Sugar Blues ຈະເກີດຫຍັງຂຶ້ນ ເມື່ອຊີວິດຕິດຫວານ ຂາດນ້ຳຕານບໍ່ໄດ້


ທ່ານເປັນຜູ້ໜຶ່ງທີ່ມັກກິນຫວານຫຼືບໍ່? ຫຼັງອາຫານທຸກຄັ້ງຕ້ອງຕາມດ້ວຍເມນູຂອງຫວານ, ມັກຕື່ມນ້ຳຕານໃນເມນູອາຫານທຸກເທື່ອ, ຮູ້ສຶກເບື່ອ ບໍ່ກະຕືລືລົ້ນເມື່ອບໍ່ໄດ້ກິນນ້ຳຕານ. ຖ້າທ່ານແມ່ນສາຍຫວານ ທີ່ມັກກິນຫວານຈົນຂາດບໍ່ໄດ້ ທ່ານແມ່ນຜູ້ໜຶ່ງທີ່ເຂົ້າຂ່າຍ Sugar Blues ຫຼື ພາວະເສບຕິດນໍ້າຕານ, ເຊິ່ງທ່ານຮູ້ຫຼືບໍ່ວ່າ ພາວະເສບຕິດນ້ຳຕານນີ້ ສົ່ງຜົນເສຍທັງໃນໄລຍະສັ້ນ ແລະ ໄລຍະຍາວຕໍ່ຮ່າງກາຍຂອງທ່ານ ລວມທັງເປັນທີ່ມາຂອງການເກີດພະຍາດຫຼາຍຢ່າງອີກດ້ວຍ. ມື້ນີ້ເຮົາມາເບິ່ງພາວະການເສບຕິດນ້ຳຕານວ່າມີອາການແນວໃດ, ສົ່ງຜົນເສຍຕໍ່ຮ່າງກາຍແນວໃດ ແລະ ຖ້າຢາກຫຼຸດການກິນຫວານ ຄວນຈະກິນເທົ່າໃດຈຶ່ງຈະເໝາະສົມ ແລະ ບໍ່ສົ່ງຜົນເສຍຕໍ່ຮ່າງກາຍ.

ຈະເຮັດແນວໃດ ຈຶ່ງຮູ້ວ່າຮ່າງກາຍເກີດພາວະເສບຕິດນ້ຳຕານ?

