Prompt Engineer ອາຊີບທີ່ເຮັດລາຍໄດ້ສູງໃນຍຸກຂອງ AI ເເລະ ເປັນທີ່ຕ້ອງການຂອງຕະຫຼາດໃນຍຸກປັດຈຸບັນ


ໃນປັດຈຸບັນຫຼາຍຄົນອາດຮູ້ຈັກ ຫຼື ໄດ້ຍິນຜ່ານຫູມາບໍ່ຫຼາຍກໍໜ້ອຍກ່ຽວກັບແພລັດຟອມຍອດຮິດຄື ChatGPT ເເຊັດບັອດປັນຍາປະດິດທີ່ມີ AI ເຮັດວຽກຢູ່ເບື້ອງຫຼັງ. ເເຕ່ຫຼາຍຄົນອາດບໍ່ຮູ້ກ່ຽວກັບອາຊີບທີ່ເຮັດໃນດ້ານນີ້ ເເລະ ເປັນທີ່ຕ້ອງການຫຼາຍຂຶ້ນເຊັ່ນດຽວກັບເເຊັດບັອດທີ່ກຳລັງນິຍົມກັນຢ່າງຫຼວງຫຼາຍໃນປັດຈຸບັນ, ເຊິ່ງຜູ້ຊໍານານໃນວຽກນີ້ສາມາດເຮັດລາຍໄດ້ເປັນເງິນສູງເຖິງ 335.000 ໂດລາຕໍ່ປີ!

ດ້ວຍລາຍຮັບທີ່ສູງ ເເລະ ປັດໄຈອື່ນໆທີ່ມີການເຊື່ອມໂຍງກັນໃນປັດຈຸບັນ ຈຶ່ງເປັນເເຮງຈູງໃຈຊັ້ນດີທີ່ເຮັດໃຫ້ຫຼາຍໆຄົນຢາກທີ່ຈະສຶກສາຕໍ່ໃນສາຂາວິສະວະກໍາຄອມພິວເຕີ.

ໂດຍພວກເຂົ້າເອີ້ນຕຳເເໜ່ງນີ້ວ່າ “Prompt Engineer” ເຊິ່ງຕ້ອງໃຊ້ເວລາໝົດມື້ໃນການບໍລິຫານ, ທຳຄວາມເຂົ້າໃຈ ເເລະ ຮຽນຮູ້ກ່ຽວກັບ AI ເພື່ອໃຫ້ໄດ້ຜົນຮັບທີ່ດີຂຶ້ນ, ເເລະຍັງຊ່ວຍບໍລິສັດຕ່າງໆເຝິກອົບຮົມພະນັກງານເພື່ອຄວບຄຸມການໃຊ້ເຄື່ອງມືຕ່າງໆ.

ລະບົບ AI ເກືອບທັງໝົດເປັນໂມເດລພາສາຂະໜາດໃຫຍ່ ຫຼື LLM ຖືກສ້າງຂຶ້ນໂດຍບໍລິສັດຫຼາຍເເຫ່ງເຊັ່ນ Alphabet Inc. ເຊິ່ງເປັນບໍລິສັດເເມ່ຂອງ Google, OpenAI ເເລະ Meta Platforms Inc. ເທັກໂນໂລຢີໄດ້ປ່ຽນຈາກການທົດລອງ ໄປສູ່ການນໍາໃຊ້ຕົວຈິງຢ່າງໄວວາ ໂດຍບໍລິສັດໃຫຍ່ຄື Microsoft Corp ກໍໄດ້ລວມເອົາ ChatGPT ເຂົ້່າກັບເຄື່ອງຄົ້ນຫາ Bing ແລະ ເຄື່ອງມືພັດທະນາຊອບແວ GitHub ອີກດ້ວຍ.

ໃນຂະນະທີ່ເທັກໂນໂລຢີກຳລັງຂະຫຍາຍຕົວ, ບໍລິສັດຈໍານວນຫຼາຍພົບວ່າພວກເຂົາຕ້ອງການໃຜຈັກຄົນ ເພື່ອເພີ່ມຄວາມເຂັ້ມງວດໃຫ້ກັບຜົນທີ່ໄດ້ຮັບຂອງພວກເຂົາ.

ໃນຂະນະດຽວກັນ, ບໍລິສັດເຊັ່ນ Anthropic ເຊິ່ງເປັນ startup ທີ່ໄດ້ຮັບການສະໜັບສະໜູນໂດຍ Google, ສະເໜີເງິນເດືອນສູງເຖິງ 335.000 ໂດລາສໍາລັບຕໍາແໜ່ງ “Prompt Engineer and Librarian”.

Klarity ທີ່ຕັ້ງຢູ່ San Francisco, ຜູ້ກວດສອບເອກະສານອັດຕະໂນມັດໃນຄາລິຟໍເນຍ ໄດ້ສະເໜີເງິນເດືອນສູງເຖິງ 230.000 ໂດລາສໍາລັບຕໍາເເໜ່ງວິສະວະກອນ machine learning ທີ່ສາມາດ “ຂຽນ prompt ແລະ ເຂົ້າໃຈວິທີການສ້າງຜົນໄດ້ຮັບທີ່ດີທີ່ສຸດ” ຈາກເທັກໂນໂລຢີ AI.

ເມື່ອບໍ່ດົນມານີ້, ໂຮງໝໍເດັກ Boston ແລະ ບໍລິສັດກົດໝາຍລອນດອນ Mishcon de Reya ກໍໄດ້ປະກາດການຮັບສະໝັກຕໍາເເໜ່ງ Prompt Engineer ອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/