OPEC+ ປະກາດລົດກຳລັງຜະລິດນໍ້າມັນລົງອີກ 1 ລ້ານບາເຣວ ຕໍ່ມື້ ຫວັງລາຄານໍ້າມັນທີ່ດີດຕົວຂຶ້ນ ຈະຮັກສາສະຖຽນລະພາບໃນຕະຫຼາດ


ບັນດາປະເທດມະຫາອຳນາດດ້ານນໍ້າມັນ ທີ່ນຳໂດຍ ຊາອຸດີອາຣະເບຍ ຫຼື ກຸ່ມປະເທດ OPEC+ ໄດ້ສ້າງຄວາມປະຫຼາດໃຈໃຫ້ຊາວໂລກ ໂດຍການປະກາດລົດກຳລັງຜະລິດນໍ້າມັນລົງອີກ 1 ລ້ານ ບາເຣວ ຕໍ່ມື້ ໃນວັນອາທິດ ທີ່ຜ່ານມາ ແລະ ເອີ້ນມັນວ່າ “ເປັນຄວາມເຄື່ອນໄຫວທີ່ລະມັດລະວັງໄວ້ກ່ອນ ເຊິ່ງມີເປົ້າໝາຍສ້າງສະຖຽນລະພາບໃຫ້ແກ່ຕະຫຼາດນໍ້າມັນໂລກ”.

ໂດຍທັງ ຊາອຸດີອາຣະເບຍ, ອີຣັກ, ສະຫະລັດ ອາຣັບ ເອມິເຣດ, ຄູເວດ. ແອວຈີເຣຍ ແລະ ໂອມານ ຈະເລີ່ມປັບລົດກຳລັງການຜະລິດລົງ 1 ລ້ານບາເຣວ ຕໍ່ມື້ ນັບຕັ້ງແຕ່ ເດືອນ ພຶດສະພາທີ່ກຳລັງຈະມາຮອດນີ້ ໄປຈົນຮອດທ້າຍປີ 2023.​ ການເຄື່ອນໄຫວຄັ້ງນີ້ ຖືເປັນການປັບລົດກໍາລັງຜະລິດລົງຄັ້ງໃຫຍ່ ນັບຕັ້ງແຕ່ເດືອນຕຸລາ 2022 ທີ່ຕອນນັ້ນປັບລົດກຳລັງຜະລິດລົງ 2 ລ້ານ ບາເຣວຕໍ່ມື້ ສົ່ງຜົນໃຫ້ລາຄານໍ້າມັນທົ່ວໂລກ ໄດ້ດີດຕົວຂຶ້ນຢ່າງໜັກ.

ໂດຍອີງຕາມຖະແຫຼງການຂອງແຕ່ລະປະເທດເຫັນວ່າ ຊາອຸດິອາຣະເບຍ ຈະລົດກຳລັງຜະລິດລົງ 500.000 ບາເຣວຕໍ່ມື້, ອີຣັກ ຈະລົດກຳລັງຜະລິດລົງ 211.000 ບາເຣວຕໍ່ມື້, ສະຫະລັດ ອາຣັບເອມິເຣດ ຈະລົດກຳລັງຜະລິດລົງ 144.000 ບາເຣວຕໍ່ມື້, ຄູເວດ ຈະລົດກຳລັງຜະລິດລົງ 128.000 ບາເຣວຕໍ່ມື້, ແອວຈີເຣຍ ຈະລົດກໍາລັງຜະລິດລົງ 48.000 ບາເຣວຕໍ່ມື້ ແລະ ໂອມານຈະລົດກໍາລັງຜະລິດລົງ 40,000 ບາເຣວຕໍ່ມື້.

ໃນຂະນະທີ່ ເຈົ້າໜ້າທີ່ລະດັບສູງຂອງກະຊວງພະລັງງານຂອງປະເທດ ຊາອຸດິ ອາຣະເບຍ ເປີດເຜີຍວ່າ: “ມັນເປັນມາດຕະການທີ່ປ້ອງກັນໄວ້ກ່ອນ ໂດຍມີເປົ້າໝາຍໃນການສະໜັບສະໜູນສະຖຽນລະພາບຂອງຕະຫຼາດນໍ້າມັນໂລກ”.

