, ພູເກັດ ແລະ ພາກອີສານ ຂອງປະເທດໄທ ເປັນ ພຽງ 3 ສະຖານທີ່ ໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້ທີ່ຕິດໃນການຈັດອັນດັບຄັ້ງນີ້ຂອງ TIME Magazine.

ສຳລັບນະຄອນຫຼວງພະບາງ ຖືເປັນອີກໜຶ່ງຈຸດໝາຍປາຍທາງທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ດ້ວຍສະຖານທີ່ແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍຄວາມສວຍສົດງົດງາມຂອງທຳມະຊາດ, ວັດທະນະທຳ ປະເພນີ ຜູ້ຄົນ ພາສາ ສຳນຽງການປາກເວົ້າທີ່ເປັນເອກະລັກ ບວກກັບການເດີນທາງເຂົ້າອອກທີ່ສະດວກສະບາຍ ດ້ວຍລົດໄຟລາວ-ຈີນ ເຮັດໃຫ້ ນະຄອນຫຼວງພະບາງ ກາຍເປັນໜຶ່ງຈຸດໝາຍປາຍທາງຂອງນັກເດີນທາງຈາກທົ່ວໂລກ.

ນະຄອນຫຼວງພະບາງ ເປັນໜຶ່ງໃນສາມແຫຼ່ງທ່ອງທ່ຽວຂອງ ສປປ ລາວ ທີ່ຖືກບັນຈຸໃຫ້ເຂົ້າເປັນມໍລະດົກໂລກ. ໂດຍຫຼວງພະບາງຖືກບັນຈຸເຂົ້າໃຫ້ເປັນມໍລະດົກໂລກ ຕັ້ງແຕ່ ປີ 1995; ວັດພູ ແຂວງຈຳປາສັກ ປີ 2001 ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ປີ 2019.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/