Fujifilm ເປິດໂຕ Instax SQ1 ທີ່ປ່ຽນ Design ໃຫ້ງາມຂຶ້ນ, ມາພ້ອມກັບ Features Automatic Exposure.


Fujifilm ໄດ້ເປິດໂສມກ້ອງ Intax SQUARE SQ1 ທີ່ມີການປ່ຽນ Design ກັບຄຸນລັກສະນະອຳນວຍຄວາມສະດວກໃນການປັບແສງ ຫຼື Auto EXPOSURE ແລະ ຍັງເຮັດໃຫ້ການຖ່າຍຮູບ Selfie ໄດ້ງານພຽງແຕ່ໝຸນເລນ, ເນັ້ນໃສ່ກຸ່ມຄົນລຸ້ນໃຫມ່ທີ່ຕ້ອງການຖ່າຍຮູບໄດ້ຢ່າງວ່ອງໄວໃຫ້ຫຼາຍ.

 ຊືໂຕມຸ ວາຕະນາເບ້ ກຳມະການຜູ້ຈັດການ ບໍລິສັດ Fujifilm ( ປະເທດໄທ )ຈຳກັດ ໄດ້ເວົ້າວ່າ “ ປັດຈຸບັນຍອມຮັບວ່າເຕັກໂນໂລຊີມີຄວາມສຳຄັນຕໍ່ການຕັດສິນໃຈຂອງຜູ້ຊື້ຜະລິດຕະພັນເປັນຢ່າງຫຼາຍ ລວມເຖິງການອອກແບບ Design ຜະລິດຕະພັນໃຫ້ມີຄວາມແຕກຕ່າງທີ່ໜ້າໃຊ້ ແລະ ມີເອກະລັກສະເພາະຕົວ ຈະສ້າງຄວາມໜ້າສົນໃຈຫຼາຍຂຶ້ນ ”.

Fujifilm ໄດ້ຄິດໜັກເຖິງການຕະຫຼາດກຸ່ມນີ້ ຈຶ່ງໄດ້ຄິດຄົົ້ນພັດທະນານະວັດຕະກຳ ແລະ ຜະລິດຕະພັນໃຫມ່ໆສູ່ຕະຫຼາດມາຕະຫຼອດມາ ຄືກັບສະໂລແກນຂອງ Fujifilm ວ່າ “ Value from Innovation ” ແລະ ໃນມື້ນີ້ Fujifilm ໄດ້ເປິດຕົວກ້ອງ instax SQUARE SQ1 ເປັນກ້ອງທີ່ຄິດຄົ້ນ ແລະ ພັດທະນາໃຫ້ມີຄວາມແຕກຕ່າງຈາກລຸ້ນເກົ່າ ໂດຍປ່ຽນການອອກແບບໃຫມ່.

ພາຍໃຕ້ Concept #ໂລກມຸມໃຫມ່ທີ່ສຳຜັດໄດ້ ໃຫ້ມີຄວາມເປັນ unisex ຫຼາຍຂຶ້ນ Design ທີ່ລົງຕົວໜ້າໃຊ້ ແຫກກົດຄວາມແຕກຕ່າງໄປກວ່າເກົ່າ ເໝາະກັບ Lifestyle ຄົນລຸ້ນໃຫມ່ທີ່ຕ້ອງການຄວາມ unique ໃນແບບຂອງຕົວເອງ Fujifilm ຫວັງວ່າ Instax SQUARE SQ1 ຈະສາມາດຕອບໂຈດຄວາມຕ້ອງການ Style ຄົນລຸ້ນໃຫມ່ ທີ່ມັກການຖ່າຍຮູບ instax ຈະມ່ວນກັບການຖ່າຍຮູບຫຼາຍຍິ່ງຂື້ນ ແລະ ໄດ້ໃຊ້ກ້ອງ instax ຮູບແບບໃຫມ່ຢູ່ຕະຫຼອດ ຖືວ່າເປັນ item ໃໝ່ຂອງ Fujifilm ທີ່ຈະມາສັ່ນວົງການຕະຫຼາດກ້ອງ instax ໃຫ້ເປັນ Big Boom ໃນປີນີ້.

ກ້ອງ instax SQUARE SQ1 ເປັນກ້ອງຖ່າຍຮູບແລ້ວໄດ້ຮູບທັນທີ ຮູບຮ່າງ Square ມາພ້ອມ Function ໃຫມ່ Automatic Exposure ລະບົບຄວບຄຸມຮູຮັບແສງອັດຕະໂນມັດ ໂດຍຕົວກ້ອງຈະຄຳນວນຄ່າຄວາມແຈ້ງໂດຍອ້ອມຂ້າງ ແລະ ປັບຄວາມແຈ້ງໃຫ້ອັດຕະໂນມັດ sharp ຫຼາຍຂື້ນໃຊ້ງານງ່າຍສະດວກຫຼາຍຂື້ນ ແລະ ສາມາດຖ່າຍຮູບSelfie ໄດ້ງ່າຍຂື້ນພຽງໝຸນທີ່ໜ້າເລນໄປທີ່ໂຫມດຖ່າຍຮູບ Selfie ແລ້ວດຶງຂອບດ້ານໜ້າສຸດຂອງເລນອອກ ກໍ່ຈະມ່ວນກັບການຖ່າຍຮູບ Selfie ໄດ້ເລີຍ.

ອີກໜຶ່ງສະເໜ່ຂອງກ້ອງ instax Square SQ1 ຄື Film ເປັນ Film ຂະໜາດສີ່ຫຼ່ຽມຈະຕຸລັດ  ( Square ) ທີ່ມີຂະໜາດຮູບ 62*62 ມມ. ຫຼື ສັດສ່ວນ 1:1 ລັກສະນະເຊັ່ນດຽວກັບຮູບແບບ Instagram ເຮັດໃຫ້ໄດ້ຮູບທີ່ກວ້າງຂຶ້ນ ແລະ ເຕັມຕາ ບໍ່ວ່າຈະຖ່າຍຮູບບດ່ຽວ ຫຼື ຮູບລວມ.

ເກັບລາຍລະອຽດ ແລະ ສີສັນທີ່ສົດໃສຫຼາຍກວ່າເກົ່າພ້ອມກັນນີ້ ຍັງເປິດຕົວ Film ແບບໃຫມ່ລ້າສຸດ 2 ແບບຄື: Rainbow ກັບ Monochrome ໄດ້ອີກດ້ວຍມີໃຫ້ເລືອກ 3 ສີຄື: Chalk White, Terracotta Orange ແລະ cier Blue

ສຳຫຼັບກົນລະຍຸກການສ້າງແບນຂອງກ້ອງ instax ໃນປີນີ້ ບໍລິສັດ Fujifilm ໄດ້ກຽມແຜນ Marketing Communication ເພຶ່ອສື່ສານໃຫ້ເຂົ້າເຖິງກຸ່ມເປົ້າໝາຍຢ່າງເຕັມປະສິດທິພາບ ບໍລິສັດ Fujifilm ໄດ້ກຽມແຜນໃນການສື່ສານແບບ Integrted Marketing Communication ທັ້ວສື່ Online ແລະ offline ໂດຍສື່ Online ຈະເນັ້ນສື່ທາງ Social Media ທັ້ງທາງ Facebook, Youtube ແລະ Instagram.

ຮຽບຮຽງໂດຍ: ກະຕຸກIQ2

ກວດສອບໂດຍ: Tabee vorlasin

ທີ່ມາ: https://www.sanook.com/hitech/1510757/gallery/780693/