Ledger ຜູ້ຜະລິດກະເປົາເງິນຮາດແວຊັ້ນນຳໄດ້ລວມຊອບແວ Ledger Live ເຂົ້າກັບ PayPal ຕາມການປະກາດຂອງທັງສອງບໍລິສັດເມື່ອວັນທີ 16 ທີ່ຜ່ານມາ. ໂດຍການຮ່ວມມືກັນໃນຄັ້ງນີ້ຈະຊ່ວຍໃຫ້ຜູ້ໃຊ້ PayPal ຊາວສະຫະລັດ ທີ່ຢືນຢັນຕົວຕົນແລ້ວສາມາດຊື້ Bitcoin, Ether, Bitcoin Cash (BCH) ແລະ Litecoin ໂດຍກົງຜ່ານ Ledger Live ໂດຍບໍ່ມີມາດຕະການກວດສອບເພີ່ມເຕີມ.
![](https://laox.la/wp-content/uploads/2023/08/image-103-796x1024.png)
ເຊິ່ງກ່ອນໜ້ານີ້ Ledger Live ໄດ້ອະນຸຍາດໃຫ້ຜູ້ໃຊ້ສາມາດຊື້ crypto ຜ່ານຄູ່ຮ່ວມງານຄື MoonPay, Transak, Ramp, Simplex, Loopipay ແລະ Mercuryo, ໃນປັດຈຸບັນ PayPal ໄດ້ເຂົ້າມາກາຍເປັນຄູ່ຮ່ວມງານຫຼ້າສຸດ ຜູ້ໃຊ້ສາມາດຊື້ Crypto ໃນ PayPal ຜ່ານແອັບ Ledger Live , ໂດຍຫຼຽນ Crypto ຈະຖືກສົ່ງເຂົ້າໄປໃນກະເປົາເງິນຂອງຜູ້ໃຊ້ທັນທີ ແລະ ບໍ່ຈຳເປັນຕ້ອງເຮັດລາຍການຖອນເງິນ
Pascal Gauthier ປະທານ ແລະ CEO ຂອງ Ledger ກ່າວວ່າ “ການເອົາ Ledger Live ມາລວມເຂົ້າກັບ PayPal ຈະຊ່ວຍໃຫ້ການເຮັດທຸລະກຳກ່ຽວກັບ crypto ໄດ້ງ່າຍຂຶ້ນ”. ໃນປັດຈຸບັນບໍລິສັດຍັງບໍ່ທັນໄດ້ມີການຊີ້ແຈງກ່ຽວກັບເລື່ອງຄວາມປອດໄພຂອງຂອງແອັບດັ່ງກ່າວ
ໃນສ່ວນຂອງ PayPal ນັ້ນກໍໄດ້ເປີດຕົວຫຼຽນ Stablecoin ຂອງຕົນເອງຊື່ວ່າ PYUSD ເມື່ອບໍ່ດົນມານີ້ ແລະ ໃນການປະກາດຫຼ້າສຸດເມື່ອວັນທີ 15 ກໍຍັງບໍ່ໄດ້ມີການລະບຸວ່າ PYUSD ຈະເປັນໜຶ່ງໃນຫຼຽນທີ່ພ້ອມໃຊ້ງານໃນ Ledger Live .
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/