Netflix ປະກາດສ້າງອະນິເມະ One Piece ສະບັບຣີບູດໃໝ່ພາຍໃຕ້ WIT Studio


ຫຼັງຈາກ Netflix ປະກາດສ້າງອະນິເມະ One Piece ສະບັບຣີບູດໃໝ່ ກໍເອີ້ນໄດ້ວ່າເປັນໂປຣເຈັກທີ່ເຮັດໃຫ້ແຟນໆຕື່ນເຕັ້ນກັນ ແລະ ປະກາດຊື່ອອກມາແລ້ວ THE ONE PIECE ພ້ອມໄດ້ຄ້າຍ WIT Studio ສະຕູດິໂອອະນິເມະລະດັບແຖວໜ້າຂອງຢີ່ປຸ່ນມາດູແລ.

ໂປຣເຈັກ THE ONE PIECE ເປັນເປຣເຈັກຄົບຮອບ 25 ປີຂອງອະນິເມະຊີຣີ້ ONE PIECE ທີ່ອອກອາກາດຕັ້ງແຕ່ປີ 1999 ແລະ ດູແລການຜະລິດໂດຍບໍລິສັດ Toei Animation ມາຍາວນານຮອດ 21 ຊີຊັ່ນ ຫຼາຍກວ່າ 1,088 ຕອນ.

ໂດຍອະນິເມະຣີບູດນັ້ນຈະຢູ່ພາຍໃຕ້ການດູແລຂອງ WIT Studio ຈະດຳເນີນເລື່ອງລາວຕາມຕົ້ນສະບັບໃນມັງງະ ໂດຍນຳເນື້ອຫາຈາກພາກອິສບູລມານຳສະເໜີ ແລະ ຈະອອກສາຍໃຫ້ແຟນໆໂຈນສະລັດໝວກຟາງທັງຫຼາຍໄດ້ຮັບຊົມກັນທາງ Netflix ແຕ່ກໍຍັງບໍ່ໄດ້ປະກາດມື້ອອກອາກາດຢ່າງເປັນທາງການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/