The Social Dilemma ສາລະຄະດີ ທີ່ຈະເປີດເຜີຍດ້ານມືດຂອງ ໂຊຊຽວມີເດຍ


ບໍ່ແມ່ນເລື່ອງປົກກະຕິທີ່ເຮົາຈະຫາຟັງຄວາມຄິດເຫັນຈາກປາກຂອງເຫຼົ່ານັກວິສະວະກອນ ແລະ ພະນັກງານ ຄົນທີ່ເຮັດວຽກເບື້ອງຫຼັງຂອງບໍລິສັດໃຫຍ່ Google, Facebook, IG, Twitter, Pinterest ແລະ Reddit.

ວັນພຸດທີ 9 ກັນຍາ 2020 ທີ່ຜ່ານມາ Netflix ໄດ້ປ່ອຍຕົວສາລະຄະດີໃໝ່ທີ່ຊື່ວ່າ ‘The Social Dilemma’ ທີ່ອາດຈະເວົ້າໄດ້ວ່າ ເປັນບົດດວິເຄາະເລື່ອງລາວກ່ຽວກັບໂຊຊຽວມີເດຍທີ່ຊັດເຈນ, ສັ້ນ,ກະທັດຮັດ, ກະຕຸ້ນຄວາມຄິດ ແລະ ຊວນຂົນຫົວລຸກບໍ່ໜ້ອຍ ເຖິງແມ່ນວ່າຫຼາຍຄົນອາດຈະຄຸ້ນເຄີຍກັບປະເດັນເຫຼົ່ານີ້ຢູ່ແລ້ວ ແຕ່ຄວາມສາມາດທີ່ໂດດເດັ່ນຂອງຜູ້ສ້າງ Jeff Orlowski ແມ່ນການຍົກເອົາປະເດັນທີ່ເຮົາຄຸ້ນເຄີຍກັນດີ(ຕົວຢ່າງປະເດັນເລື່ອງສິ່ງແວດລ້ອມ ຫຼື ປັນຫາຂອງໂຊຊຽວມີເດຍ) ມາໃສ່ລາຍລະອຽດທີ່ເລິກເຊິ່ງເພີ່ມເຂົ້າໄປ ປັບປ່ຽນການນຳສະເໜີໃຫ້ຖືກຈຸດ ແລະ ເຮັດໃຫ້ຄົນເບິ່ງນັ້ນເຫັນພາບຊັດເຈນຫຼາຍຍິ່ງຂຶ້ນ(ໃນຂະນະດຽວກັນກໍຮູ້ສຶກກັງວົນໄປນຳ) ໂດຍສາລະຄະດີເລື່ອງນີ້ກໍເຮັດອອກມາໄດ້ເປັນຢ່າງດີ ແລະ ໜ້າຕິດຕາມ ເພື່ອໃຫ້ຄົນເບິ່ງເຂົ້າໃຈຫຼາຍຂຶ້ນວ່າເປັນຫຍັງສິ່ງເຫຼົ່ານັ້ນຈຶ່ງຖືກອອກແບບມາໃຫ້ເຮົາເສບຕິດຢ່າງບໍ່ຈົບບໍ່ສິ້ນ.

The Social Dilemma ຈະເລົ່າເຈາະເລິກເຖິງເບື້ອງຫຼັງກົນໄກ ວ່າຈະເຮັດຈັ່ງໃດໃຫ້ຄົນເຮົາເສບຕິດໂຊຊຽວມີເດຍ ແລກປ່ຽນມຸມມອງທີ່ໜ້າເປັນຫ່ວງຈາກຜົນກະທົບຂອງສື່ສັງຄົມອອນໄລນ໌ ທີ່ນັບມື້ຍິ່ງມີອິດທິພົນຫຼາຍຂຶ້ນເລື້ອຍໆ ພ້ອມທັງຍົກເອົາປະເດັນທີ່ເປັນບັນຫາຫຼາຍຢ່າງທີ່ເກີດຂຶ້ນໃນໂລກປັດຈຸບັນອອກມາອະທິບາຍ ທັງເລື່ອງຂອງການໃຊ້ໂຊຊຽວມີເດຍໃນທາງການເມືອງ ການແຜ່ກະຈາຍຂ່າວປອມ ຈົນໄປເຖິງປະເດັນທີ່ໜ້າເປັນຫ່ວງເຊັ່ນ: ຈຳນວນຜູ້ປ່ວຍທີ່ເປັນໂລກຊຶມເສົ້າ, ອັດຕາການທຳຮ້າຍຕົວເອງ ແລະ ການຂ້າຕົວຕາຍທີ່ສູງຂຶ້ນຫຼາຍເທົ່າຕົວຂອງໄວໜຸ່ມຕັ້ງແຕ່ໂຊຊຽວມີເດຍເລີ່ມເຂົ້າມາມີບົດບາດໃນຊີວິດເຂົາ.

