Ledger ປະກາດຮ່ວມມືກັບ PayPal US ເປີດໃຫ້ຜູ້ໃຊ້ສາມາດຊື້ Crypto ໃນແອັບ Ledger Live ຜ່ານ PayPal ໄດ້


Ledger ຜູ້ຜະລິດກະເປົາເງິນຮາດແວຊັ້ນນຳໄດ້ລວມຊອບແວ Ledger Live ເຂົ້າກັບ PayPal ຕາມການປະກາດຂອງທັງສອງບໍລິສັດເມື່ອວັນທີ 16 ທີ່ຜ່ານມາ. ໂດຍການຮ່ວມມືກັນໃນຄັ້ງນີ້ຈະຊ່ວຍໃຫ້ຜູ້ໃຊ້ PayPal ຊາວສະຫະລັດ ທີ່ຢືນຢັນຕົວຕົນແລ້ວສາມາດຊື້ Bitcoin, Ether, Bitcoin Cash (BCH) ແລະ Litecoin ໂດຍກົງຜ່ານ Ledger Live ໂດຍບໍ່ມີມາດຕະການກວດສອບເພີ່ມເຕີມ.

ເຊິ່ງກ່ອນໜ້ານີ້ Ledger Live ໄດ້ອະນຸຍາດໃຫ້ຜູ້ໃຊ້ສາມາດຊື້ crypto ຜ່ານຄູ່ຮ່ວມງານຄື MoonPay, Transak, Ramp, Simplex, Loopipay ແລະ Mercuryo, ໃນປັດຈຸບັນ PayPal ໄດ້ເຂົ້າມາກາຍເປັນຄູ່ຮ່ວມງານຫຼ້າສຸດ ຜູ້ໃຊ້ສາມາດຊື້ Crypto ໃນ PayPal ຜ່ານແອັບ Ledger Live , ໂດຍຫຼຽນ Crypto  ຈະຖືກສົ່ງເຂົ້າໄປໃນກະເປົາເງິນຂອງຜູ້ໃຊ້ທັນທີ ແລະ ບໍ່ຈຳເປັນຕ້ອງເຮັດລາຍການຖອນເງິນ

Pascal Gauthier ປະທານ ແລະ CEO ຂອງ Ledger ກ່າວວ່າ “ການເອົາ Ledger Live ມາລວມເຂົ້າກັບ PayPal ຈະຊ່ວຍໃຫ້ການເຮັດທຸລະກຳກ່ຽວກັບ crypto ໄດ້ງ່າຍຂຶ້ນ”. ໃນປັດຈຸບັນບໍລິສັດຍັງບໍ່ທັນໄດ້ມີການຊີ້ແຈງກ່ຽວກັບເລື່ອງຄວາມປອດໄພຂອງຂອງແອັບດັ່ງກ່າວ

ໃນສ່ວນຂອງ PayPal ນັ້ນກໍໄດ້ເປີດຕົວຫຼຽນ Stablecoin ຂອງຕົນເອງຊື່ວ່າ PYUSD ເມື່ອບໍ່ດົນມານີ້ ແລະ ໃນການປະກາດຫຼ້າສຸດເມື່ອວັນທີ 15 ກໍຍັງບໍ່ໄດ້ມີການລະບຸວ່າ  PYUSD ຈະເປັນໜຶ່ງໃນຫຼຽນທີ່ພ້ອມໃຊ້ງານໃນ Ledger Live .

ທີ່ມາ:

cointelegraph

twitter

ledger

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/