ສານອາຍາລະຫວ່າງປະເທດ ອອກໝາຍຈັບ Putin ຂໍ້ຫາກໍ່ອາຊະຍາກຳສົງຄາມໃນ ຢູເຄຣນ

ສານອາຍາລະຫວ່າງປະເທດ

ຖືເປັນອີກໜຶ່ງການເຄື່ອນໄຫວລະດັບສາກົນ ເມື່ອສານອາຍາລະຫວ່າງປະເທດ International Criminal Court ຫຼືວ່າ ICC ໄດ້ອອກໝາຍຈັບ  ວະລາດິເມຍ ປູຕິນ (Vladimir Putin) ຜູ້ນໍາສູງສຸດຂອງປະເທດ ຣັດເຊຍ ໂດຍ ICC ອ້າງວ່າ ປູຕິນ ຕ້ອງມີຄວາມຮັບຜິດຊອບຕໍ່ອາຊະຍາກຳສົງຄາມໃນຢູເຄຣນທີ່ເກີດຂຶ້ນ.

ສານອາຍາລະຫວ່າງປະເທດ

ໂດຍສຳນັກງານໃຫຍ່ ICC ທີ່ຕັ້ງຢູ່ ເນເທີແລນ ໄດ້ອອກຖະແຫຼງການເມື່ອວັນທີ 17 ມີນາ ທີ່ຜ່ານມານີ້ວ່າ: ທາງສານໄດ້ອອກໝາຍຈັບ ປູຕິນ ຂໍ້ຫາກໍ່ອາຊະຍາກຳສົງຄາມ ລວມເຖິງກໍລະນີທີ່ສົງໄສວ່າເຂົາມີສ່ວນກ່ຽວຂ້ອງກັບການບັງຄັບຂົນຍ້າຍເດັກນ້ອຍຢ່າງຜິດກົດໝາຍຈາກພື້ນທີ່ ທີ່ເຂົ້າໄປຢຶດຄອງຈາກ ຢູເຄຣນ.

ນອກຈາກນີ້ ICC ຍັງໄດ້ອອກໝາຍຈັບກັບ ມາເຣຍ ອາເລັກຍາຊີ ລາໂວນາ ເບໂລວາ (Maria Alekseyevna Lvova-Belova) ກຳມາທິການ ດ້ານສິດທິເດັກໃນສໍານັກງານຂອງ ປະທານາທິບໍດີຣັດເຊຍ ໃນຂໍ້ຫາທີ່ຄ້າຍໆກັບປູຕິນອີກດ້ວຍ (ກໍລະນີຂອງການກະທຳຕໍ່ເດັກໃນ ຢູເຄຣນ)

ແຕ່ຢ່າງໃດກໍຕາມ ທາງການຣັດເຊຍ ກໍບໍ່ຍອມຮັບໃນອຳນາດສານຂອງ ICC ແລະ ກໍຄົງບໍ່ມີທາງທີ່ຈະສົ່ງຜູ້ຮ້າຍຂ້າມແດນເຊັ່ນກັນ. ໂດຍ ດິມິທີ ເປສຄອຟ (Dmitry Peskov) ໂຄສົກທຳນຽບລັດຖະບານຣັດເຊຍ ໄດ້ອອມາກ່າວວ່າ ການອອກໝາຍຈັບດັ່ງກ່າວ ຮຸນແຮງ ແລະ ບໍ່ອາດຍອມຮັບໄດ້ ແລະ ຄຳຕັດສິນໃດໆຂອງສານ ຈະບໍ່ມີຜົນທາງກົດໝາຍ ແລະ ຖືເປັນໂມຄະຕໍ່ຣັດເຊຍ ເນື່ອງຈາກຣັດເຊຍບໍ່ໄດ້ເປັນສະມາຊິກຂອງ ICC ແລະ ບໍ່ໄດ້ຍອມຮັບອຳນາດດັ່ງກ່າວ.

ສານອາຍາລະຫວ່າງປະເທດ

ສ່ວນທາງດ້ານຂອງ ມາເຣຍ ຊາຄາໂຣວາ (Maria Zakharova) ໂຄສົກກະຊວງການຕ່າງປະເທດ ຣັດເຊຍກ່າວວ່າ ຄຳຕັດສິນຂອງສານອາຍາລະຫວ່າງປະເທດ ບໍ່ໄດ້ມີຄວາມໝາຍຫຍັງກັບ ຣັດເຊຍ ແລະ ບໍ່ໄດ້ມີຄວາມໝາຍຫຍັງທັງໝົດໃນມຸມມອງທາງກົດໝາຍ ລວມເຖິງບໍ່ໄດ້ມີຂໍ້ຜູກມັດໃດໆ ທັງນັ້ນ.

ເຖິງແມ່ນວ່າການອອກໝາຍຈັບຄັ້ງນີ້ ຄົງຈະບໍ່ສາມາດ ເຮັດໃຫ້ ປູຕິນ ເຂົ້າໄປນັ່ງຢູ່ສານເພື່ອພິຈາລະນາຄະດີໄດ້ ເນື່ອງຈາກຣັດເຊຍຖືວ່າຕົນເອງບໍ່ໄດ້ເປັນສະມາຊິກ ICC ແຕ່ການອອກໝາຍຈັບຄັ້ງນີ້ຂອງ ICC ກໍຍັງສາມາດສົ່ງຜົນກະທົບໃຫ້ມີບັນຫາການເດີນທາງອອກໄປຕ່າງປະເທດທັນທີ ໂດຍສະເພາະ ເມື່ອເດີນທາງໄປປະເທດທີ່ເປັນສະມາຊິກຂອງ ICC ເຊິ່ງໃນປັດຈຸບັນ ມີສະມາຊິກລວມກວ່າ 123 ປະເທດ.

ສານອາຍາລະຫວ່າງປະເທດ

ການເຄື່ອນໄຫວຄັ້ງນີ້ ເກີດຂຶ້ນພາຍຫຼັງທາງການຈີນໄດ້ປະກາດວ່າ ສີຈິ້ນຜິງ ຜູ້ນຳສູງສຸດຂອງປະເທດຈີນຈະໄປຢ້ຽມຢາມຣັດເຊຍ ເພື່ອຫາລືເຖິງສັນຕິພາບໃນພາກພື້ນ ລະຫວ່າງ ຣັດເຊຍ ແລະ ຢູເຄຣນ ໃນວັນທີ 20-22 ມີນານີ້.

 ໂດຍການອອກໝາຍຈັບຄັ້ງນີ້ຂອງ ICC ເຖິງແມ່ນວ່າຈະເຮັດຫຍັງປູຕິນບໍ່ໄດ້ຫຼາຍໃນທາງປະຕິບັດ ແຕ່ການທີ່ຜູ້ນຳປະເທດ ມີໝາຍຈັບຕິດຕົວ ມັນກໍຈະສົ່ງຜົນຕໍ່ຄວາມໜ້າເຊື່ອຖື, ກຽດຕິຍົດຊື່ສຽງຂອງຣັດເຊຍ  ໃນສາຍຕາເວທີໂລກ ແລະ ຍັງເປັນການຂີດເສັ້ນໝາຍໄວ້ວ່າ ການກະທຳຂອງ ປູຕິນ ທີ່ມີຕໍ່ຣັດເຊຍນັ້ນຈະບໍ່ສາມາດຖືກເບິ່ງຂ້າມຈາກອົງການລະຫວ່າງປະເທດໄດ້ອີກຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/