  • ຄວບຄຸມການກິນອາຫານບໍ່ໄດ້ ເຊັ່ນ: ຮູ້ສຶກຫິວເລື້ອຍໆ, ມີພຶດຕິກໍາມັກກິນຈຸກຈິກຫຼາຍຂຶ້ນ ເຊິ່ງເກີດຈາກຮ່າງກາຍໄດ້ຮັບນ້ຳຕານຫຼາຍເກີນໄປ ສົ່ງຜົນໃຫ້ນ້ຳຕານເຂົ້າໄປທໍາລາຍຮໍໂມນທີ່ມີຊື່ວ່າ Leptin ເຊິ່ງຮໍໂມນດັ່ງກ່າວ ມີໜ້າທີ່ຊ່ວຍສົ່ງສັນຍານຈາກເຊວໄຂມັນໄປຍັງເຊວສະໝອງ ເພື່ອຊ່ວຍໃຫ້ຮ່າງກາຍຮັບຮູ້ວ່າຮ່າງກາຍອີ່ມແລ້ວ ຮ່າງກາຍມີພະລັງງານພຽງພໍແລ້ວ. ແຕ່ເມື່ອເຮົາບໍລິໂພກນ້ຳຕານຫຼາຍເກີນໄປ ຈະເຮັດໃຫ້ຮໍໂມນນີ້ຖືກທໍາລາຍຈົນສົ່ງສັນຍານບອກຮ່າງກາຍໄດ້ໜ້ອຍລົງ ຈຶ່ງພາໃຫ້ເກີດອາການຫິວເລື້ອຍໆ.
  • ມີພາວະອາລົມບໍ່ດີ, ຫງຸດຫງິດງ່າຍ ແລະ ຮູ້ສຶກອິດເມື່ອຍເລື້ອຍໆ: ເນື່ອງຈາກພະລັງງານພາຍໃນຮ່າງກາຍບໍ່ມີຄວາມສົມດຸນ ຍ້ອນລະດັບນ້ຳຕານໃນເລືອດບາງຄັ້ງເພີ່ມສູງຂຶ້ນ ແລະ ບາງຄັ້ງກໍຫຼຸດລົງຢ່າງໄວວາ ຈຶ່ງພາໃຫ້ເກີດອາລົມຜັນຜວນ ຫງຸດຫງິດງ່າຍ.
  • ມີອາການປວດເບົາເລື້ອຍໆ ຫຼື ຫຼາຍຜິດປົກກະຕິ: ເນື່ອງຈາກຮ່າງກາຍພະຍາຍາມທີ່ຈະຂັບນໍ້າຕານສ່ວນເກີນອອກຈາກຮ່າງກາຍ ແລະ ອາດເປັນໜຶ່ງໃນສັນຍານເຕືອນການເລີ່ມຕົ້ນຂອງພະຍາດເບົາຫວານອີກດ້ວຍ.
  • ຜິວໜັງອັກເສບ, ມີສິວຫຼາຍຂຶ້ນ, ຜິວພັນແກ່ກ່ອນໄວອັນຄວນ: ຍ້ອນນ້ຳຕານໄປກະຕຸ້ນໃຫ້ຜິວໜັງມີການຜະລິດນ້ຳມັນຫຼາຍຂຶ້ນ ຈຶ່ງເກີດອາການຄັນ, ອາການອັກເສບ, ຖ້າມີບາດແຜ ກໍຈະຫາຍດີຊ້າລົງ.ພ້ອມນັ້ນ, ຍັງພາໃຫ້ຜິວພັນແກ່ກ່ອນໄວອັນຄວນ ເນື່ອງຈາກຄໍລາເຈນ ແລະ ສານອີລາສຕິນໃຕ້ຜິວໜັງຖືກທໍາລາຍ.
  • ເລີ່ມມີບັນຫາສຸຂະພາບປາກ ເຊັ່ນ: ແຂ້ວແມງ, ແຂ້ວຜຸພັງ ຍິ່ງຖ້າເຮົາບໍ່ທໍາຄວາມສະອາດແຂ້ວໃຫ້ດີ ຈະເຮັດໃຫ້ອາຫານທີ່ມີທາດນ້ຳຕານທີ່ເຮົາກິນເຂົ້າໄປ ສະສົມໃນປາກ ຈົນເກີດເຊື້ອແບັກທີເຣຍໃນປາກ ແລະ ເກີດປັນຫາສຸຂະພາບປາກໄດ້.
  • ນ້ຳໜັກຮ່າງກາຍເພີ່ມຂຶ້ນ ມີໄຂມັນສະສົມຕາມຮ່າງກາຍ: ເກີດຈາກນ້ຳຕານປ່ຽນເປັນໄຂມັນ ຈຶ່ງໄປສະສົມຢູ່ຕາມສ່ວນຕ່າງໆຂອງຮ່າຍກາຍ ເຊັ່ນ: ເລີ່ມມີໄຂມັນຈັບຢູ່ຕາມກົກແຂນ ກົກຂາ ໜ້າທ້ອງ. ເມື່ອບໍ່ໄດ້ອອກກໍາລັງກາຍເຜົາຜານ ຈະເຮັດໃຫ້ນ້ຳຕານຍິ່ງໄປສະສົມຢູ່ໃນຮ່າງກາຍ ຈົນພາໃຫ້ນ້ຳໜັກຕົວເພີ່ມຂຶ້ນຢ່າງໄວວາ. 

ພາວະເສບຕິດນ້ຳຕານ ມີຜົນເສຍໄລຍະຍາວຕໍ່ຮ່າງກາຍຄືແນວໃດ?

