ສະພາແຫ່ງຊາດ ເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ປະເທດຊາດ ເພື່ອພັດທະນາເດັກ-ແມ່ຍິງ

ສະພາແຫ່ງຊາດ

ເມື່ອບໍ່ດົນມານີ້, ອົງການຢູນິເຊບ ຮ່ວມກັບສະພາແຫ່ງຊາດ ຈັດເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກຳມະການຂອງກຳມາທິການວັດທະນະທຳ-ສັງຄົມ ປະຈຳ 18 ເຂດເລືອກຕັ້ງ ກ່ຽວກັບການຕິດຕາມງົບປະມານ ເພື່ອພັດທະນາເດັກ ແລະ ແມ່ຍິງ, ທັງນີ້ ກໍເພື່ອຮັບປະກັນການວາງງົບປະມານ ແລະ ການລົງທຶນ ຕອບສະໜອງຕໍ່ຄວາມຕ້ອງການຂອງເດັກ ແລະ ແມ່ຍິງ ໃນ ສປປ ລາວ, ທັງການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ເເລະ ຄວາມຄິດເຫັນກ່ຽວກັບສິ່ງທ້າທາຍທີ່ເດັກ ແລະ ແມ່ຍິງລາວ ພວມປະເຊີນ, ລວມທັງບັນດາບົດຮຽນໃນການແກ້ໄຂບັນຫາເຫຼົ່ານັ້ນ.

ທ່ານນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ ໄດ້ກ່າວວ່າ: ການເຝິກອົບຮົມຄັ້ງນີ້, ແມ່ນກິດຈະກຳຄັ້ງທຳອິດລະຫວ່າງ ອົງການຢູນິເຊບ ແລະ ສະພາແຫ່ງຊາດໃນປີ 2023, ເປັນກິດຈະກຳອັນສຳຄັນທີ່ຈະຊ່ວຍຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ, ປະສົບການດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບສະພາບລວມ, ນະໂຍບາຍ, ກົດໝາຍ ແລະ ງົບປະມານ ຕໍ່ກັບການພັດທະນາ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນ ສປປ ລາວ. ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ມີຜົນສຳເລັດຫຼາຍດ້ານທີ່ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການສືບຕໍ່ພັດທະນາ. ຄຽງຄູ່ກັນນັ້ນ ຍັງມີສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຄວາມຈຳກັດດ້ານງົບປະມານ, ສິ່ງເອື້ອອຳນວຍຄວາມສະດວກ ແລະ ພື້ນຖານໂຄງລ່າງທີ່ມີຄວາມຫຍຸ້ງຍາກໄດ້ສົງຜົນກະທົບຕໍ່ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ກໍຄື ບັນດາຄາດໝາຍການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ແມ່ນ 43 ຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ທີ່ໄດ້ພິຈາລະນາຮັບຮອງເອົາຢູ່ໃນ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX.

ສະພາແຫ່ງຊາດ

ເນື້ອໃນຕົ້ນຕໍຂອງການເຝິກອົບຮົມຄັ້ງນີ້ປະກອບມີ: ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃນການເຄື່ອນໄຫວກ່ຽວກັບວຽກງານແມ່ ແລະ ເດັກ; ສະພາບການຂອງເດັກໃນ ສປປ ລາວ; ບົດຮຽນໃນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ກ່ຽວຂ້ອງກັບແມ່ຍິງ ແລະ ເດັກ; ຄວາມຄືບໜ້າໃນການປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ຕິດພັນກັບວຽກງານແມ່ ແລະ ເດັກ; ການຕິດຕາມກວດການງົບປະມານທີ່ກ່ຽວຂ້ອງກັບຂະແໜງການພັດທະນາ ທີ່ກ່ຽວກັບເດັກໃນຂົງເຂດອາຊຽນ; ສະພາບ ແລະ ສິ່ງທ້າທາຍວຽກງານໂພຊະນາການ ແລະ ການສົ່ງເສີມການລ້ຽງລູກດ້ວຍນົມແມ່; ສະພາບງົບປະມານໃນຂະແໜງການໂພຊະນາການ; ການຮັກສາສຸຂະພາບແມ່ ແລະ ເດັກ, ການສັກຢາກັນພະຍາດ ລົງເລິກສະພາບ, ສິ່ງທ້າທ້າຍ ແລະ ດ້ານງົບປະມານ; ການສຶກສາຂັ້ນພື້ນຖານ ແລະ ສິ່ງທ້າທາຍ; ການລົງທຶນງົບປະມານຂອງຂະແໜງການສຶກສາ ແລະ ຜົນສະທ້ອນ; ສິ່ງກີດຂວາງທີ່ເຮັດໃຫ້ເດັກບໍ່ສາມາດພັດທະນາໄດ້ເຕັມສ່ວນໃນຮຸ່ນຄົນປີ 2030 ການວິໄຈຄວາມຂາດເຂີນຂອງເດັກທີ່ທັບຊ້ອນໃນຫຼາຍດ້ານຢູ່ໃນ ສປປ ລາວ; ການປະເມີນນະໂຍບາຍ ແລະ ກົດໝາຍ.