ໃນສາລະຄະດີ ມີການສະຫຼັບການດຳເນີນເລື່ອງໂດຍໃຊ້ນັກສະແດງ ແລະ ສຳພາດອະດີດພະນັກງານທີ່ເຄີຍຄຸກຄີ ແລະ ເປັນຜູ້ສ້າງ Algorithm(ແນວຄິດຢ່າງມີເຫດຜົນທີ່ຜູ້ພັດທະນາໂປຣແກຣມ ໂປຣແກຣມເມີ້ ຫຼື ນັກວິເຄາະລະບົບໃຊ້ໃນການອະທິບາຍວິທີການຢ່າງເປັນຂັ້ນຕອນຕາມລຳດັບໃນການຈະພັດທະນາໂປຣແກຣມນັ້ນໆ) ເຫຼົ່ານີ້ມາຕັ້ງແຕ່ຕອນທຳອິດ ຈົນຮອດວ່າເປັນຫຍັງເຮົາຈຶ່ງມາຢູ່ຈຸດນີ້ໄດ້ ໂດຍທີ່ທຸກຄົນທີ່ມາໃຫ້ສຳພາດ ຕ່າງກໍເວົ້າຄືກັນວ່າ ບໍ່ມີໃຜຄິດເລີຍໃນຕອນທຳອິດວ່າຈະໃຫ້ມັນອອກມາເປັນແບບນີ້ ທຸກຄົນຕ່າງກໍຄາດຫວັງວ່າຈະການສ້າງເຕັກໂນໂລຊີຂຶ້ນມາເພື່ອອຳນວຍຄວາມສະດວກ ແລະ ຍົກລະດັບຄຸນະພາບຊີວິດຂອງຜູ້ໃຊ້ງານໃຫ້ດີີຂຶ້ນທັງນັ້ນ.

ເຖິງແມ່ນວ່າເນື້ອຫາຂອງສາລະຄະດີ ຈະເຂັ້ມຂົ້ນ ແລະ ເນັ້ນກ່ຽວກັບດ້ານມືດຂອງໂຊຊຽວມີເດຍ ແຕ່ບອກເລີຍວ່າຂໍ້ມູນຕ່າງໆໃນສາລະຄະດີຊຸດນີ້ມີປະໂຫຍດຫຼາຍ ໂດຍສະເພາະການອະທິບາຍເຖິງລະບົບການເຮັດວຽກເບື້ອງຫຼັງໂຊຊຽວມີເດຍທີ່ໃຊ້ຄວາມແມ່ນຢຳຖືກຕ້ອງຂອງ AI ຫຼື ປັນຍາປະດິດ ຄອຍຈັບຕາເບິ່ງພຶດຕິກຳຂອງເຮົາທຸກການເຄື່ອນໄຫວ ພ້ອມທັງຖິ້ມປະເດັນໄວ້ໃຫ້ຄິດຢ່າງໜ້າສົນໃຈ.

ເບິ່ງຕົວຢ່າງຮູບເງົາໄດ້ທີ່: https://www.youtube.com/watch?v=uaaC57tcci0&fbclid=IwAR1APV87g3KtfvAvT7K5n0fDZrpPoHDRKSXb3M_lfa7FRlJaISbfgjYbF9g