ເມື່ອຮ່າງກາຍໄດ້ຮັບນ້ຳຕານເຂົ້າໄປຫຼາຍຈົນເກີນໄປ ຈະເກີດການສະສົມພາຍໃນຮ່າງກາຍຢ່າງຕໍ່ເນື່ອງ ແລະ ນໍາພາພະຍາດຕ່າງໆມາໃຫ້ແກ່ຄົນເຮົາ ເຊັ່ນ: ພະຍາດຕຸ້ຍ, ພະຍາດເບົາຫວານ, ເສັ້ນເລືອດຕີບ, ໄຂມັນໃນເລືອດສູງ, ຄວາມດັນເລືອດສູງ, ໄຂມັນຫຸ້ມຫົວໃຈ ແລະ ຕັບ, ແຂ້ວເປັນແມງ, ພະຍາດປະດົງ ແລະ ອີກຫຼາຍພະຍາດແຊກຊ້ອນອື່ນໆທີ່ອາດເກີດຂຶ້ນຕໍ່ຮ່າງກາຍຄົນເຮົາໄດ້ ເຊິ່ງເຮົາຈະເຫັນວ່າ ທັງໝົດແມ່ນເລີ່ມມາຈາກການບໍລິໂພກນໍ້າຕານຫຼາຍເກີນໄປ ພາໃຫ້ຮ່າງກາຍຄົນເຮົາມີຄວາມສ່ຽງທີ່ຈະເປັນພະຍາດຕ່າງໆໄດ້.

ຖ້າຢາກປັບປະລິມານການກິນນ້ຳຕານລົງ ຕ້ອງເຮັດແນວໃດ?

  • ໂດຍອີງຕາມອົງການອະນາໄມໂລກ (WHO) ໄດ້ກໍານົດລະດັບການບໍລິໂພກນ້ຳຕານທີ່ເໝາະສົມໃນແຕ່ລະມື້ ດັ່ງນີ້: ສໍາລັບຜູ້ສູງອາຍຸ ແລະ ເດັກນ້ອຍ ຄວນບໍລິໂພກນ້ຳຕານ ບໍ່ເກີນ 16 ກຣາມ ຫຼື ປະມານ 4 ບ່ວງກາເຟຕໍ່ມື້, ສຳລັບຜູ້ທີ່ຢູ່ໃນເກນອາຍຸໄວໜຸ່ມ ແລະ ໄວເຮັດວຽກ ຄວນບໍລິໂພກນ້ຳຕານບໍ່ເກີນ 24 ກຣາມ ຫຼື ປະມານ 6 ບ່ວງກາເຟຕໍ່ມື້ ກໍຖືວ່າພຽງພໍສໍາລັບພະລັງງານຂອງຮ່າງກາຍທີ່ຕ້ອງການໃນແຕ່ລະມື້ແລ້ວ.
  • ຫຼີກເວັ້ນວິທີການງົດນ້ຳຕານແບບຫັກດິບ ເພາະຈະເຮັດໃຫ້ຮ່າງກາຍປັບຕົວບໍ່ທັນ ແລະ ຮ່າງກາຍເກີດພາວະການຂາດນ້ຳຕານກະທັນຫັນໄດ້ ເຊັ່ນ: ວິນຫົວ, ປວດຮາກ, ຮ່າງກາຍອິດເມື່ອຍ ເປັນຕົ້ນ. ສະນັ້ນ, ໃຫ້ພະຍາຍາມຄ່ອຍໆປັບການບໍລິໂພກນ້ຳຕານລົງເທື່ອລະໜ້ອຍ ເພື່ອໃຫ້ຮ່າງກາຍຄ່ອຍໆປັບຕົວຈົນເກີດຄວາມເຄີຍຊິນ ເຊິ່ງອາດຕ້ອງໃຊ້ເວລາປະມານ 1-2 ເດືອນ.
  • ພະຍາຍາມດື່ມນ້ຳທຳມະດາ ແທນການດື່ມເຄື່ອງດື່ມທີ່ມີທາດນ້ຳຕານ ເຊິ່ງການດື່ມນ້ຳທຳມະດາໃນແຕ່ລະມື້ໃຫ້ພຽງພໍ ຈະຊ່ວຍໃຫ້ຫຼຸດອາການຢາກເຄື່ອງດື່ມຫວານໄດ້.
  • ຕິດຕາມ ແລະ ບັນທຶກພຶດຕິກໍາການກິນຫວານຂອງຕົນເອງ ເພື່ອໃຫ້ຮູ້ວ່າໃນແຕ່ລະມື້ ໄດ້ຮັບນ້ຳຕານເຂົ້າໄປໃນຮ່າງກາຍຫຼາຍເກີນໄປແລ້ວຫຼືບໍ່.
  • ພະຍາຍາມຫຼຸດຜ່ອນປະລິມານນ້ຳຕານໃນທຸກໆເມນູອາອາຫານ ແລະ ເຄື່ອງດື່ມ ເຊັ່ນ: ເມື່ອເວລາປຸງອາຫານ ໃຫ້ຫຼຸດປະລິມານນ້ຳຕານລົງ ຫຼື ເລືອກທີ່ຈະບໍ່ປຸງນໍ້າຕານເພີ່ມເລີຍຍິ່ງເປັນການດີ, ເມື່ອຕ້ອງສັ່ງເຄື່ອງດື່ມ ໃຫ້ພະຍາຍາມສັ່ງຫວານໜ້ອຍແທນພຶດຕິກໍາແບບເດີມ. ພ້ອມນັ້ນ, ອາດເລືອກກິນໝາກໄມ້ທີ່ໃຫ້ຄວາມຫວານໃນລະດັບໜ້ອຍທົດແທນເຄື່ອງດື່ມ ຫຼື ເຂົ້າໜົມຫວານ ກໍຈະຊ່ວຍໃຫ້ຫຼຸດອາການຢາກກິນຂອງຫວານໆລົງໄດ້.
  • ພະຍາຍາມອອກກໍາລັງໃຫ້ສະໝ່ຳສະເໝີ ເພື່ອຊ່ວຍໃຫ້ຮ່າງກາຍໄດ້ເກີດການເຜົາຜານ ແລະ ຊ່ວຍໃຫ້ມີສຸຂະພາບທີ່ດີ.​

