TIME ວາລະສານຊື່ດັງຈາກອາເມຣິກາ ຍົກໃຫ້ ຫຼວງພະບາງ ເປັນໜຶ່ງໃນສະຖານທີ່ ທີ່ດີທີ່ສຸດໃນໂລກ ປະຈຳປີ 2023

TIME ວາລະສານ

TIME Magazine ວາລະສານເກົ່າແກ່ຊື່ດັງຈາກ ມະຫານະຄອນ ນິວຢອກ ປະເທດ ອາເມຣິກາ ໄດ້ເອີ້ນ ນະຄອນຫຼວງພະບາງ ຂອງ ສປປ ລາວ ວ່າເປັນສະຫວັນທີ່ຖືກເຊື່ອງໄວ້ ແລະ ຍົກໃຫ້ ນະຄອນຫຼວງພະບາງ ເປັນໜຶ່ງໃນສະຖານທີ່ ທີ່ດີທີ່ສຸດໃນໂລກ ປະຈຳປີ 2023.

ໂດຍ TIME ອະທິບາຍກ່ຽວກັບ ຫຼວງພະບາງເອົາໄວ້ວ່າ: “ນໍ້າຕົກຕາດກວາງຊີ, ວັດວາອາຮາມ ແລະ ການຂີ່ເຮືອຊົມຕາເວັນຕົກດິນຢູ່ແມ່ນ້ຳຂອງ ແມ່ນເປັນພຽງສ່ວນໜຶ່ງຂອງຈຸດເດັ່ນໃນນະຄອນຫຼວງພະບາງເທົ່ານັ້ນ. ເຖິງວ່າຈະມີສະຖານທີ່ຫ່າງໄກສອກຫຼີກຢູ່ໃນພູຜາປ່າດົງຂອງປະເທດລາວ, ແຕ່ເມືອງຫຼວງເກົ່າແຫ່ງນີ້ ບໍ່ໄດ້ແມ່ນສະຖານທີ່ ສຳລັບນັກເດີນທາງແບບ Backpacker ເທົ່ານັ້ນ”

TIME ເສີມຕື່ມວ່າ ຫຼວງພະບາງເປັນເມືອງທີ່ມີໂຮງແຮມ ອາຄານ ທີ່ເກົ່າແກ່ ສ້າງຕັ້ງ ແຕ່ຍຸກອານານິຄົມຝຣັ່ງ. ທາງວາລະສານຍັງໄດ້ແນະນຳໃຫ້ໄປຢ້ຽມຊົມສູນສິລະປະພື້ນເມືອງ ແລະ ຊົນເຜົ່າວິທະຍາ, ຫໍພິພິທະພັນທີ່ອຸທິດໃຫ້ແກ່ 50 ຊົນເຜົ່າຂອງປະເທດ ແລະ 160 ຊົນເຜົ່າຍ່ອຍ ອີກດ້ວຍ.

TIME ວາລະສານ

ທາງວາລະສານ ລະບຸອີກວ່າ ທາງລົດໄຟຄວາມໄວສູງ ມູນຄ່າກວ່າ 6.000 ລ້ານໂດລາ ທີ່ເຊື່ອມຕໍ່ ຄຸນໝິງ ປະເທດຈີນ ຜ່ານຫຼາຍແຂງພາກເໜືອຂອງ ລາວ ສູ່ນະຄອນຫຼວງວຽງຈັນ ເປັນຫົວໃຈສຳຄັນໃນການທ່ອງທ່ຽວຫຼວງພະບາງ ເພາະທາງລົດໄຟລາວ-ຈີນ ສາມາດລົດເວລາຈາກການເດີນທາງ 12 ຊົ່ວໂມງ ດ້ວຍລົດເມ ໃຫ້ເຫຼືອພຽງ ​2 ຊົ່ວໂມງ.

     ໂດຍນະຄອນຫຼວງພະບາງ, ພູເກັດ ແລະ ພາກອີສານ ຂອງປະເທດໄທ ເປັນ ພຽງ 3 ສະຖານທີ່ ໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້ທີ່ຕິດໃນການຈັດອັນດັບຄັ້ງນີ້ຂອງ TIME Magazine.

TIME ວາລະສານ

ສຳລັບນະຄອນຫຼວງພະບາງ  ຖືເປັນອີກໜຶ່ງຈຸດໝາຍປາຍທາງທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ   ແລະ ຕ່າງປະເທດ ດ້ວຍສະຖານທີ່ແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍຄວາມສວຍສົດງົດງາມຂອງທຳມະຊາດ, ວັດທະນະທຳ ປະເພນີ ຜູ້ຄົນ ພາສາ ສຳນຽງການປາກເວົ້າທີ່ເປັນເອກະລັກ ບວກກັບການເດີນທາງເຂົ້າອອກທີ່ສະດວກສະບາຍ ດ້ວຍລົດໄຟລາວ-ຈີນ ເຮັດໃຫ້ ນະຄອນຫຼວງພະບາງ ກາຍເປັນໜຶ່ງຈຸດໝາຍປາຍທາງຂອງນັກເດີນທາງຈາກທົ່ວໂລກ.

TIME ວາລະສານ

ນະຄອນຫຼວງພະບາງ ເປັນໜຶ່ງໃນສາມແຫຼ່ງທ່ອງທ່ຽວຂອງ ສປປ ລາວ ທີ່ຖືກບັນຈຸໃຫ້ເຂົ້າເປັນມໍລະດົກໂລກ. ໂດຍຫຼວງພະບາງຖືກບັນຈຸເຂົ້າໃຫ້ເປັນມໍລະດົກໂລກ ຕັ້ງແຕ່ ປີ 1995; ວັດພູ ແຂວງຈຳປາສັກ ປີ 2001 ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ປີ 2019.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/