ສະພາແຫ່ງຊາດ

ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການຢູນິເຊບປະຈຳ ສປປ ລາວ ໄດ້ກ່າວ: ການຄົ້ນຄວ້າລະດັບໂລກ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ການໃຊ້ຈ່າຍ ແລະ ລົງທຶນທີ່ບໍ່ພຽງພໍ, ບໍ່ເທົ່າທຽມ ແລະ ບໍ່ມີປະສິດທິຜົນ ເປັນອຸປະສັກອັນໃຫຍ່ທີ່ກີດກັນເດັກ ເຮັດໃຫ້ພວກເຂົາບໍ່ສາມາດບັນລຸສິດທິຂອງພວກເຂົາໄດ້. ອົງການຢູນິເຊບຢືນຢັນທີ່ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ເພື່ອສະໜັບສະໜູນການສ້າງຫຼັກຖານຂໍ້ມູນ ເພື່ອເປັນພື້ນຖານໃນການສົ່ງເສີມການລົງທຶນ ໃຫ້ແກ່ບັນດາຂະແໜງສັງຄົມທີ່ກ່ຽວຂ້ອງກັບເດັກນ້ອຍ.

ໂອກາດດຽວກັນ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ສສຊ ທີ່ເປັນກໍາມະການຂອງກໍາມາທິການວັດທະນະທຳ-ສັງຄົມ ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ ດ້ວຍການເອົາໃຈໃສ່ຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ໂດຍສະພາະ ດ້ານນິຕິບັນຍັດ, ຕົກລົງບັນຫາສຳຄັນພື້ນຖານຂອງຊາດ ແລະ ຕິດຕາມກວດກາ ເປັນຕົ້ນ ໃນການຄົ້ນຄວ້າ, ກຳແໜ້ນນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ, ກົດໝາຍ ແລະ ນິຕິກຳ ທີ່ຕິດພັນກັບງົບປະມານການພັດທະນາວຽກງານແມ່ຍິງ ແລະ ເດັກ ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອເປັນເຄື່ອງມື ແລະ ເປັນບ່ອນອີງໃຫ້ແກ່ການເຂົ້າຮ່ວມຄົ້ນຄວ້າ ແລະ ພິຈາລະນາສ້າງ ແລະ ປັບປຸງກົດໝາຍ, ບັນດານິຕິກຳທີ່ກ່ຽວຂ້ອງ ຢູ່ເຂດເລືອກຕັ້ງຂອງຕົນໃນແຕ່ລະໄລຍະ; ເອົາໃຈໃສ່ເກັບກໍາຂໍ້ມູນບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ ໝູນໃຊ້ ແລະ ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະເວລາເຂົ້າຮ່ວມສ້າງແຜນແຕ່ຫົວທີ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໃນກົດໝາຍ; ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດແຜນຍຸດທະສາດ, ແຜນພັດທະນາ, ໂຄງການ, ແຜນງານຕ່າງໆທີ່ກ່ຽວຂ້ອງກັບການພັດທະນາເດັກ ແລະ ແມ່ຍິງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີຜົນສຳເລັດແຕ່ລະໄລຍະ; ເພີ່ມທະວີການພົວພັນ, ປະສານສົມທົບພາຍໃນ ແລະ ພາຍນອກ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເປັນທ່າແຮງຕໍ່ການຊຸກຍູ້ ແລະ ຕິດຕາມການປະຕິບັດວຽກງານການພັດທະນາແມ່ຍິງ ແລະ ເດັກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ຊຸກຍູ້ ແລະ ເຂົ້າຮ່ວມເຜີຍແຜ່ວຽກງານ ການພັດທະນາແມ່ຍິງ ແລະ ເດັກ, ປະເມີນຜົນໄດ້ຮັບຈາກປະຕິບັດ ເປົ້າໝາຍສະຫັດສະວັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ບັນດາຄາດໝາຍທີ່ຕິດພັນກັບການພັດທະນາວຽກງານດັ່ງກ່າວ ໃຫ້ເລິກເຊິ່ງກວ່າເກົົ່າ ແນໃສ່ພັດທະນາເດັກ ແລະ ແມ່ຍິງໃຫ້ມີຄຸນະພາບດີຂຶ້ນ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄວນມີການສະຫຼຸບ, ຖອດຖອນບົດຮຽນ, ລາຍງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງເປັນປົກກະຕິ.

ຂອບໃຈຂໍ້ມູນຈາກ:

https://bit.ly/3liFGO0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/