ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງ ເປັນນະວັດຕະກໍາ ແລະ ການຮ່ວມມືທີ່ຈະເຮັດໃຫ້ແມ່ນໍ້າຂອງມີຄວາມໝັ້ນຄົງ ຍືນຍົງໃນອະນາຄົດ


ກອງປະຊຸມລັດຖະມົນຕີ ເພື່ອກະກຽມກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 4 ເມສາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ສະມາຊິກສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ສໍາລັບ ສປປ ລາວ, ໂດຍມີບັນດາລັດຖະມົນຕີທີ່ກ່ຽວຂ້ອງຈາກປະເທດແມ່ນໍ້າຂອງ ແລະ ຄູ່ຮ່ວມມືເຂົ້າຮ່ວມມື ຄື:ໄທ, ກໍາປູເຈຍ, ຫວຽດນາມ, ລາວ, ຈີນ ແລະ ມຽນມາ ເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນຜົນສໍາເລັດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ນັບຕັັ້ງແຕ່ສໍາເລັດການຮັບຮອງຖະແຫຼງການ ສຽມຣຽບ, ປະເທດກໍາປູເຈຍ ໃນປີ 2018 ຢ່າງເປັນທາງການ ໂດຍເນັ້ນໃຫ້ເຫັນບາງຜົນສໍາເລັດ ເຖິງວ່າມີສິ່ງທ້າທາຍໃນພາກພື້ນ, ນອກຈາກນີ້ ໄດ້ນໍາສະເໜີຜົນຂອງກອງປະຊຸມສໍາມະນາວິຊາການສາກົນທີ່ຈັດຂຶ້ນໃນລະຫວ່າງວັນທີ 2-3 ເມສາ 2023 ເຊິ່ງມີຜູ້ຊ່ຽວຊານຫຼາຍຮ້ອຍຄົນຈາກທົ່ວໂລກເຂົ້າຮ່ວມ ເພື່ອລະດົມແນວຄວາມຄິດ, ກົນໄກທີ່ເປັນນະວັດຕະກໍາ ແລະ ການຮ່ວມມືທີ່ຈະເຮັດໃຫ້ແມ່ນໍ້າຂອງມີຄວາມໝັ້ນຄົງ ແລະ ຍືນຍົງໃນອະນາຄົດ. ຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນສ່ວນສໍາຄັນໃຫ້ແກ່ການປຶກສາຫາລືຂອງບັນດາຫົວໜ້າລັດຖະບານ, ປະເທດສະມາຊິກ, ຄະນະກໍາມາທິການແມ່ນໍ້າຂອງສາກົນ ກໍຄື ກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ຈະຈັດຂຶ້ນໃນວັນທີ 5 ເມສາ 2023.

ເຊິ່ງບັນດາຫົວໜ້າລັດຖະບານປະເທດສະມາຊິກຈະຢໍ້າຄືນຄໍາໝັັ້ນສັນຍາທາງການເມືອງສູງສຸດຕໍ່ການຮ່ວມໃນອ່າງແມ່ນໍ້າຂອງ, ໜ້າທີ່ ແລະ ພາລະບົດບາດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ການພັດທະນານໍ້າ ແລະ ຊັບພະຍາກອນ ທີ່ກ່ຽວຂ້ອງໃນອ່າງແມ່ນໍ້າຂອງຢ່າງຍຸຕິທໍາ ແລະ ຍືນຍົງ.

ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້, ທ່ານ ນາງ ບຸນຄໍາ ວໍລະຈິດ, ໄດ້ຍົກໃຫ້ເຫັນວ່າ: ພາກພື້ນແມ່ນໍ້າຂອງໃນປັດຈຸບັນ ແມ່ນມີຄວາມແຕກຕ່າງກັບໃນອະດີດຜ່ານມາ ເຊິ່ງເປັນເວລາເກືອບ 30 ປີແລ້ວ ທີ່ພາກພື້ນພວກເຮົາໄດ້ຮັບຮູ້ເຖິງການປ່ຽນແປງໃນຫຼາຍດ້ານ ເຊັ່ນ: ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ສະພາບດິນຟ້າອາກາດ ແລະ ການຮ່ວມມື ເຊິ່ງມີບາງສ່ວນຂອງອ່າງແມ່ນໍ້າຂອງ ຫາກໍໄດ້ຮັບການພັດທະນາ, ປົກປັກຮັກສາ ແລະ ປ່ຽນແປງ ເມື່ອບໍ່ດົນມານີ້.