ເຖິງແມ່ນວ່າ ນ້ຳຕານຈະມີຄຸນປະໂຫຍດຊ່ວຍໃນການໃຫ້ພະລັງງານແກ່ຮ່າງກາຍ ແຕ່ການບໍລິໂພກນ້ຳຕານທີ່ຫຼາຍເກີນໄປ ຈະກາຍເປັນການເພີ່ມໂອກາດຄວາມສ່ຽງເກີດພະຍາດຕ່າງໆໃນຮ່າງກາຍ.​ ສະນັ້ນ, ຈໍາເປັນຈະຕ້ອງສ້າງພຶດຕິກໍາການບໍລິໂພກນ້ຳຕານໃນລະດັບທີ່ເໝາະສົມ ໄປຄຽງຄູ່ກັບການສ້າງວິໄນໃນການອອກກໍາລັງກາຍຢ່າງສະໝ່ຳສະເໝີ ຈຶ່ງຈະຊ່ວຍໃຫ້ຮ່າງກາຍແຂງແຮງ. ນອກນັ້ນ, ຄວນມີການກວດຫາລະດັບນໍ້າຕານໃນເລືອດຢູ່ສະເໝີ ແລະ ຮັກສານ້ຳໜັກຕົວໃຫ້ຢູ່ໃນເກນທີ່ເໝາະສົມ ເພື່ອຫຼີກເວັ້ນໂອກາດທີ່ຈະເກີດພະຍາດເບົາຫວານ ແລະ ພະຍາດແຊກຊ້ອນອື່ນໆໃນອະນາຄົດ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/bde53atb

http://tinyurl.com/3zndxyfs

http://tinyurl.com/5ywp8r3c

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/