Putin ຊີ້ ໂລກກຳລັງຢູ່ໃນທົດສະວັດທີ່ອັນຕະລາຍທີ່ສຸດ ນັບຈາກສົງຄາມໂລກຄັ້ງທີ 2 ແລະ ຢ້ຳວ່າພ້ອມເຈລະຈາກັບ ຢູເຄຣນແບບສັນຕິວິທີ

Putin

ຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ເບິ່ງຄືວ່າຈະຍັງຫາທາງອອກກັນບໍ່ໄດ້ ນອກຈາກນັ້ນຍັງເບິ່ງຄືວ່ານັບມື້ນັບຮຸນແຮງໄປໜ້າ. ຫຼ້າສຸດ ຜູ້ນຳສູງສຸດຂອງຣັດເຊຍ ທ່ານ ປະທານາທິບໍດີ ວາລາດິເມຍ ປູຕິນ ໄດ້ອອກມາຊີ້ເມື່ອວັນທີ 27 ຕຸລາທີ່ຜ່ານມານີ້ ວ່າ ໂລກກຳລັງຢູ່ໃນທົດສະວັດທີ່ອັນຕະລາຍທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ແລະ ເນັ້ນຢ້ຳວ່າຣັດເຊຍພ້ອມເຈລະຈາກັບ ຢູເຄຣນ ແບບສັນຕິວິທີ.

ໂດຍຜູ້ນຳຂອງຣັດເຊຍ ລະບຸວ່າ ທີ່ຜ່ານມາຊາດຕາເວັນຕົກຫຼິ້ນເກມການເມືອງທີ່ອັນຕະລາຍ ແລະ ສົກກະປົກ ເຊິ່ງໄດ້ສ້າງຄວາມວຸ້ນວາຍຢ່າງຍິ່ງໃຫ້ກັບປະຊາຄົມໂລກ ລະບຽບໂລກທີ່ສະຫະລັດ ອາເມຣິກາຄອງອຳນາດ ນັ້ນກຳລັງຖືກຖ້າທາຍ ແລະ ຄ່ອຍໆເສື່ອມສະຫຼາຍລົງ ເຊິ່ງເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້ ແລະ ຕ້ອງສິ້ນສຸດລົງໃນທີ່ສຸດ.

Putin

ໂດຍ ປູຕິນ ກ່າວວ່າ: “ປະຫວັດສາດທີ່ຕາເວັນຕົກຄອງອຳນາດ ໃນການເມືອງໂລກກຳລັງຈະສິ້ນສຸດລົງ ເສັ້ນທາງ ຕໍ່ໜ້າອາດອັນຕະລາຍທີ່ສຸດ ແລະ ຍາກທີ່ຈະຄາດເດົາ ແຕ່ໃນຂະນະດຽວກັນ ນີ້ກໍເປັນທົດສະວັດທີ່ສຳຄັນທີ່ສຸດນັບຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີ2”

ນອກຈາກນີ້ ຜູ້ນຳຣັດເຊຍ ຍັງບອກອີກວ່າ ຣັດເຊຍບໍ່ເຄີຍເບິ່ງວ່າຊາດຕາເວັນຕົກເປັນສັດຕູ ເຖິງວ່າຈະມີການປະເຊີນໜ້າກັນຢູ່ໃນຂະນະນີ້ ແຖມຍັງໄດ້ສົ່ງຂໍ້ຄວາມເຖິງຜູ້ນຳຊາດຕະເວັນຕົກ ແລະ NATO ອີກວ່າ ເຮົາມາຍຸຕິການເປັນສັດຕູກັນ ແລະ ຢູ່ຮ່ວມກັນຢ່າງສັນຕິດີກວ່າ.

Putin

ປູຕິນລະບຸວ່າ: “ພວກເຮົາພ້ອມເຈລະຈາສະເໝີ ແຕ່ຜູ້ນຳ ຢູເຄຣນ ຕັດສິນໃຈທີ່ຈະບໍ່ເຈລະຈານຳເຮົາເອງ ແລະ ວິທີແກ້ໄຂບັນຫາເລື່ອງນີ້ມັນງ່າຍໜ້ອຍດຽວ ພຽງແຕ່ ສະຫະລັດ ອາເມຣິກາ ສົ່ງສັນຍານໃຫ້ຢູເຄຣນຍອມປັບປ່ຽນທ່າທີ ແລະ ຮ່ວມກັນແກ້ໄຂບັນຫານີ້ຢ່າງສັນຕິ”

ປູຕິນຍອມຮັບວ່າ ການເຮັດສົງຄາມໃນຢູເຄຣນ ໄດ້ກໍ່ໃຫ້ເກີດມີການສູນເສຍເກີດຂຶ້ນຢ່າງຕໍ່ເນື່ອງກັບຣັດເຊຍ ໃນ ຢູເຄຣນ ແຕ່ບໍ່ໄດ້ໃຫ້ລະອຽດໃດໆກ່ຽວກັບຄວາມສູນເສຍດັ່ງກ່າວ ແຕ່ຢ່າງໃດ.

Putin

ໃນຂະນະທີ່ທາງການ ສະຫະລັດ ອາເມຣິກາ ລະບຸວ່າ ທາງຣັດເຊຍກຳລັງພະຍາຍາມສ້າງຄວາມເປັນທຳໃນການເປີດສາກເຮັດສົງຄາມກັບຢູເຄຣນ ກໍພຽງແຕ່ເທົ່ານັ້ນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/