Ronaldo ມີຜູ້ຕິດຕາມ 600 ລ້ານຄົນ ກາຍເປັນບຸກຄົນທີ່ມີຜູ້ຕິດຕາມຫຼາຍທີ່ສຸດໃນໂລກ


ຫຼາຍຄົນຄົງຮູ້ຈັກດີກັບຊາຍຄົນນີ້ ເພາະເປັນນັກເຕະລະດັບໂລກ ຄວາມສາມາດການເຕະລະດັບເທບ ສ້າງສະຖິຕິຈົນນັບບໍ່ໄດ້, ປັດຈຸບັນ ມີຜູ້ຕິດຕາມທາງ Instagram ຫຼື IG ທະລຸ 600 ລ້ານບັນຊີ.

ຜູ້ຕິດຕາມຫຼາຍແບບນີ້ ຍິ່ງເພີ່ມຄວາມລວຍເຂົ້າໄປຕື່ມອີກ ເລື່ອງພຣີເຊັນເຕີ ບໍ່ຢາກຈະບັນຍາຍ ໂພສໜຶ່ງໄດ້ເຮືອນເປັນຫຼັງເລີຍກໍວ່າໄດ້. ເລື່ອງຄ່າຕົວອາຊີບນັກເຕະ ຍິ່ງບໍ່ທຳມະດາ. ເມື່ອບໍ່ດົນມານີ້ ກໍໄດ້ສ້າງຕຳນານມາອີກ ສາມາດນຳພາທີມຄວ້າແຊ້ມທຳອິດໄດ້ໃນທະວີບອາຊີ (ຊາອຸດີອາຣະເບຍ) ແຊ້ມ King Salman  Club Cup ຊ່ວຍທີມ Al-Nassr ຊະນະ Al-Hilal ໄປ 2-1.

ດັ່ງນັ້ນ, ຍິ່ງມີຜູ້ຕິດຕາມເພີ່ມຂຶ້ນແບບໄວວາ ແລະ ຕະຫຼອດທີ່ຜ່ານມາ ກໍມີຜູ້ຕິດຕາມເພີ່ມຂຶ້ນແບບບໍ່ຂາດສາຍສະເໝີ ໂດຍສະເພາະໄລຍະມາຢູ່ທີມ Manchester United ກະແສມີທັງດີ ແລະ ບໍ່ດີປະປົນກັນໄປ ເຊິ່ງສາມາດເພີ່ມຍອດຜູ້ຕິດຕາມຂຶ້ນໄປອີກ.

Ronaldo ກັບຕັນທີມຊາດໂປຕຸເກດ ອາຍຸ 38 ປີ ສືບຕໍ່ສ້າງຜົນງານດີຕໍ່ເນື່ອງ ຫຼ້າສຸດຍິງສອງປະຕູ ຊ່ວຍຕົ້ນສັງກັດ ອາວ ນາສເຊີ ທີມດັງຈາກຊາອຸດີອາຣະເບຍ ທີ່ເຫຼືອຜູ້ຫຼິ້ນ 10 ຄົນ ແຊງຊະນະ ອາວ ຮີລານ ເພື່ອນຮ່ວມລີກ ອະດີດແຊ້ມລາຍການນີ້ 2 ສະໄໝ ແບບຫວຸດວິດ 2-1 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 1-1.

CR7 ຍິງ 5 ນັດຕິດຕໍ່ກັນ ພາທີມສ້າງປະຫວັດສາດຄວ້າແຊ້ມ Arab Club Champions Cup 2023 ຄັ້ງທຳອິດ ແລະ ເປັນທຳອິດຂອງ ໂດ້ ກັບ ອາວ ນາສເຊີ ພ້ອມຄວ້າຕຳແໜ່ງດາວສູງສຸດລາຍການນີ້ ຍິງໄດ້ 6 ປະຕູ.

ຂໍ້ມູນຈາກ:

Watalooknung

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/