ນອກຈາກນີ້ ຣັດເຊຍ ໜຶ່ງປະເທດລະດັບແກນນຳຂອງ ສະມາຊິກ OPEC+ ຍັງເຜີຍວ່າພວກເຂົາກຳລັງມີແຜນທີ່ຍືດເວລາການລົດກຳລັງຜະລິດລົງ 500.000 ບາເຣວຕໍ່ມື້ ອອກໄປຈົນຮອດທ້າຍປີນີ້ ເຊັ່ນດຽວກັນ. ພ້ອມເອີ້ນມັນວ່າ “ເປັນການກະທຳພາຍໃຕ້ຄວາມຮັບຜິດຊອບ ແລະ ປ້ອງກັນໄວ້ກ່ອນ”

   ອິບບຣາຮິມ ອັລ ກິທານີ (Ibrahim al-Ghitani) ຜູ້ຊ່ຽວຊານດ້ານນໍ້າມັນໃນ ສະຫະລັດ ອາຣັບເອມິເຣດ ກ່າວວ່າ: “ການເຄື່ອນໄຫວດັ່ງກ່າວມີຕົ້ນເຫດມາຈາກ ການປັບລາຄານໍ້າມັນລົງໃນໄລຍະທີ່ຜ່ານມາ ທ່າມກາງຄວາມກັງວົນກັບເຫດການທະນາຄານລົ້ມລະລາຍ ໃນອາເມຣິກາ”. ພ້ອມລະບຸອີກວ່າ “ລາຄານໍ້າມັນດິບ ໃນຢູໂຣບ ທີ່ຊື້ຂາຍກັນໃນລະດັບທີ່ຕ່ຳກັບ 80 ໂດລາ ຕໍ່ບາເຣວ ໃນອາທິດທີ່ຜ່ານມາ ໜ້າຈະດີດຕົວຂຶ້ນຫຼາຍກວ່າ 80 ໂດລາ ຕໍ່ບາເຣວ ໃນອາທິດ ທີ່ຈະມາຮອດນີ້”. ອິບບຣາຮິມ ອັລ ກິທານີ ເສີມອີກວ່າ: “ລາຄານໍ້າມັນທີ່ຕ່ຳກວ່າ 80 ໂດລາ ຕໍ່ບາເຣວ ເປັນລາຄາທີ່ຍອມຮັບບໍ່ໄດ້ສຳລັບ OPEC+”.

ພາຍຫຼັງການປະກາດດັ່ງກ່າວຂອງ OPEC+ ລາຄານໍ້າມັນດິບ ເບຣນ ຫຼື Brent Crude ທີ່ສົ່ງຂາຍໃນຕະຫຼາດຢູໂຣບ ດີດຕົວຂຶ້ນທັນທີ ເປັນ 84,10 ໂດລາ ຕໍ່ບາເຣວ ເພີ່ມ 4,21 ໂດລາ ຫຼືຄິດເປັນ 5,28%.

ການເຄື່ອນໄຫວຄັ້ງນີ້ ຖືເປັນການເບິ່ງຂ້າມສຽງຮຽກຮ້ອງຂອງ ສະຫະລັດ ອາເມຣິກາ ທີ່ຕ້ອງການໃຫ້ OPEC+ ເພີ່ມກໍາລັງຜະລິດຂຶ້ນ ເນື່ອງຈາກປະສົບກັບບັນຫາ ລາຄານໍ້າມັນແພງ ນັບຕັ້ງແຕ່ ຣັດເຊຍ ເປີດສາກ ປະຕິບັດການພິເສດທາງທະຫານ ໃນຢູເຄຣນ ໃນໄລຍະເດືອນກຸມພາ ເມື່ອປີ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/