ແມ່ນໍ້າຂອງມີທັງໂອກາດໃນການພັດທະນາແບບຍືນຍົງ ແລະ ພ້ອມດຽວກັນຍັງສິ່ງທ້າທາຍ ເຊິ່ງບາງສ່ວນຂອງອ່າງແມ່ນ້ຳຂອງແມ່ນໄດ້ຮັບການພັດທະນາທີ່ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ, ຄວາມໝັ້ນຄົງທາງດ້ານຊັບພະຍາກອນນໍ້າ ແລະ ປົກປ້ອງສັງຄົມຈາກຄວາມສ່ຽງທີ່ກ່ຽວຂ້ອງກັບນໍ້າ ໂດຍສະເພາະແມ່ນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ຢ່າງໃດກໍຕາມ, ບາງສ່ວນຂອງອ່າງແມ່ນໍ້າຂອງຍັງພົບກັບສິ່ງທ້າທາຍຈຳນວນໜຶ່ງເຊິ່ງອາດສົ່ງຜົນກະທົບດ້ານລົບ.

ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ໃນຂະນະທີ່ພວກເຮົາມີຄວາມປິຕິຍິນດີຕໍ່ກັບການຂະຫຍາຍຕົວດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ນັບມື້ນັບດີຂຶ້ນເປັນກ້າວໆ ເຊິ່ງເຮັດໃຫ້ພາກພື້ນມີຊີວິດຊີວານັ້ນ; ພວກເຮົາຈໍາເປັນຕ້ອງສ້າງແນວທາງໃຫມ່ສໍາລັບການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນນໍ້າໃນອ່າງແມ່ນໍ້າຂອງໃຫ້ມີຄວາມສົມດຸນ ແລະ ເໝາະສົມຍິ່ງໆຂຶ້ນໄປ.

ໂດຍສະເພາະການຫັນເປັນອຸດສະຫະກຳ ແລະ ການເພີ່ມຂຶ້ນສູງຂອງຈຳນວນປະຊາກອນ ແມ່ນໄດ້ສ້າງພາລະອັນໜັກໜ່ວງໃຫ້ແກ່ຊັບພະຍາກອນທຳມະຊາດຢ່າງຫຼີກເວັ້ນບໍ່ໄດ້. ສຳລັບສິ່ງທ້າທາຍໃນລະດັບໂລກ ເຊັ່ນ: ການປ່ຽນແປງດິນຟ້າອາກາດທີ່ກໍ່ໃຫ້ເກີດໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງຢ່າງໜັກໜ່ວງ ແລະ ຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ໃນໄລະຍະຜ່ານມານັ້ນ ຍັງເປັນສິ່ງທີ່ສໍາຄັນທີ່ພວກເຮົາຕ້ອງມີການປຶກສາຫາລືຮ່ວມກັນ. ສະນັ້ນ, ຈຶ່ງຈຳເປັນຕ້ອງມີນະວັດຕະກຳ ແລະ ການຮ່ວມມື ສຳລັບຄວາມໝັ້ນຄົງດ້ານຊັບພະຍາກອນນໍ້າ ແລະ ການພັດທະນາແບບຍືນຍົງ ໃນອ່າງແມ່ນໍ້າແຫ່ງນີ້.

ໃນໂອກາດນີ້, ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ຜູ້ແທນກອງປະຊຸມໄດ້ມາເຕົ້າໂຮມກັນ ເພື່ອຢ້ຳຄືນເຖິງຄຳໝັ້ນສັນຍາໃນການຮ່ວມມືຢ່າງຕັ້ງໜ້າເພື່ອຕອບໂຕ້ຕໍ່ສິ່ງທ້າທາຍ ແລະ ຍາດແຍ່ງໂອກາດການພັດທະນາ. ການຮັບຮອງ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາອ່າງແມ່ນໍ້າຂອງ ສົກປີ 2021-2030 ແລະ ແຜນຍຸດທະສາດ ສົກປີ 2021-2025 ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມອັນສູງສົ່ງຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ເພື່ອບັນລຸການຟື້ນຟູສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງອ່າງແມ່ນ້ຳຂອງຢ່າງຮີບດ່ວນ.

ທັງສະແດງຄວາມຮູ້ສຶກຍິນດີເປັນຢ່າງສູງທີ່ໄດ້ເພີ່ມທະວີການຮ່ວມມືກັບຄູ່ເຈລະຈາຂອງພວກເຮົາ ກໍຄື ສປ ຈີນ ແລະ ມຽນມາ ແລະ ຄູ່ຮ່ວມມືພັດທະນາ ແລະ ຄູ່ຮ່ວມງານອື່ນໆ ໃນເສັ້ນທາງທີ່ຍາກລໍາບາກ ແຕ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນນີ້.

ຂອບໃຈຂໍ້ມູນຈາກ:

https://bit.ly/3UehGc4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/